Homeຂ່າວພາຍ​ໃນການບິນໄທອອກມາຊີ້ແຈງເຫດການເຮືອບິນຂອງການບິນໄທເກາະກັບເຮືອບິນສ່ວນຕົວທີ່ສະໜາມບິນວັດໄຕຈົນຫາງຂາດ

ການບິນໄທອອກມາຊີ້ແຈງເຫດການເຮືອບິນຂອງການບິນໄທເກາະກັບເຮືອບິນສ່ວນຕົວທີ່ສະໜາມບິນວັດໄຕຈົນຫາງຂາດ

Published on

ຄໍ່າວັນທີ 9 ມີນາ 2020​ ເກີດເຫດເຮືອບິນຂອງສາຍການບິນໄທທີ່ກຽມຈະເດີນທາງໄປບາງກອກ ເກາະຫາງຍົນສ່ວນຕົວທີ່ຈອດໄວ້ ຈົນຫາງຍົນດັ່ງກ່າວຂາດ ໂຊກດີ ຜູ້ໂດຍສານ ແລະ ລູກເຮືອທັງໝົດປອດໄພ.

ເຮືອບິນຂອງການບິນໄທ ຖ້ຽວບິນ TGT 575 ເສັ້ນທາງວຽງຈັນ-ກຸງເທບ ຂອງວັນທີ 9 ມີນາ 2020 ເຊິ່ງມີກຳນົດອອກຈາກວຽງຈັນເວລາ 20:30 ແລະ ຈະເດີນທາງຮອດສະໜາມບິນສຸວັນນະພູມເວລາ 21:35. ຂະນະທີ່ເຮືອບິນກໍາລັງເຄື່ອນຕົວອອກທາງຂັບ (​Taxi Way) ປາຍປີກຂອງເຄື່ອງບິນໄດ້ຕໍາກັບຫາງເຮືອບິນສ່ວນບຸກຄົນທີ່ຈອດຢູ່ ໂຊກດີທີ່ບໍ່ມີໃຜບາດເຈັບ.

ການບິນໄທໄດ້ນໍາຜູ້ໂດຍສານ ແລະ ລູກເຮືອທຸກຄົນເຂົ້າພັກທີ່ໂຮງແຮມທີ່ໄດ້ຈັດກຽມໄວ້ ແລະ ຈະອອກເດີນທາງໄປບາງກອກໃນມື້ນີ້ ວັນທີ 10 ມີນາ 2020; ບໍລິສັດ ການບິນໄທ ຈະດຳເນີນການສອບສວນຂໍ້ເທັດຈິງເຖິງສາເຫດທີ່ເກີດຂຶ້ນຕໍ່ໄປ.

ຖ້ຽວບິນ TGT 575 ເສັ້ນທາງວຽງຈັນ-ບາງກອກແມ່ນເຮືອບິນແອບັສ ເອ 330-300 ເຊິ່ງສາມາດບັນທຸກຜູ້ໂດຍສານໄດ້ 79 ຄົນ, ນັກບິນ ແລະ ພະນັກງານເທິງເຮືອບິນໄດ້ 13 ຄົນ.

https://www.facebook.com/ThaiAirways.TH/posts/2494873193952226

 

ຮຽງຮຽງຂ່າວ: ລັດສະໝີ ພອນວິໄລ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...