Homeຂ່າວທ້ອງຖິ່ນອາເມຣິກາຊ່ວຍເຫຼືອ 100 ລ້ານໂດລາ ໃນການຮັບມືກັບໄວຣັສໂຄໂຣນາ

ອາເມຣິກາຊ່ວຍເຫຼືອ 100 ລ້ານໂດລາ ໃນການຮັບມືກັບໄວຣັສໂຄໂຣນາ

Published on

ນະຄອນຫຼວງວໍຊິງຕັນ, ສະຫະລັດອາເມຣິກາລາຍງານເມື່ອວັນທີ 10 ກຸມພາ 2020 ວ່າ ອາເມຣິກາໄດ້ສະໜອງອຸປະກອນດ້ານສຸຂະພາບໃຫ້ແກ່ປະເທດລາວ ຂອງໂຄງການການຊ່ວຍເຫຼືອປະເທດທີ່ໄດ້ຮັບຜົນກະທົບຈາກໂຄໂຣນາ ມູນຄ່າ 100 ລ້ານໂດລາ.

ອົງການພັດທະນາລະຫວ່າງປະເທດຂອງອາເມຣິກາກ່າວວ່າ ໄດ້ມອບອຸປະກອນລວມເຖິງແວ່ນຕາປ້ອງກັນ 440 ຊຸດ ແລະ ຊຸດຜ່າຕັດ 1.500 ຊຸດ.

ທ່ານ Jim Richardson, ຜູ້ອຳນວຍການຝ່າຍຊ່ວຍເຫຼືອຕ່າງປະເທດຂອງກະຊວງການຕ່າງປະເທດ ກ່າວວ່າການຈັດສົ່ງອຸປະກອນເຖິງປະເທດລາວເປັນຄັ້ງທຳອິດ ແລະ ການສະໜອງທຶນດັ່ງກ່າວຕົ້ນຕໍແມ່ນເພື່ອນຳໃຊ້ໃນວຽກງານເຊື້ອໄວຣັສໂຄໂຣນາ.

ທ່ານ Richardson ກ່າວວ່າ ປະເທດລາວ ພ້ອມດ້ວຍບັນດາປະເທດປະເທດ ແລະ ເກາະໃນເຂດປາຊີຟິກ, ມຽນມາ ແລະ Papua New Guinea ໄດ້ຖືກພິຈາລະນາເປັນບຸລິມະສິດໃນງົບປະມານຍ້ອນວ່າສະຫະລັດອາເມຣິກາຫວັງວ່າຈະສະແດງທາງເລືອກໃຫ້ແກ່ປະເທດຈີນທີ່ເພີ່ມທະວີຄວາມເຂັ້ມແຂງຂຶ້ນເລື້ອຍໆ.

 

ຮຽບຮຽງຂ່າວ: ພຸດສະດີ

“

 

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...