spot_img
Homeຂ່າວພາຍ​ໃນເຮັດວຽກໜັກເກີນ 10 ຊົ່ວໂມງເປັນປະຈຳ ເພີ່ມຄວາມສ່ຽງເປັນຫຼອດເລືອດສະໝອງ

ເຮັດວຽກໜັກເກີນ 10 ຊົ່ວໂມງເປັນປະຈຳ ເພີ່ມຄວາມສ່ຽງເປັນຫຼອດເລືອດສະໝອງ

Published on

ງານວິໄຈຫຼ້າສຸດຈາກປະເທດຝຣັ່ງຊຶ່ງພົບຫຼັກຖານທີ່ບົ່ງຊີ້ວ່າ ການເຮັດວຽກຍາວນານເກີນ 10 ຊົ່ວໂມງຢ່າງໜ້ອຍ 50 ວັນຕໍ່ປີອາດເພີ່ມຄວາມສ່ຽງໃຫ້ເກີດພະຍາດຫຼອດເລືອດສະໝອງ ຫຼື stroke ໂດຍທີມນັກວິໄຈຈາກມະຫາວິທະຍາໄລອອງເຊຣຮ່ວມກັບສະຖາບັນວິໄຈສຸຂະພາບ ແລະ ການແພດແຫ່ງຊາດຝຣັ່ງໄດ້ສຶກສາເລື່ອງດັ່ງກ່າວຈາກການວິເຄາະຂໍ້ມູນດ້ານອາຍຸ ການສູບຢາ ແລະ ການເຮັດວຽກທີ່ມີຊົ່ວໂມງຍາວນານໃນກຸ່ມປະຊາກອນຜູ້ໃຫຍ່ຈຳນວນ 143.000 ຄົນ.

ຜົນການວິເຄາະພົບວ່າ ມີຜູ້ເຂົ້າຮ່ວມການສຶກສາບໍ່ເຖິງ 1 ໃນ 3 ທີ່ເຮັດວຽກໂດຍມີຊົ່ວໂມງຍາວນານ ໃນຈຳນວນນີ້ 10% ຫັກໂຫມວຽກຢ່າງໜັກຕິດຕໍ່ກັນເປັນເວລາ 10 ປີ ຫຼື ຫຼາຍກວ່ານັ້ນ ທັງນີ້ ນັກວິໄຈຍັງພົບອີກວ່າກຸ່ມດັ່ງກ່າວນີ້ມີຈຳນວນ 1.224 ຄົນປ່ວຍເປັນພະຍາດຫຼອດເລືອດສະໝອງຊຶ່ງເປັນພາວະທີ່ສະໝອງຂາດເລືອດໄປຫຼໍ່ລ້ຽງເນື່ອງຈາກຫຼອດເລືອດຕີບ ຫຼອດເລືອດອັດຕັນ ຫຼື ຫຼອດເລືອດແຕກ ຊຶ່ງຈະສົ່ງຜົນໃຫ້ເນື້ອເຍື່ອໃນສະໝອງຖືກທຳລາຍ ແລະ ເຮັດໃຫ້ການເຮັດວຽກຂອງສະໝອງຊ້າລົງ.

ຂະນະທີ່ສະມາຄົມພະຍາດຫົວໃຈຂອງອາເມຣິກາໄດ້ລະບຸວ່າ ຄົນທີ່ເຮັດວຽກໂດຍມີຊົ່ວໂມງຍາວນານມີຄວາມສ່ຽງເປັນພະຍາດຫຼອດເລືອດໝອງເພີ່ມຂຶ້ນເຖິງ 29% ເມື່ອທຽບກັບຄົນທົ່ວໄປ ແລະ ຄົນທີ່ເຮັດວຽກໜັກຕິດຕໍ່ກັນເກີນ 10 ປີຂຶ້ນໄປແມ່ນມີຄວາມສ່ຽງສູງເຖິງ 45% ພ້ອມນີ້ ຜູ້ຊ່ຽວຊານກໍໄດ້ອອກມາລະບຸຕື່ມວ່າ ຄວາມເຊື່ອມໂຍງລະຫວ່າງການເຮັດວຽກຊົ່ວໂມງຍາວນານກວ່າ 10 ປີກັບພະຍາດຫຼອດເລືອດສະໝອງມີຄວາມຊັດເຈນເພີ່ມຂຶ້ນໃນກຸ່ມຄົນອາຍຸຕ່ຳກວ່າ 50 ປີ ແລະ ນີ້ກໍຄືສິ່ງທີ່ຄາດບໍ່ເຖິງ ແລະ ຈຳເປັນຕ້ອງມີການສຶກສາເພີ່ມເຕີມຕໍ່ໄປຢ່າງຮີບດ່ວນ.

ສ່ວນຫົວໜ້າໜ່ວຍວິໄຈສະມາຄົມພະຍາດຫຼອດເລືອດສະໝອງແຫ່ງອັງກິດກໍໄດ້ແນະນຳວິທີຫຼຸດຄວາມສ່ຽງການເກີດພະຍາດດັ່ງກ່າວດ້ວຍການຮັບປະທານອາຫານທີ່ດີຕໍ່ສຸຂະພາບ ອອກກຳລັງກາຍຢ່າງສະໝ່ຳສະເໝີ ເຊົາສູບຢາ ແລະ ນອນຫຼັກພັກຜ່ອນໃຫ້ພຽງພໍໃນແຕ່ລະວັນກໍຈະຊ່ວຍໃຫ້ເຮົາໆທ່ານໆມີສຸຂະພາບທີ່ແຂງແຮງ.

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: bbc.com

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...