Homeຂ່າວຕ່າງປະເທດຍອດເສຍຊີວິດຈາກໂຄວິດ-19 ໃນຝຣັ່ງເພີ່ມຂຶ້ນຫຼາຍກວ່າໝື່ນຄົນ

ຍອດເສຍຊີວິດຈາກໂຄວິດ-19 ໃນຝຣັ່ງເພີ່ມຂຶ້ນຫຼາຍກວ່າໝື່ນຄົນ

Published on

ມື້ນີ້ (8 ເມສາ) ສຳນັກຂ່າວ Thai PBS ລາຍງານວ່າຍອດຜູ້ເສຍຊີວິດໃນຝຣັ່ງຈາກພະຍາດໂຄວິດ-19 ເພີ່ມຂຶ້ນຢ່າງຕໍ່ເນື່ອງ ເປັນຈຳນວນ 10,343 ກໍລະນີ. ໃນຈຳນວນນີ້ 3,237 ກໍລະນີເສຍຊີວິດໃນບ້ານພັກຄົນສູງອາຍຸ ເຮັດໃຫ້ປະເທດຝຣັ່ງກາຍເປັນປະເທດຕໍ່ຈາກອິຕາລີ, ສະເປນ, ແລະ ສ.ອາເມລິກາ ທີ່ມີຍອດຜູ້ເສຍຊີວິດແຕະຫຼັກໝື່ນຄົນ.

ໃນຂະນະທີ່ ຍອດກໍລະນີຕິດເຊື້ອທົ່ວປະເທດເພີ່ມຂຶ້ນເປັນ 110,049 ກໍລະນີ. ທາງການຝຣັ່ງເລັງເຫັນວ່າ ສະຖານະການບໍ່ມີແນວໂນ້ມວ່າຈະດີຂຶ້ນ ເຖິງວ່າຈະໃຊ້ມາດຕະການປິດປະເທດ (Lockdown) ຕັ້ງແຕ່ວັນທີ 15 ມີນາ ທີຜ່ານມາແລ້ວກໍ່ຕາມ. ນະຄອນປາຣີສ ກໍ່ໄດ້ຍົກລະດັບມາດຕະການ ໂດຍການຫ້າມໃຫ້ປະຊາຊົນອອກກຳລັງກາຍນອກບ້ານ ໃນເວລາ 10.00 – 19.00, ໃນຂະນະທີ່ເມືອງນີສ (Nice) ກໍ່ອອກມາດຕະການອານຸຍາດໃຫ້ອອກກຳລັງກາຍທາງນອກພາຍໃນ 06.00 – 12.00 ແລະ 18.00 – 20.00 ພ້ອມກຳນົດໃຫ້ໃສ່ໜ້າກາກອະນາໄມລະຫວ່າງອອກຈາກທີ່ພັກ ແລະ ເລັ່ງການຜະລິດໜ້າກາກທີ່ສາມາດຊັກທຳຄວາມສະອາດໄດ້.

ຮຽບຮຽງໂດຍ: ວະນິດາ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...