ລາຄາໂລກຄຳເພີ່ມຂຶ້ນສູງທີ່ສຸດໃນຮອບ 7 ປີ!

ລາຄາຄຳໂລກທຸບສະຖິຕິຂຶ້ນສູງສຸດໃນຮອບ 7 ປີ ຫຼ້າສຸດ, ມີລາຍງານວ່າ ລາຄາຄຳໂລກໃນວັນທີ 20 ກຸມພາ 2020 ໃນຕະຫຼາດໂລກປັບຕົວສູງຂຶ້ນເຖິງ 1,600 ໂດລາ/ອອນ ໂດຍປິດລາຄາການຂາຍຢູ່ທີ່ 1,609.90 ໂດລາ/ອອນ ເຊິ່ງເປັນລາຄາສູງທີ່ສຸດໃນຮອບ 7 ປີ ສົ່ງຜົນໃຫ້ລາຄາຄຳໃນລາວເພີ່ມຂຶ້ນໄປຕາມໆກັນ.

ທັງນີ້, ສຳລັບປັດໄຈທີ່ເຮັດໃຫ້ລາຄາຄຳສູງຂຶ້ນຢ່າງຕໍ່ເນື່ອງເກີດຈາກດອກເບ້ຍທົ່ວໂລກມີໂອກາດປັບຕົວຫຼຸດລົງ ໂດຍມີການເປີດເຜີຍວ່າ ລາຄາຄຳໄດ້ມີການປັບຕົວເພີ່ມຂຶ້ນນັບຕັ້ງແຕ່ທ້າຍປີ 2012 ຈົນຮອດປັດຈຸບັນ ເຊິ່ງເປັນຜົນຂ້າງຄຽງມາຈາກທະນາຄານກາງໃຫຍ່ຂອງໂລກມີວິໄສທັດໃນການທີ່ຈະປັບອັດຕາດອກເບ້ຍຫຼຸດລົງ ບໍ່ວ່າຈະເປັນທະນາຄານກາງຂອງສະຫະລັດ, ຍີ່ປຸ່ນ ຫຼື ໃນເອີຣົບ ສົ່ງຜົນໃຫ້ນັກລົງທຶນບໍ່ກ້າເຂົ້າມາລົງທຶນໃນຫຸ້ນ ແລະ ເລືອກລົງທຶນໃນຄຳແທນ ເພື່ອສ້າງກຳໄລໃນໄລຍະສັ້ນ.

ລາຄາຄຳໃນຕະຫຼາດບ້ານເຮົາປະຈຳວັນທີ 21 ກຸມພາ 2020 ມີການຂາຍຢູ່ທີ່ 1 ບາດ 7.459.000 ກີບ ແລະ 1 ສະລຶງຂາຍ 1.869.000 ກີບ.

ໃນຂະນະທີ່ຜົນກະທົບຈາກການແພ່ລະບາດຂອງເຊື້ອໄວຣັດໂຄໂຣນາ ຕໍ່ເສດຖະກິດໂລກ ສົ່ງຜົນໃຫ້ຄົນຫັນມາລົງທຶນກັບຄຳຫຼາຍຂຶ້ນ ເພາະເປັນຊັບສິນປອດໄພ. ນອກຈາກນີ້, ຍັງມີປັດໄຈເລື່ອງຄ່າເງິນບາດທີ່ອ່ອນລົງ ຄວາມຮຸນແຮງຂອງສົງຄາມການຄ້າລະຫວ່າງຈີນ-ສະຫະລັດ ແລະ ສະຖານະການຄວາມຂັດແຍ້ງໃນຕະເວັນອອກກາງ ທີ່ເປັນແຮງຈູງໃຈທີ່ເຮັດໃຫ້ລາຄາຄຳເພີ່ມສູງຂຶ້ນອີກດ້ວຍ.

ຮຽບຮຽງຂ່າວ:​ ພຸດສະດີ