Homeຂ່າວພາຍ​ໃນຜູ້ຊາຍມີໂອກາດເສຍຊີວິດຈາກໄວຣັສໂຄວິດ-19 ຫຼາຍກວ່າຜູ້ຍິງ

ຜູ້ຊາຍມີໂອກາດເສຍຊີວິດຈາກໄວຣັສໂຄວິດ-19 ຫຼາຍກວ່າຜູ້ຍິງ

Published on

ປະເທດອິຕາລີທີ່ມີຜູ້ຕິດເຊື້ອໂຄວິດ-19 ຫຼາຍທີ່ສຸດໃນໂລກນອກຈາກປະເທດຈີນ ໃນປະຈຸບັນນີ້, ມີຜູ້ເສຍຊີວິດຈາກໄວຣັສນີ້ເປັນຜູ້ຊາຍເກືອບ 60%; ໃນຂະນະທີເກົາຫຼີໃຕ້ ເຖິງແມ້ວ່າຜູ້ຕິດເຊື້ອສ່ວນຫຼາຍແມ່ນຜູ້ຍິງ ແຕ່ປະມານ 54% ຂອງຜູ້ເສຍຊິວິດ ແມ່ນຜູ້ຊາຍ. ຈາກການວິເຄາະຂໍ້ມູນໂດຍສຳນັກຂ່າວ CNN ຮູ້ໄດ້ວ່າ ສາເຫດຫຼັກໆທີ່ຍອດຜູ້ເສຍຊີວິດສ່ວນໃຫຍ່ເປັນຜູ້ຊາຍຍ້ອນວ່າ ການໃຊ້ຊີວິດປະຈຳວັນທີ່ບໍ່ດີຕໍ່ສຸຂະພາບ (ເຊັ່ນກິນເຫຼົ້າ, ສູບຢາ) ແລະ ພະຍາດປະຈຳຕົວ.

ຈາກຂໍ້ມູນສະຖິຕິທີ່ທາງສຳນັກຂ່າວ CNN ແລະ ອົງການ Global Health 50/50 ທີ່ໄດ້ຮວບຮວມມາຈາກ 6 ປະເທດທີ່ມີຜູ້ຕິດເຊື້ອຫຼາຍທີ່ສຸດກໍ່ໄດ້ຂໍ້ສະຫຼຸບວ່າ ຈາກຈຳນວນຜູ້ເສຍຊີວິດທີ່ເປັນເພດຍິງຄັ້ງລະ 10 ກໍລະນີ ຈະມີຜູ້ເສຍຊີວິດເປັນເພດຊາຍປະມານ 24 ກໍລະນີ (ສະຖິຕິນີ້ແມ່ນຂອງປະເທດອິຕາລີ).

ສາເຫດແມ່ນມາຈາກການການໃຊ້ຊີວິດປະຈຳວັນທີ່ບໍ່ດີຕໍ່ສຸຂະພາບ ຈາກສະຖິຕິທີ່ທາງ CNN ຮວບຮວມມາ ໂດຍໃຊ້ຂໍ້ມູນຈາກອົງການ ອະນາໄມໂລກ (WHO) ຍ້ອນຜູ້ຊາຍບໍລິໂພກຢາສູບ ແລະ ເຄື່ອງດື່ມທາດເຫຼົ້າຫຼາຍກວ່າຜູ້ຍິງປະມານ 5 ເທົ່າ.

ປະເທດຈີນເປັນປະເທດທີ່ມີຜູ້ບໍລິໂພກຢາສູບຫຼາຍທີ່ສຸດໃນໂລກ ເປັນຈຳນວນປະມານ 316 ລ້ານຄົນ, ໃນຈຳນວນນັ້ນ ຫຼາຍກວ່າ 50% ແມ່ນຜູ້ຊາຍ ໃນລະຫວ່າງທີ່ຜູ້ຍິງມີແຕ່ 3%. ໃນສ່ວນຂອງປະເທດ ອິຕາລີ, ຜູ້ບໍລິໂພກຢາສູບທີ່ເປັນຜູ້ຊາຍມີປະມານ 7 ລ້ານຄົນ, ຜູ້ຍິງ 4.5 ລ້ານຄົນ (ຂໍ້ມູນໂດຍສະຖາບັນສຸຂະພາບແຫ່ງຊາດ). ທາງສະຖາບັນກໍ່ໄດ້ລາຍງານວ່າໜຶ່ງໃນສາມຂອງຜູ້ທີ່ສູບຢາທີ່ຕິດເຊື້ອໂຄວິດ-19 ຈະມີອາການຮຸນແຮງກວ່າຜູ້ທີ່ບໍ່ສູບ.

ໃນສ່ວນຂອງຜູ້ທີ່ມີພະຍາດສ່ວນຕົວເຊັ່ນພະຍາດທີ່ກ່ຽວກັບຫົວໃຈແລະປອດ ທີ່ຈະມີອາການຮຸນແຮງກວ່າຜູ້ບໍ່ມິພະຍາດສ່ວນຕົວຫຼັງຕິດໄວຣັສໂຄວິດ-19 ຈຳນວນທົ່ວໂລກຈາກ 1 ແສນຄົນ ເປັນຜູ້ຊາຍ 4,915 ຄົນ ຜູ້ຍິງ 3,149 ຄົນ ສ່ວນພະຍາດປອດມີ 1,181 ຄົນ ຜູ້ຍິງ 906 ຄົນ.

ຂໍ້ມູນໂດຍສຳນັກຂ່າວ CNN

ຮຽບຮຽງໂດຍ ວະນິດາ

 

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...