Homeຂ່າວພາຍ​ໃນນາຍົກໄທຮ່ວມຫາລືກັບນາຍົກລາວແກ້ບັນຫາໝອກຄວັນ

ນາຍົກໄທຮ່ວມຫາລືກັບນາຍົກລາວແກ້ບັນຫາໝອກຄວັນ

Published on

ນາຍົກລັດຖະມົນຕີແຫ່ງ ສປປ ລາວ ກ່າວຂອບໃຈທີ່ລັດຖະບານໄທໄດ້ໃຫ້ການສະໜັບສະໜູນດ້ານການເຊື່ອມໂຍງຈົນສາມາດພັດທະນາເປັນ Land Link ພ້ອມນີ້ ທັງສອງຝ່າຍກໍໄດ້ຫາລືກ່ຽວກັບການແກ້ໄຂບັນຫາໝອກຄວັນຢ່າງຍືນຍົງ.

ທ່ານພົນເອກ ປຣະຢຸດ ຈັນໂອຊາ (ຜູ້ນຳໄທ) ໄດ້ຫາລືກັບ ທ່ານ ທອງລຸນ ສີສຸລິດ (ຜູ້ນຳລາວ) ເພື່ອຮ່ວມມືໃນການແກ້ໄຂບັນຫາໝອກຄວັນຊຶ່ງຖືເປັນບັນຫາທີ່ຕ້ອງຮ່ວມກັນແກ້ໄຂຢ່າງຮີບດ່ວນ ທັງນີ້ ທັງສອງຊາດມີປະຊາຊົນປະກອບອາຊີບເປັນຊາວກະສິກຳສ່ວນໃຫຍ່ ຊຶ່ງເປັນໜຶ່ງໃນສາເຫດຂອງບັນຫາທີ່ຕ້ອງຮ່ວມກັນແກ້ໄຂຢ່າງຍືນຍົງເພື່ອພັດທະນາ ແລະ ສົ່ງເສີມການທ່ອງທ່ຽວໂດຍຍຶດຫຼັກ Two Countries One Destination.

ພ້ອມນີ້ ຜູ້ນຳລາວກໍໄດ້ກ່າວຂອບໃຈທີ່ລັດຖະບານໄທໃຫ້ການສະໜັບສະໜູໃນດ້ານການເຊື່ອມໂຍງຊຶ່ງເຮັດໃຫ້ ສປປ ລາວ ສາມາດພັດທະນາຈາກປະເທດທີ່ເປັນ Land Lock ກາຍມາເປັນປະເທດ Land Link ທີ່ເຊື່ອມຕໍ່ໄປຍັງປະເທດຕ່າງໆໄດ້.

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: thairath

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...