Homeຂ່າວພາຍ​ໃນຢ່າຫຼົງເຊື່ອໂຄສະນາ (ອຸປະກອນຊ່ວຍປະຢັດໄຟຟ້າ)

ຢ່າຫຼົງເຊື່ອໂຄສະນາ (ອຸປະກອນຊ່ວຍປະຢັດໄຟຟ້າ)

Published on

ຈາກທີ່ມີກະແສອອກມາທາງໂລກໂຊຊຽວກ່ຽວກັບໂຄສະນາອຸປະກອນຂາຍເຄື່ອງຊ່ວຍປະຢັດໄຟຟ້າທີ່ມີຊື່ວ່າ Power Factor Saver  ຊຶ່ງຖືກແຊຣຢ່າງຫຼວງຫຼາຍໃນຂະນະນີ້ວ່າມີຄຸນສົມບັດດີເລີດ ສາມາດຊ່ວຍປະຢັດຄ່າໄຟຟ້າລົງໄດ້ເຖິງເຄິ່ງໜຶ່ງຂອງມູນຄ່າທີ່ເຄີຍເສຍໂດຍບໍ່ຜິດກົດໝາຍ.

ແຕ່ໃນຄວາມເປັນຈິງແລ້ວ ທີມງານຂອງລາວໂພສໄດ້ເຂົ້າໄປສອບຖາມຂໍ້ມູນຄວາມຈິງກັບເຈົ້າໜ້າທີ່ໄຟຟ້າຊຶ່ງໄດ້ຄຳຕອບມາວ່າ ກໍລະນີນີ້ຖືເປັນໂຄສະນາຊວນເຊື່ອ ເປັນເລື່ອງທີ່ຜິດກົດໝາຍ ແລະ ເປັນໄປບໍ່ໄດ້ທີ່ອຸປະກອນດັ່ງກ່າວຈະສາມາດຊ່ວຍປະຢັດໄຟຟ້າໄດ້ ແຕ່ຖ້າໄດ້ແທ້ກໍອາດເປັນການກັກກະແສໄຟຟ້າຊຶ່ງອາດກໍ່ໃຫ້ເກີດກະແສໄຟຟ້າລັດວົງຈອນທີ່ຈະເປັນອັນຕະລາຍຮ້າຍແຮງຕໍ່ຜູ້ທີ່ນຳໃຊ້ເອງ ຊຶ່ງປັດຈຸບັນເຈົ້າໜ້າທີ່ກ່ຽວຂ້ອງພວມດຳເນີນການສືບຫາຕົ້ນຕໍແຫຼ່ງທີ່ມາຂອງອຸປະກອນດັ່ງກ່າວ.

ສຳລັບການແຊຣ ການໂພສ ທີ່ທ່ານໄດ້ເຫັນທາງໂລກໂຊຊຽວນັ້ນແມ່ນເປັນພຽງການໂຄ ສະນາຂາຍສິນຄ້າເທົ່ານັ້ນ ຊຶ່ງທາງສູນໄຟຟ້າບໍ່ມີສ່ວນກ່ຽວຂ້ອງ ແລະ ຮັບຮູ້ກ່ຽວກັບເລື່ອງນີ້ ຊຶ່ງຖ້າຫາກທາງເຈົ້າໜ້າທີ່ກວດພົບ ຫຼື ເຫັນຜູ້ຊົມໃຊ້ອຸປະກອນດັ່ງກ່າວແມ່ນຈະຖືກສອບສວນ ແລະ ດຳເນີນຄະດີຕາມກົດໝາຍ ດັ່ງນັ້ນ ຈຶ່ງຂໍຮຽກຮ້ອງມາຍັງພໍ່ແມ່ປະຊາຊົນທຸກຄົນຈົ່ງມີສະຕິ ແລະ ຄິດໃຫ້ຮອບຄອບກ່ຽວກັບກໍລະນີນີ້.

 

 

 

ໂດຍ: ສະຫະລັດ ວອນທິວົງໄຊ

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...