spot_img
Homeຂ່າວຕ່າງປະເທດຈັບຕົວຜູ້ກໍ່ເຫດກາດຍິງຫ້າງຈັບຕົວປະກັນ 30ຄົນໄດ້ແລ້ວ! ອ້າງຍ້ອນແຄ້ນໃຈຖືກໄລ່ອອກ

ຈັບຕົວຜູ້ກໍ່ເຫດກາດຍິງຫ້າງຈັບຕົວປະກັນ 30ຄົນໄດ້ແລ້ວ! ອ້າງຍ້ອນແຄ້ນໃຈຖືກໄລ່ອອກ

Published on

ຕຳຫຼວດຟິລິບປິນຫຼາຍຄົນຖືກສົ່ງຕົວເຂົ້າໄປປະຕິບັດການບໍລິເວນສູນການຄ້າວີມອລ ໃນເມືອງ ຊານຮວນ ນະຄອນຫຼວງມະນີລາ ໃນວັນທີ 2 ມີນາ ຫຼັງຈາກເກີດເຫດການຄົນຮ້າຍຈັບຕົວປະກັນ ແລະ ມີການກາດຍິງພາຍໃນສູນການຄ້າດັ່ງກ່າວ.

ຜູ້ກໍ່ເຫດກາດຍິງຄັ້ງນີ້ມີຊື່ວ່າ ທ້າວ ອາຣ໌ຊີ ພາເຣ ອະດີດພະນັກງານຮັກສາຄວາມປອດໄພຂອງຫ້າງ ໄວອາຍຸ 32 ປີ ເຊິ່ງຫາກໍ່ຖືກໄລ່ອອກເມື່ອອາທິດທີ່ຜ່ານມາ ຍ້ອນຄວາມຄຽດແຄ້ນຈຶ່ງໄດ້ກໍ່ເຫດ.

ທ່ານ ຟຣັງຊິສ ຊາໂມຣາ ເຈົ້າເມືອງເມືອງ ຊາຍຮວນ ເປີດເຜີຍວ່າ ຄົນຮ້າຍທີ່ກໍ່ເຫດເຄີຍເປັນພະນັກງານຮັກສາຄວາມປອດໄພທີ່ຖືກບໍລິສັດຕົ້ນສັງກັດໄລ່ອອກ ເຊິ່ງບໍລິສັດດັ່ງກ່າວໄດ້ຮັບຜິດຊອບຮັກສາຄວາມປອດໄພໃຫ້ກັບສູນການຄ້າແຫ່ງນີ້ ແລະ ຄົນຮ້າຍໄດ້ຈັບພະນັກງານຂອງສູນການຄ້າ ດັ່ງກ່າວປະມານ 30 ຄົນ ເປັນຕົວປະກັນ ແລະ ຖືກຍິງເສຍຊີວິດຢ່າງໜ້ອຍ 1 ຄົນ.

ທ່ານເຈົ້າເມືອງໄດ້ກ່າວວ່າຄົນຮ້າຍມີອາວຸດປືນ ແລະ ລະເບີດມາພ້ອມ, ຜູ້ກໍ່ເຫດໄດ້ຍື່ນເງື່ອນໄຂ 2 ຂໍ້ ຄື: ຕ້ອງການລົມກັບເພື່ອນຮັກສາຄວາມປອດໄພ ທີ່ເຄີຍເຮັດວຽກນຳກັນ ແລະ ຕ້ອງການລົມກັບສື່ມວນຊົນ ໂດຍເຈົ້າໜ້າທີ່ໄດ້ອະນຸຍາດໃຫ້ຜູ້ກໍ່ເຫດລົມກັບເພື່ອນຜ່ານ Video Call ໂດຍເຂົາໂນ້ມນ້າວໃຫ້ເພື່ອນມາຮ່ວມກັນກໍ່ເຫດ ໂດຍອ້າງວ່າ ເພື່ອເປັນການຕໍ່ຕ້ານຍຶດອຳນາດຈາກຝ່າຍບໍລິຫານຫ້າງ, ສ່ວນເງື່ອນໄຂຂໍ້ທີ 2 ແມ່ນຂໍພົບສື່ ເຈົ້າໜ້າທີ່ເປີດໂອກາດໃຫ້ຜູ້ກໍ່ເຫດໄດ້ເວົ້າ ກ່ອນຄົນຮ້າຍຈະຖືກຈັບກຸມຕົວ ແລະ ຕົວປະກັນໄດ້ຖືກປ່ອຍຕົວທັງໝົດ.

 

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...