spot_img
Homeຂ່າວທ້ອງຖິ່ນທະຫານແຂວງຈຳປາສັກ ຈັດຕັ້ງຂົນສົ່ງແຮງງານລາວ ມາແຕ່ໄທ ຈໍານວນ 207 ຄົນ ເຂົ້າສູນກັກກັນ

ທະຫານແຂວງຈຳປາສັກ ຈັດຕັ້ງຂົນສົ່ງແຮງງານລາວ ມາແຕ່ໄທ ຈໍານວນ 207 ຄົນ ເຂົ້າສູນກັກກັນ

Published on

ສຳນັກຂ່າວສານປະເທດລາວລາຍງານໃຫ້ຮູ້ວ່າ ໃນວັນທີ 7 ເມສາ 2020 ນີ້, ກອງບັນຊາການທະຫານແຂວງ ຈໍາປາສັກ ໄດ້ຈັດຕັ້ງລົດເຊົ່າ ຈໍານວນ 3 ຄັນ ເພື່ອຮັບສົ່ງແຮງງານລາວ ທີ່ມາຈາກປະເທດໄທ ໃນວັນທີ 6 ເມສາ 2020 ແລະ ພັກຢູ່ຈຸດໂຮງຮຽນ ປະຖົມສົມບູນ ບ້ານໜອງໄຮໂຄກ ເມືອງ ໂພນທອງ ແຂວງ ຈໍາປາສັກ,  ໂດຍຈັດຕັ້ງປະຕິບັດຄໍາສັ່ງເລກທີ 6 ຂອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ວ່າດ້ວຍການເພີ່ມທະວີມາດຕາການສະກັດກັ້ນ, ກັນການລະບາດຄວບຄຸມ ແລະ ກຽມພ້ອມເພື່ອຕ້ານພະຍາດໂຄວິດ-19 ເຊິ່ງໃນການຂົນສົ່ງດັ່ງກ່າວລວມທັງໝົດແມ່ນເຄື່ອນຍ້າຍອອກຈາກຈຸດໂຮງຮຽນປະຖົມສົມບູນ ບ້ານໜອງໄຮໂຄກ ໄປສູ່ທ້ອງຖິ່ນຂອງແຕ່ລະຄົນມີ 3 ເມືອງຄື: ເມືອງ ໂຂງ ມີທັງໝົດ 13 ຄົນ, ຍິງ 6 ຄົນ, ເມືອງ ສຸຂຸມາ 8 ຄົນ, ຍິງ 3 ຄົນ, ເມືອງ ມຸນ 14 ຄົນ, ຍິງ 5 ຄົນ.

ສ່ວນແຮງງານລາວ ດັ່ງກ່າວທີ່ມາຈາກຕ່າງປະເທດແມ່ນຈະໄດ້ຖືກກັກຕົວຢູ່ໃນຄວາມຮັບຜິດຊອບຂອງສູນກັກກັນທ້ອງຖິ່ນຂອງຕົນເອງ ເປັນເວລາ 14 ວັນເພື່ອລໍຖ້າຟັງອາການ ແລະຕິດຕາມພະຍາດໂຄວິດ-19 ເພື່ອເປັນການຢັບຢັ້ງການແຜ່ລະບາດຂອງພະຍາດດັ່ງກ່າວ ໃຫ້ຍາດຕິພີ່ນ້ອງ ແລະ ສັງຄົມມີຄວາມປອດໄພສູງ.

ນອກຈາກໃນ 3 ຕົວເມືອງ ທີ່ຢູ່ໃນແຂວງຈໍາປາສັກ ແລ້ວໃນຈໍານວນແຮງງານດັ່ງກ່າວຍັງມີແຮງງານທີ່ເປັນຄົນ ແຂວງສະຫວັນນະເຂດ 39 ຄົນ, ສາລະວັນ 20 ຄົນ ແລະ ບໍລິຄໍາໄຊ 1 ຄົນ ເຊີ່ງເຈົ້າໜ້າທີ່ຈະໄດ້ນໍາສົ່ງຄືນສູນທ້ອງຖິ່ນຂອງຕົນໂດຍໄວໆນີ້ ເພື່ອໃຫ້ເຈົ້າໜ້າທີ່ສະເພາະກິດຂອງແຕ່ລະທ້ອງຖິ່ນຮັບຜິດຊອບໃນການກັກກັນຕາມມາດຕະການຕ້ານພະຍາດໂຄວິດ-19 ຢ່າງເຂັ້ມງວດ.

 

ຮຽບຮຽງຂ່າວ: ພຸດສະດີ

 

ບົດຄວາມຫຼ້າສຸດ

1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ – ເມືອງພົ້ນທຸກ

ຊົມເຊີຍ 1 ນະຄອນ ແລະ 5 ເມືອງຂອງແຂວງຈຳປາສັກໄດ້ຮັບໃບຢັ້ງຢືນເປັນນະຄອນ - ເມືອງພົ້ນທຸກ. 1 ນະຄອນ ແລະ 5 ເມືອງຂອງແຂວງຈໍາປາສັກ ຄື: ນະຄອນປາກເຊ,...

ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ

ບໍລິສັດໄຟຟ້າລາວເຊັນ MOU ສຶກສາຮ່ວມມືການຈັດລະບຽບສາຍສື່ສານ ແລະ ສາຍໄຟຟ້າ 0,4 ກິໂລໂວນ ລົງໃຕ້ດິນ ໃນທົ່ວປະເທດ. ໃນວັນທີ 5 ພຶດສະພາ 2025 ຢູ່ ສໍານັກງານໃຫຍ່...

ຕິດຕາມ, ກວດກາການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ

ຄວາມຄືບໜ້າການບູລະນະ ເຮືອນພັກຂອງທ່ານ ໜູຮັກ ພູມສະຫວັນ ອະດີດການນໍາຂັ້ນສູງແຫ່ງ ສປປ ລາວ ວັນທີ 5 ພຶດສະພາ 2025 ຜ່ານມາ, ທ່ານ ວັນໄຊ ພອງສະຫວັນ...

ວັນທີ 1 ເດືອນພຶດສະພາ ຂອງທຸກໆປີ ເປັນວັນບຸນໃຫຍ່ຂອງຊົນຊັ້ນກຳມະກອນໃນທົ່ວໂລກ

ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ 1 ພຶດສະພາ 1886 ມູນເຊື້ອ, ປະຫວັດຄວາມເປັນມາຂອງວັນກໍາມະກອນສາກົນ ຂອງຊົນຊັ້ນກຳມະກອນສາກົນ ແມ່ນໄດ້ກໍາເນີດເກີດຂຶ້ນໃນທ້າຍສະຕະວັດທີ XVIII ຫາຕົ້ນສະຕະວັດທີ XIX ຫຼາຍປະເທດໃນທະວີບເອີຣົບ ແລະ ອາເມລິກາ ໄດ້ສຳເລັດການໂຄ່ນລົ້ມລະບອບສັກດີນາ...