ສວນກະແສໂຄໂຮນາ “ເກົາຫຼີເໜືອທົດສອບຂີປະນາວຸດ” ຄັ້ງທຳອິດໃນປີ 2020

ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງໂຊລ ປະເທດເກົາຫຼີໃຕ້ເມື່ອວັນທີ 3 ມີນາ 2020 ວ່າ ກະຊວງປ້ອງກັນປະເທດຂອງເກົາຫຼີໃຕ້ອອກຖະແຫຼງການເມື່ອວັນຈັນທີ່ຜ່ານມາວ່າ ເກົາຫຼີເໜືອໄດ້ຍິງຂີປະນາວຸດພິໄສໄກ 2 ລູກອອກຈາກຖານປະຕິບັດການ ທີ່ເມືອງວອນຊານ ທາງຕະເວັນອອກຂອງປະເທດ ເມື່ອຕອນບ່າຍຕາມເວລາທ້ອງຖິ່ນ.

ເບື້ອງຕົ້ນລັດຖະບານເກົາຫຼີໃຕ້ໄດ້ຕັ້ງສົມມຸດຖານວ່າເປັນການຝຶກຊ້ອມຮົບຂອງກອງທັບ ພາຍໃຕ້ການສັງເກດການຂອງທ່ານ ຄິມ ຈອງ ອຶນ ຜູ້ນຳສູງສຸດຂອງເກົາຫຼີເໜືອ.

ຂີປະນາວຸດພິໄສມີຄວາມໄກປະມານ 240 ກິໂລແມັດ ແລະ ລອຍເໜືອພື້ນດິນປະມານ 35 ກິໂລແມັດ ກ່ອນຕົກລົງທະເລຕະເວັນອອກ ນີ້ຖືວ່າເປັນການທົດສອບຂີປະນາວຸດຂອງເກົາຫຼີເໜືອຄັ້ງທຳອິດຂອງປີ 2020.

 

ຮຽບຮຽງຂ່າວ: ພຸດສະດີ