Homeຂ່າວພາຍ​ໃນນັກຂັບມາທັງຫຼາຍ ມາຮ່ວມກັບໝີຊ່ວຍຊາດ ເຮັດໃຫ້ເສດຖະກິດຄຶກຄັກຂຶ້ນອີກຄັ້ງ! ສະໝັກກັນເຂົ້າມາເລີຍ ຕໍາແໜ່ງມີຈໍານວນຈໍາກັດ!

ນັກຂັບມາທັງຫຼາຍ ມາຮ່ວມກັບໝີຊ່ວຍຊາດ ເຮັດໃຫ້ເສດຖະກິດຄຶກຄັກຂຶ້ນອີກຄັ້ງ! ສະໝັກກັນເຂົ້າມາເລີຍ ຕໍາແໜ່ງມີຈໍານວນຈໍາກັດ!

Published on

ເນື່ອງຈາກສະພາບການແຜ່ລະບາດ ຂອງ ພະຍາດປອດອັກເສບ ຫຼື Covid-19 ຈື່ງເຮັດໃຫ້ ບັນດາທຸລະກິດ ຫຼື ກິດຈະການຕ່າງໆ ໄດ້ປິດໃຫ້ບໍລິການຊົ່ວຄາວ ຫຼື ບາງທຸລະກິດກໍປິດໂດຍບໍ່ມີກຳນົດ ເຊິ່ງໃນເວລາດຽວກັນນີ້ ຫຼາຍໆບໍລິສັດແລະ ບັນດາຫົວໜ່ວຍທຸລະກິດ ໄດ້ມີການຢຸດຈ້າງພະນັກງານຊົ່ວຄາວ ເປັນຈຳນວນຫລາຍ ດ້ວຍສາເຫດດັ່ງກວ່າ ສົ່ງຜົນໃຫ້ເກີດການຂາດລາຍໄດ້ ຂອງພະນັກງານ.

ເພື່ອເປັນສ່ວນຫນື່ງໃນການຊ່ວຍເຫຼືອສັງຄົມ ໃນຊ່ວງວິກິດແບບນີ້ ແລະ ເພື່ອເປັນການໃຫ້ທຸລະກິດ ແລະ ການຈ້າງງານດຳເນີນຕໍ່ໄປ ທາງບໍລິສັດ ໂກເທັດດີ້ ຂໍສະເຫນີຮັບພະນັກງານຈຳນວນຫລາຍກວ່າ 200 ຕຳແໜ່ງ ( ຈຳນວນຈຳກັດ ) ໂດຍມີລາຍໄດ້ຂັ້ນຕໍ່າ 3,500,000ກີບ/ເດືອນ ຫຼື 6000-8000 ກີບ / 1 ອໍເດີ້ ( ຫາກເຮັດເປັນລາຍວັນ ) ທັງນີ້ກໍເພື່ອເຮັດໃຫ້ທຸລະກິດ ແລະ ຮ້ານອາຫານ ສືບຕໍ່ດຳເນີນການໄປໄດ້.

ນອກນັ້ນບໍລິສັດ ໂກເທັດດີ້ ເອງກໍມີ ມາດຕະການປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງ Covid-19 ຢ່າງເຄັ່ງຄັດ ໂດຍການ ກະກຽມ ແລະ ແຈກຢາຍອຸປະກອນຕ່າງໆ ທີ່ຈຳເປັນໃນການເຮັດວຽກເຊັ່ນ: ເຈວລ້າງມື, ໜ້າກາກ, Uniform, ກ່ອງອາຫານ, ຖົງມື ແລະ ອອກລະບຽບຕ່າງໆ ຢ່າງເຂັ້ມງວດ ເພື່ອສ້າງຄວາມໝັ້ນໃຈ, ຄວາມປອດໄພສູງສຸດ ໃຫ້ແກ່ພະນັກງານ ແລະ ລູກຄ້າ.

ໃນສ່ວນຂອງການສະໝັກເປັນພະນັກງານຈັດສົ່ງອາຫານ ( Rider)  ແມ່ນງ່າຍທີ່ສຸດ ພຽງແຕ່ມີເອກະສານ ປື້ມສຳມະໂນຄົວ ຫຼື ບັດປະຈຳຕົວ , ໃບຢັ້ງຢືນທີ່ຢູ່ , ໃບຂັບຂີ່ ( ຖ້າບໍ່ມີທາງເຮົາຈະເຮັດໃຫ້ ) ແລະ ພາຫະນະສ່ວນຕົວ ກໍສາມາດເຮັດວຽກໄດ້ແລ້ວ ໂດຍການໂທເຂົ້າ ເບີ 020 59073073 ຫຼື whatapp 02059073073.

ພິເສດ: ຖ້າຫາກພະນັກງານ ຫຼື ບຸກຄົນໃດ ແນະນຳໝູ່ເພື່ອນ, ຍາດຕິພີ່ນ້ອງ ຫລື ຄົນຮູ້ຈັກ ເຂົ້າມາເຮັດວຽກໄດ້ຄົບ 1 ເດືອນ ທາງບໍລິສັດ ໂກເທັດດີ້ ຈະຈ່າຍເງິນໃຫ້ 100,000ກີບ / ຄົນ ທີ່ຊວນມາເຮັດວຽກ.

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...