spot_img
Homeນານາສາລະກຳມະຖານແມ່ນຫຍັງ! ກຽມຕົວແນວໃດໄປກຳມະຖານຈຶ່ງໄດ້ກຸສົນສູງສຸດ

ກຳມະຖານແມ່ນຫຍັງ! ກຽມຕົວແນວໃດໄປກຳມະຖານຈຶ່ງໄດ້ກຸສົນສູງສຸດ

Published on

ຊາວພຸດທັງຫຼາຍເມື່ອກ້າວເຂົ້າສູ່ລະດູແຫ່ງການແສວງບຸນ ພວກເຮົາກໍ່ຈະພົບເຫັນໃນແຕ່ລະວັດວາມີການຈັດພິທີສົມໂພດພຣະ ລວມໄປເຖິງການນັ່ງກຳມະຖານປະຕິບັດທໍາ ເຊິ່ງມັນເປັນພິທີກຳສ່ວນໜຶ່ງໃນພຸດທະສາດສະໜາ ຫາກກ່າວເຖິງຄຳວ່າ ກຳມະຖານ ຫຼາຍຄົນຈະເຂົ້າໃຈກັນວ່າ ກຳມະຖານຄື: ​ການນັ່ງສະມາທິຫຼັບຕາສູດມົນ ເຊິ່ງເປັນການກະທຳບາງຢ່າງທີ່ຕ່າງໄປຈາກພຶດຕິກຳ ການໃຫ້ທານໃນການຮັກສາສິນ ແຕ່ສຳລັບຄວາມໝາຍຂອງກຳມະຖານໃນພາສາບາລີແລ້ວ ກຳມະຖານ ມີຄວາມໝາຍວ່າ “ການງານທີ່ເປັນເຫດແຫ່ງການບັນລຸຄຸນວິເສດ”.

ການປະຕິບັດກຳມະຖານນັ້ນ ເປັນການກະທຳດ້ວຍຄວາມຕັ້ງໃຈ ຫຼື ຈົງໃຈໃນລັກສະນະໜຶ່ງ ແຕ່ເປັນໄປໃນຝ່າຍກຸສົນສ່ວນດຽວ, ຈຸດມຸ່ງໝາຍພື້ນຖານຂອງກຳມະຖານນັ້ນຄື: ການອົບຮົມຈິດໃຈໃຫ້ສະຫງົບ, ປ່ອຍວາງ, ຕັດກິເລດຕັນຫາ, ຄວາມຄິດມຸ່ງຮ້າຍ, ຄວາມຄຽດແຄ້ນ, ຄວາມຮ້ອນຮົນ, ຄວາມບໍ່ສະບາຍໃຈ ແລະ ຄວາມລະແວງສົງໃສ ອອກໄປເປັນຕົ້ນ.

ການຝຶກກຳມະຖານເປັນການເຮັດກຸສົນຊະນິດໜຶ່ງ ໂດຍສະເພາະມະໂນກຳ ຕ່າງຈາກກຳທົ່ວໄປຢູ່ບ່ອນວ່າ ເປົ້າໝາຍຂອງການກະທຳເປັນໄປເພື່ອຄວາມສິ້ນພົບຊາດ ແລະ ຫຼຸດພົ້ນອອກຈາກຄວາມທຸກ.

ນັກປະຕິບັດທຳຫຼາຍທ່ານອາດເກີດຄວາມກັງວົນໃຈ ເມື່ອຈະໄປປະຕິບັດທຳ ຫຼື ໄປນັ່ງກຳມະຖານຈະຕ້ອງມີການກຽມຕົວແນວໃດ ຈຶ່ງຈະມີຄວາມເໝາະສົມ ລວມທັງສາມາດປະຕິບັດທຳໄດ້ຕາມເວລາທີ່ຕົວເອງໄດ້ຕັ້ງໃຈເອົາໄວ້ ໃນຄວາມເປັນຈິງແລ້ວຕາມຫຼັກການນັ່ງສະມາທິ ຫຼື ການກຳມະຖານມັນບໍ່ໄດ້ມີຄວາມຊັບຊ້ອນຫຍຸ້ງຍາກແບບທີ່ຫຼາຍຄົນກັງວົນ. ດັ່ງນັ້ນ, ການໄປນັ່ງກຳມະຖານພຽງຂໍໃຫ້ທ່ານມີຈິດໃຈທີ່ບໍລິສຸດ, ເນື້ອຕົວສະອາດປາສະຈາກເຄື່ອງຫອມໃດໆ, ສວມໃສ່ຊຸດຂາວ, ມີທຽນ, ຂັນ 1 ໜ່ວຍ ຫຼື ອາດຈະເພີ່ມສາຍສິນເຂົ້ານຳເທົ່ານີ້ກໍ່ພຽງພໍແລ້ວ ເພາະກຳມະຖານນັ້ນມັນຄືການປ່ອຍວາງ ການບໍ່ຢຶດຕິດກັບສິ່ງໃດໆທັງນັ້ນ ແຕ່ຄົນສ່ວນຫຼາຍແມ່ນນິຍົມຖືວັດຖຸມົງຄຸນການນຳດອກໄມ້ ທູບ, ທຽນ, ໝາກຄູນ, ໃບຄູນ, ໃບຍໍ ຫຼື ພຣະ ເປັນຕົ້ນ. ອົງປະກອບເຫຼົ່ານີ້ພວກເຂົາມີຄວາມເຊື່ອວ່ານອກເໜືອຈາກການທີ່ເຮັດໃຫ້ຈິດໃຈສະຫງົບໃນເວລາໄປກຳມະຖານແລ້ວ ຍັງເປັນການສ້າງບຸນກຸສົນ ການເສີມມຸງຄຸນໃຫ້ກັບຊີວິດຂອງຕົນເອງອີກດ້ວຍ ເນື່ອງຈາກວ່າ ສິ່ງຂອງທີ່ນຳໄປວິປັດສະນາກຳມະຖານນຳນັ້ນ ເມື່ອນຳກັບມາເຮືອນ ບາງຄົນກໍ່ຈະນຳໄປໄວ້ຮ້ານພຣະເພື່ອບູຊາ ຫຼື ເອົາຕິດຕົວໄວ້ ເພື່ອເສີມສິຣິມົງຄຸນໃຫ້ກັບຊີວິດ.

 

ບົດໂດຍ: ພຸດສະດີ

 

 

 

ບົດຄວາມຫຼ້າສຸດ

ເຫດການຄາຕະກຳ! ເຂີຍໂຫດບໍ່ພໍໃຈເມຍແຊຣໂພສລົງເຟສບຸກ ໃຊ້ອາວຸດປືນຍິງຄອບຄົວ ພ້ອມຈົບຊີວິດຕົນເອງ ລວມທົງໝົດ 5 ສົບ

ເຂີຍໂຫດບໍ່ພໍໃຈເມຍ ທີ່ແຊຣລົງເຟສບຸກ ຈຶ່ງກໍ່ເຫດຄາຕະກຳ ແລ້ວຈົບຊີວິດຕົນເອງຕາມ ປກສ ແຂວງຊຽງຂວາງ ລາຍງານວ່າ: ວັນທີ 15 ກໍລະກົດ 2025 ຜ່ານມານີ້, ເຈົ້າໜ້າທີ່ກອງບັນຊາການ ປ້ອງກັບຄວາມສະຫງົບ ແຂວງຊຽງຂວາງໄດ້ຮັບລາຍງານ...

ເດັກນ້ອຍອາຍຸ 11 ປີ ຊາວບຣາຊິນ ມີແຂ້ວ 81 ເຫຼັ້ມ

ແພດສຸດອຶ້ງ! ເດັກນ້ອຍຜູ້ຍິງອາຍຸ 11 ປີ ຊາວບຣາຊິນ ໄປຖອນແຂ້ວຢູ່ຄລີນິກ ແຕ່ຜົນສະແກນພົບວ່າມີແຂ້ວຫຼາຍເຖິງ 81 ເຫຼັ້ມ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກໍລະກົດ 2025 ຜ່ານມາ, ກ່ຽວກັບເລື່ອງລາວສຸດອຶ້ງເມື່ອມີເດັກນ້ອຍຜູ້ຍິງຊາວບຣາຊິນ...

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...