spot_img
Homeຂ່າວຕ່າງປະເທດເຄາະຊໍ້າ! ຈີນພົບການລະບາດໄຂ້ຫວັດສັດປີກໃນຂະນະຍອດຜູ້ເສຍຊີວິດຈາກໂຄໂຣນາເພີ່ມ 361ຄົນ

ເຄາະຊໍ້າ! ຈີນພົບການລະບາດໄຂ້ຫວັດສັດປີກໃນຂະນະຍອດຜູ້ເສຍຊີວິດຈາກໂຄໂຣນາເພີ່ມ 361ຄົນ

Published on

ສຳນັກຂ່າວເດລີນິວ ລາຍງານເມື່ອວັນທີ 3 ກຸມພາ 2020 ວ່າ ຄະນະກຳມາທິການສາທາລະນະສຸກແຫ່ງ ສປ ຈີນ ລາຍງານເຖິງສະຖານະການຂອງເຊື້ອໄວຣັສໂຄໂຣນາສາຍພັນໃໝ່ ທີ່ແຜ່ລະບາດໃນປະເທດຕັ້ງແຕ່ເດືອນທັນວາ 2019 ຈົນຮອດປັດຈຸບັນມີຈຳນວນຜູ້ເສຍຊີວິດຢ່າງໜ້ອຍ 361 ຄົນ ແລະ ມີຜູ້ປ່ວຍຕິດເຊື້ອແລ້ວ 17,205 ຄົນ; ແຕ່ຄະນະທີມແພດໄດ້ຮ່ວມກັນຮັກສາຜູ້ປ່ວຍຕິດເຊື້ອຈົນປາສະຈາກໂຣກ ແລະ ສາມາດເດີນທາງກັບບ້ານໄດ້ແລ້ວ 475 ຄົນ.

ດ້ານສະຖານະການຕິດເຊື້ອໃນຕ່າງປະເທດພົບຜູ້ຕິດເຊື້ອທັງໝົດ 23 ປະເທດຄື: ໄທ, ຍີ່ປຸ່ນ, ສິງກະໂປ, ເກົາຫຼີໃຕ້, ສາຫະລັດ ອາຣັບ ເອມິເຣດ (ຢູເອອີ), ອິຕາລີ, ຣັດເຊຍ, ອັງກິດ, ກຳປູເຈຍ, ອິນເດຍ, ເນປານ, ຟິລິບປິນ,​ ສະເປນ,​ ສີລັງກາ ແລະ ສະວີເດນ ແລະ ຍັງມີລາຍງານວ່າໃນ ຟິລິປິນມີຜູ້ປ່ວຍຕິດເຊື້ອເສຍຊີວິດແລ້ວ 1 ຄົນ ເປັນນັກທ່ອງທ່ຽວຊາຍຊາວຈີນໄວອາຍຸ 44 ປີ ແລະ ຖືວ່າເປັນການເສຍຊີວິດນອກປະເທດຈີນລາຍທຳອິດ.

ໃນປະເທດຈີນເວລານີ້,​ນອກຈາກຈະມີການແຜ່ລະບາດຂອງເຊື້ອໄວຣັສໂຄໂຣນາແລ້ວ ຍັງມີລາຍງານຂ່າວວ່າທີ່ເມືອງ ເຊົາຫຍາງ ແຂວງ ຫູໜານ ທີ່ມີຊາຍແດນຕິດກັບແຂວງ ຫູເປີ່ຍ ໄດ້ເກີດການແຜ່ລະບາດຂອງພະຍາດໄຂ້ຫວັດສັດປີກ ຫຼື H5N1 ຂຶ້ນ ສົ່ງຜົນໃຫ້ມີສັດປີກຕາຍຫຼາຍກວ່າ 4,500 ໂຕ ໂດຍທາງລັດຖະບານຈີນມີຄຳສັ່ງກຳຈັດສັດປີກໃນຟາມຕ່າງໆ ໂດຍສະເພາະໄກ່ກວ່າ 20,000 ໂຕ ເພື່ອລະງັບການແຜ່ລະບາດຂອງພະຍາດໄຂ້ຫວັດສັດປີກ.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...