spot_img
Homeຂ່າວຕ່າງປະເທດຜູ້ນຳກຳປູເຈຍບໍລິຈາກເງິນເດືອນຕົວເອງ 7 ເດືອນ! ເພື່ອກັບສູ້ກັບວິກິດການລະບາດໂຄວິດ-19

ຜູ້ນຳກຳປູເຈຍບໍລິຈາກເງິນເດືອນຕົວເອງ 7 ເດືອນ! ເພື່ອກັບສູ້ກັບວິກິດການລະບາດໂຄວິດ-19

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງພະນົມເປນ ປະເທດກຳປູເຈຍ ເມື່ອວັນທີ 2 ເມສາ ວ່າ ສົມເດັດ ຮຸນເຊນ ນາຍົກລັດຖະມົນຕີກຳປູເຈຍ ສົ່ງໜັງສືເຖິງ ກະຊວງສາທາລະນະສຸກ ແລະ ກະຊວງການເງິນ ວ່າຈະມີການໂອນເງິນເດືອນຂອງເຂົາທັງໝົດ 7 ເດືອນຄື: ເງິນເດືອນຂອງເດືອນມີນາ ຈົນເຖິງເດືອນກັນຍາປີນີ້ ເຂົ້າສູ່ບັນຊີຂອງຄະນະກຳມະທິການແຫ່ງຊາດເພື່ອຕໍ່ສູ້ກັບວິກິດການລະບາດຂອງໂຣກໂຄວິດ-19.

ທັງນີ້, ລັດຖະບານກຳປູເຈຍມີການຈັດຕັ້ງຄະນະສະເພາະກິດດັ່ງກ່າວຂຶ້ນໃນເດືອນ ມີນາ ໂດຍມີ ສົມເດັດ ຮຸນເຊນ ເຮັດໜ້າທີ່ເປັນປະທານຮ່ວມກັບເຈົ້າໜ້າທີ່ລະດັບສູງຂອງທຸກກະຊວງ ເຊິ່ງລວມເຖິງກອງທັບ, ສຳນັກງານຕຳຫຼວດແຫ່ງຊາດ, ເຈົ້າແຂວງ ແລະ ອຳນາດການປົກຄອງທ້ອງຖິ່ນ.

ເຖິງແມ່ນວ່າຈະຍັງບໍ່ມີການເປີດເຜີຍຈຳນວນຍອດລວມຂອງເງິນເດືອນທັງ 7 ເດືອນຂອງທ່ານ ສົມເດັດ ຮຸນເຊນ ວ່າມີຈຳນວນເທົ່າໃດ ແຕ່ຜູ້ນຳກຳປູເຈຍໄດ້ກ່າວວ່ານັບຕັ້ງແຕ່ໄດ້ມີການແຕ່ງຕັ້ງຄະນະທຳງານເລີ່ມປະຕິບັດໜ້າທີ່ ມີເງິນຈາກການບໍລິຈາກຫຼາຍພາກສ່ວນເຂົ້າແລ້ວຫຼາຍກວ່າ 10 ລ້ານໂດລາ.

ປັດຈຸບັນ, ກຳປູເຈຍມີຜູ້ປ່ວຍສະສົມຢ່າງໜ້ອຍ 110 ຄົນ ຮັກສາຫາຍແລ້ວ 34 ຄົນ ແລະ ບໍ່ມີລາຍງານຜູ້ເສຍຊີວິດຈາກການຕິດເຊື້ອໂຄວິດ-19 ເທື່ອ.

 

ຮຽບຮຽງຂ່າວ: ພຸດສະດີ

ແຫຼ່ງຂໍ້ມູນ: www.dailynews.co.th

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...