Homeຂ່າວທ້ອງຖິ່ນຄຸກ 2 ປີລ່າມກຳປູເຈຍໂທດຖານຮ່ວມເຮັດສາລະຄະດີປອມ “ແມ່ຂາຍລູກສາວ”

ຄຸກ 2 ປີລ່າມກຳປູເຈຍໂທດຖານຮ່ວມເຮັດສາລະຄະດີປອມ “ແມ່ຂາຍລູກສາວ”

Published on

ສານກຳປູເຈຍຕັດສິນຈຳຄຸກ ທ້າວ ທັດ ຣຸຕ ມຸນີ ລ່າມ (ນັກແປພາສາ) ແລະ ຜູ້ປະສານງານກອງຖ່າຍຮູບເງົາສາລະຄະດີເປັນເວລາ 2 ປີ ເນື່ອງຈາກລັດຖະບານລະບຸວ່າ ສາລະຄະດີດັ່ງກ່າວເປັນຂ່າວປອມ!.

ຜູ້ຕ້ອງຫາຄົນດັ່ງກ່າວຄື ທັດ ຣຸຕ ມຸນີ ອາຍຸ 48 ປີ ຖືກກັກຕົວໄດ້ທີ່ປະເທດໄທ ແລະ ຖືກສົ່ງຕົວກັບກຳປູເຈຍເມື່ອປີຜ່ານມາ ຂະນະທີ່ພະຍາຍາມເດີນທາງໄປຍັງປະເທດເນເທີແລນກັບຄອບຄົວ ຫຼັງຈາກທີ່ເຮັດໜ້າທີ່ເປັນລ່າມ ແລະ ຜູ້ປະສານງານໃຫ້ກັບກອງຖ່າຍທຳຮູບເງົາສາລະຄະດີເລື່ອງ “My Mother Sold Me” ຂອງສະຖານີຣັດເຊຍທູເດທີ່ເລົ່າເລື່ອງລາວຂອງເດັກຍິງກຳປູເຈຍຈາກຄອບຄົວທຸກຍາກທີ່ຖືກຂາຍເຂົ້າສູ່ອາຊີບຂາຍບໍລິການ ແຕ່ເຈົ້າໜ້າທີ່ກຳປູເຈຍກໍໄດ້ອອກມາເປີດເຜີຍວ່າ ເດັກຍິງໃນຮູບເງົາສາລະຄະດີເລື່ອງນີ້ ແລະ ແມ່ຂອງນາງໄດ້ຮັບຄ່າຈ້າງ 200 ໂດລາໃຫ້ຕົວະລະຫວ່າງຖ່າຍທຳສາລະຄະດີຊຶ່ງມີຄວາມຍາວ 30 ນາທີຊຶ່ງປ່ອຍອອກອາກາດເມື່ອເດືອນຕຸລາ 2018 ຜ່ານມາ.

ທັງນີ້ ເມື່ອວັນທີ 26 ມິຖຸນາຜ່ານມາ ຜູ້ພິພາກສາສານກຳປູເຈຍຈຶ່ງໄດ້ຕັດສິນຈຳຄຸກຜູ້ກ່ຽວເປັນເວລາ 2 ປີໃນຄວາມຜິດຖານສົມຮູ້ຮ່ວມຄິດໃນການເຮັດສາລະຄະດີທີ່ກໍ່ໃຫ້ເກີດຄວາມແຕກແຍກ ແລະ ສັ່ງປັບໄໝເປັນເງິນຊົດເຊີຍຈຳນວນ 17.500 ໂດລາໃຫ້ກັບ 2 ແມ່ລູກທີ່ປາກົດຕົວໃນຮູບເງົາສາລະຄະດີດັ່ງກ່າວ ຊຶ່ງທັງສອງໄດ້ເລົ່າໃຫ້ເຈົ້າໜ້າທີ່ຟັງວ່າ ຈຳເລີຍບອກກັບຕົນເອງ ແລະ ລູກສາວວ່າຈະຊ່ວຍເລື່ອງຂໍ້ຂັດແຍ່ງທີ່ດິນ ແລະ ຈະເປີດຮ້ານຂາຍເຄື່ອງໃຫ້ຖ້າຫາກ 2 ແມ່ລູກແຕ່ງເລື່ອງຂອງລູກສາວຕາມທີ່ປາກົດໃນຮູບເງົາສາລະຄະດີ.

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: thaipost

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...