spot_img
Homeຂ່າວພາຍ​ໃນຄົວລາວໄດ້ຮັບລາງວັນ Women 2020 ASEAN Award ທີ່ຟິລິບປິນ

ຄົວລາວໄດ້ຮັບລາງວັນ Women 2020 ASEAN Award ທີ່ຟິລິບປິນ

Published on

ທ່ານ ນາງ ມະໂນລາ ດາລາວົງ ເຈົ້າຂອງຮ້ານອາຫານຄົວລາວ ໄດ້ຮັບລາງວັນ Women 2020 ASEAN Award ໃນງານກອງປະຊຸມສຸດຍອດຜູ້ປະກອບການຍິງ 2020: ທັດສະນະຜູ້ຍິງທີ່ສ້າງແຮງຂັບເຄື່ອນທົ່ວໂລກ (WOMEN 2020 Entrepreneurship Summit: Perspectives of a Global Woman of Impact) ຕາງໜ້າຮັບໂດຍທ່ານ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ຟິລິບປິນ ໃນວັນທີ 3 ມີນາ 2020​ ທີ່ ນະຄອນຫຼວງ ມະນິລາ, ປະເທດຟິລິປິນ.

ຖືເປັນອີກໜຶ່ງຄວາມພາກພູມໃຈຂອງຄົນລາວ ໃນການທີ່ແມ່ຍິງລາວສາມາດສ້າງແຮງຂັບເຄື່ອນ ແລະ ໄດ້ຖືກຍົກສູງທາງດ້ານບົດບາດຜູ້ປະກອບການຍິງໃນເວທີສາກົນ. ລາງວັນ Women 2020 ASEAN Award ແມ່ນຖືກຈັດຂຶ້ນເພື່ອຊົມເຊີຍຜູ້ປະກອບການຍິງອາຊຽນທີ່ປະສົບຜົນສຳເລັດທາງດ້ານທຸລະກິດດ້ວຍວິໄສທັດຂອງຜູ້ນໍາ ແລະ ມີສ່ວນຮ່ວມໃນການສົ່ງເສີມເສດຖະກິດຂອງຊາດ ກໍຄືການພັດທະນາຫົວໜ່ວຍທຸລະກິດຂອງຕົນເອງຈົນປະສົບຄວາມສຳເລັດ.

ກອງປະຊຸມດັ່ງກ່າວໄດ້ຄັດເລືອກແມ່ຍິງຈາກບັນດາປະເທດສະມາຊິກໃນອາຊຽນສຳລັບລາງວັນ Women 2020 ASEAN Award ເຊິ່ງ ທ່ານ ນາງ ມະໂນລາ ເປັນແມ່ຍິງລາວພຽງຄົນດຽວທີ່ໄດ້ຮັບລາງວັນນີ້. ບັນດາແມ່ຍິງອາຊຽນທີ່ໄດ້ຮັບລາງວັນນີ້ໄດ້ແກ່: ທ່ານ ນາງ ຮອຍ ລິງ ທານ ຜູ້ຮ່ວມກໍ່ຕັ້ງ Grab (ມາເລເຊຍ), ທ່ານ ຫງວຽນ ທິ ງ່າ ປະທານກຸ່ມບໍລິສັດ BRC (ຫວຽດນາມ), ທ່ານ ນາງ ໝ່ອ
ມຫຼວງ ປຣີຍະພັນ ສຣີຫະວັດ ຈາກສູນບາເລ້ຊຽງໃໝ່ (ໄທ), Lok Chum Teav Mao Chamnan ປະທານເຈົ້າໜ້າທີ່ຝ່າຍປະຕິບັດການ ທະນາຄານ Wing Limited Specialised (ກໍສປູເຈຍ), ທ່ານ ນາງ ເຄມາຣີອາ ດູຣາມານ (ບຣູໄນ), ທ່ານ ນາງ ເວໂຣນິກາ ໂຄລອນດໍາ (ອິນໂດເນເຂຍ), ທ່ານ ຄິນ ເລ (ມຽນມາ), ທ່ານ ແອມ ເດເລຍ ອັລເບີດ (ຟິລິບປິນ), ແລະ ທ່ານ ນາງ ດ໋ອກເຕີ້ ຊີ ເຄັມ (ສິງກະໂປ).

ຮ້ານອາຫານຄົວລາວ ສ້າງຕັ້ງຂຶ້ນຕັ້ງແຕ່ປີ 1994 ເຊິ່ງເປັນຮ້ານອາຫານລາວ ທີ່ເສີບອາຫານພ້ອມດ້ວຍວັດທະນະທຳ ໂດຍການບັນເລງເຄື່ອງດົນຕີລາວ ພ້ອມການສະແດງຟ້ອນທີ່ອ່ອນຊ້ອຍໃນແຕ່ລະມື້. ຮ້ານອາຫານຄົວລາວໄດ້ຮັບໃຊ້ ແລະ ຮັບຕ້ອນແຂກບ້ານແຂກເມືອງທີ່ສຳຄັນຢ່າງຫຼວງຫຼາຍ ບໍ່ວ່າຈະເປັນຜູ້ນໍາຈາກພາຍໃນປະເທດ ຫຼື ຈາກບັນດາປະທດຕ່າງໆ, ນັກສະແດງ ຫຼື ຜູ້ມີຊື່ສຽງຈາກຕ່າງປະເທດ ຕະຫຼອດຮອດພໍ່ແມ່ ປະຊາຊົນຄົນລາວທຸກຄົນ.

 

 

ຮຽບຮຽງຂ່າວ: ລັດສະໝີ ພອນວິໄລ

 

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...