spot_img
Homeຂ່າວຕ່າງປະເທດສິງກະໂປອອກກົດ! ຜູ້ໃດບໍ່ປະຕິບັດ "ໄລຍະຫ່າງທາງສັງຄົມ" ມີໂທດຈຳຄຸກ 6 ເດືອນ ພ້ອມປັບໃໝ

ສິງກະໂປອອກກົດ! ຜູ້ໃດບໍ່ປະຕິບັດ “ໄລຍະຫ່າງທາງສັງຄົມ” ມີໂທດຈຳຄຸກ 6 ເດືອນ ພ້ອມປັບໃໝ

Published on

ສຳນັກຂ່າວຕ່າງປະເທດລາຍງານຈາກປະເທດສິງກະໂປ ເມື່ອວັນທີ 27 ມີນາ ນີ້ວ່າ ກະຊວງສາທາລະນະສຸກ ສິງກະໂປ ອອກຖະແຫຼງການເມື່ອອາທິດທີ່ຜ່ານມາວ່າ ທາງໜ່ວຍງານພາກລັດໄດ້ຍົກລະດັບມາດຕະການປ້ອງກັນການແຜ່ລະບາດຂອງເຊື້ອໄວຣັດໂຄວິດ-19 ເຊິ່ງໄດ້ປະຕິບັດຕາມກົດໝາຍວ່າດ້ວຍໂຣກຕິດຕໍ່ ແລະ ເພື່ອໃຫ້ເປັນໄປຕາມທິດທາງປະຕິບັດກ່ຽວກັບໄລຍະຫ່າງທາງສັງຄົມ ທີ່ກຳນົດໂດຍຄະນະສະເພາະກິດພິເສດລະຫວ່າງກະຊວງ ຖ້າຫາກບຸກຄົນໃດບໍ່ປະຕິບັດຕາມຂໍ້ກຳນົດກ່ຽວກັບໄລຍະຫ່າງທາງສັງຄົມ ຈະມີໂທດຈຳຄຸກສູງສຸດ 6 ເດືອນ ປັບເງິນສູງສຸດ 10.000 ໂດລາສິງກະໂປ ຫຼື ທັງຈຳທັງປັບ ແລະ ໃນຂະນະຜູ້ທີ່ລະເມີດຕໍ່ຄຳສັ່ງໃຫ້ກັກຕົວໃນເຮືອນເປັນເວລາ 14 ວັນ ຕ້ອງໄດ້ຮັບການລົງໂທດໃນລະດັບດຽວກັນ ລະບຽບນີ້ແມ່ນຈະໃຊ້ກັບຄົນສິງກະໂປ ແລະ ຄົນຕ່າງຊາດທີ່ອາໃສໃນສິງກະໂປ.

ທັງນີ້, ການຮ່ວມກຸ່ມສຶກສາ ຫຼື ເຮັດວຽກໃນສຳນັກງານຕ້ອງບໍ່ໃຫ້ເກີນ 10 ຄົນ ແລະ ແຕ່ລະຄົນຕ້ອງຢູ່ຫ່າງກັນບໍ່ຕໍ່າກວ່າ 1 ແມັດ ໃນຊຸບເປີມາເກັດ, ຫ້າງຊັບພະສິນຄ້າ ແລະ ຮ້ານອາຫານ ຫາກຕ້ອງມີການຕໍ່ແຖວຊື້ເຄື່ອງ ຫຼື ຊຳລະເງິນ ທາງເຈົ້າຂອງຫ້າງຮ້ານຕ້ອງຈັດສັນໃຫ້ມີໄລຍະຫ່າງບໍ່ຕໍ່າກວ່າ 1 ແມັດ ຫາກບໍ່ປະຕິບັດຕາມຕ້ອງຮັບໂທດທາງກົດໝາຍເຊິ່ງມີບົດລົງໂທດສູງສຸດແບບດຽວກັບຜູ້ທີ່ຝ່າຝືນເລື່ອງໄລຍະຫ່າງທາງສັງຄົມ.

ປັດຈຸບັນ, ສິງກະໂປມີຜູ້ປ່ວຍສະສົມຈາກໂຣກໂຄວິດ-19 ໃນປະເທດຢ່າງໜ້ອຍ 683 ກໍລະນີ ຮັກສາຫາຍແລ້ວ 172 ກໍລະນີ ແລະ ເສຍຊີວິດ 2 ກໍລະນີ ເປັນຜູ້ສູງອາຍຸຄົນສິງກະໂປ 1 ຄົນ ແລະ ຄົນອິນໂດເນເຊຍ 1 ຄົນ.

 

ຮຽບຮຽງຂ່າວ: ພຸດສະດີ

ແຫຼ່ງຂໍ້ມູນ: www.dailynews.co.th

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...