spot_img
Homeຂ່າວຕ່າງປະເທດສະຫະປະຊາຊາດຊີ້ ການແຜ່ລະບາດໂຄວິດ-19 ບໍ່ໄດ້ສົ່ງຜົນດີຕໍ່ສິ່ງແວດລ້ອມຢ່າງທີຄິດ

ສະຫະປະຊາຊາດຊີ້ ການແຜ່ລະບາດໂຄວິດ-19 ບໍ່ໄດ້ສົ່ງຜົນດີຕໍ່ສິ່ງແວດລ້ອມຢ່າງທີຄິດ

Published on

ສຳນັກຂ່າວຊິນຫົວ (Xinhua) ລາຍງານວ່າ ໃນວັນທີ 5 ເມສາທີ່ຜ່ານມາ ທ່ານ ອິງເກີ ແອນເດີເຊັນ (Inger Andersen) ຜູ້ອຳນວຍການໂຄງການສິ່ງແວດລ້ອມແຫ່ງສະຫະປະຊາຊາດ (UNEP) ໄດ້ກ່າວວ່າການທີ່ປະລິມານການປ່ອຍແກສ໌ເຮືອນກະຈົກທີ່ຫຼຸດລົງ ແລະ ຄຸນນະພາບອາກາດທີ່ດີຂຶ້ນ ໃນຊ່ວງທີລັດຖະບານໃນຫຼາຍປະເທດກຳລັງຮັບມືກັບການລະບາດຂອງພະຍດໄວຣັສໂຄວິດ-19 ນັ້ນ ບໍ່ຄວນເບິ່ງໃຫ້ເປັນປະໂຫຍດຕໍ່ສິ່ງແວດລ້ອມ. ການແຜ່ລະບາດຄັ້ງນີ້ຈະເຮັດໃຫ້ມີຂີ້ເຫຍື້ອທາງການແພດ ແລະ ຂອງເສຍທີ່ອັນຕະຕາຍຕໍ່ສິ່ງແວດລ້ອມຈະເພິ່ມພູນຂຶ້ນ ຖືວ່າບໍ່ແມ່ນການຕອບສະໜອງທາງສິ່ງແວດລ້ອມ ຢ່າງໜ້ອຍສຸດກໍ່ບໍ່ແມ່ນສຳຫຼັບນັກອະນຸລັກສິ່ງແວດລ້ອມ.

ຜູ້ອຳນວຍການແຈ້ງວ່າ ຜົນທີ່ເບິ່ງເຫັນໄດ້ໃນເຊີງບວກ ບໍ່ຈະເປັນຄຸນນະພາບອາກາດທີ່ດີຂຶ້ນ ຫຼື ປະລິມານການປ່ອຍແກສ໌ເຮືອນກະຈົກຫຼຸດລົງ ລ້ວນແຕ່ເປັນສິ່ງທີ່ເກີດຂຶ້ນຊົ່ວຄາວ ເພາະມັນເກີດຂຶ້ນພ້ອມກັບການຊະລໍຕົວຂອງເສດຖະກິດທີ່ເສົ້າສະຫຼົດ ແລະ ຄວາມທຸກຍາກຂອງມະນຸດໂລກ. ຜົນກະທົບໃນເຊີງບວກໃດໆກໍ່ຕາມທີ່ເກີດຂຶ້ນໃນຊ່ວງການແຜ່ລະບາດໃຫຍ່ທີ່ເປັນຕາຢ້ານຄັ້ງນີ້ ຕ້ອງເປັນສິ່ງທີ່ຈະປ່ຽນພຶດຕິກຳການຜະລິດ ແລະ ການບໍລິໂພກຂອງເຮົາໃຫ້ສະອາດ ແລະ ເປັນມິດກັບສິ່ງແວດລ້ອມຫຼາຍຂຶ້ນ. ການປ່ຽນແປງຢ່າງເປັນລະບົບໃນໄລຍະຍາວເທົ່ານັ້ນ ທີ່ຈະປ່ຽນແນວໂນ້ມຂອງລະດັບແກສ໌ຄາບອນໄດອັອກໄຊ (CO2) ໃນຊັ້ນບັນຍາກາດໄດ້.

ຜູ້ອຳນວຍການໄດ້ກ່າວເພີ່ມຕື່ມວ່າ ຫຼັງຈາກວິກິດການແຜ່ລະບາດຄັ້ງນີ້ ໃນຊ່ວງທີ່ເຮົາວາງມາດຕະການຟື້ນຟູເສດຖະກິດຕ່າງ ທີ່ມີໂຄງສ້າງພື້ນຖານນັ້ນ ເຮົາມີໂອກາດຢ່າງແທ້ຈິງທີ່ຈະຮັບມືກັບບັນຫານີ້ ດ້ວຍການລົງທຶນໃນພະລັງງານທົດແທນ, ອາຄານສີຂຽວ, ການຂົນສົ່ງທີ່ເປັນມິດຕໍ່ສິ່ງແດວລ້ອມ ແລະ ການຂົນສົ່ງສາທາລະນະ.

ຮຽບຮຽບໂດຍ: ວະນິດາ

ບົດຄວາມຫຼ້າສຸດ

ລາວປະເຊີນບັນຫາພລາສຕິກລົ້ນຕະຫຼາດທ່າມກາງລາຄາຕົກຕໍ່າ

ເສດຖົງຢາງທີ່ເກົ່າໝອງຈົນເກືອບແຍກສີບໍ່ອອກ ບວກກັບຕຸກນໍ້າພລາສຕິກທີ່ຖືກຖິ້ມຊະຊາຍເປັນວົງກວ້າງໃນນະຄອນຫຼວງວຽງຈັນ ເປັນພຽງສ້ຽວໜຶ່ງຂອງເລື່ອງເລົ່າກ່ຽວກັບພລາສຕິກຂອງເມືອງຫຼວງແຫ່ງນີ້. ພາຍໃຕ້ມົນລະມິດທີ່ສາມາດເບິ່ງເຫັນໄດ້ດ້ວຍຕາເປົ່ານີ້ ລ້ວນແຕ່ເຊື່ອງຊ້ອນວິກິດການຂັ້ນຮ້າຍແຮງກວ່າທີ່ຄິດໄວ້. ເນື່ອງຈາກສິ່ງດັ່ງກ່າວໄດ້ກາຍເປັນໄພຂົ່ມຂູ່ຕໍ່ສິ່ງແວດລ້ອມທາງທໍາມະຊາດຂອງລາວ ທັງເປັນໄພຂົ່ມຂູ່ຕໍ່ສຸຂະພາບຂອງຜູ້ຄົນຫຼາຍຮ້ອຍ ທີ່ຕ້ອງເພິ່ງພາການຊື້-ຂາຍສິ່ງເສດເຫຼືອປະເພດພລາສຕິກ. ໃນລະຫວ່າງວັນທີ 5 ຫາ 14 ສິງຫາ, ບັນດາຜູ້ນໍາຈາກຫຼາຍປະເທດໃນໂລກຈະມາເຕົ້າໂຮມກັນທີ່ ເຈນີວາ, ປະເທດສະວິດເຊີແລນ...

ປະກາດ-ແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ແປ້ນຄໍາ ບຸດຈັດແພງ ຮັກສາການແທນເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່)

ມອບ-ຮັບ ໜ້າທີ່ ລະຫວ່າງ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ເກົ່າ) ກັບ ຮັກສາການແທນເລຂາຄະນະບໍລິຫານງານພັກແຂວງ, ຮັກສາການເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່) ປະກາດ ແລະ ມອບ-ຮັບ...

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...