Homeຂ່າວຕ່າງປະເທດຍີ່ປຸ່ນປະກາດເຕືອນໄພພາຍຫຼັງເກີດແຜ່ນດິນໄຫວລະດັບ 6

ຍີ່ປຸ່ນປະກາດເຕືອນໄພພາຍຫຼັງເກີດແຜ່ນດິນໄຫວລະດັບ 6

Published on

ເມື່ອເວລາ 22:22 ໂມງຂອງວັນທີ 18 ມິຖຸນາ (ຕາມເວລາທ້ອງຖິ່ນ) ໄດ້ເກີດແຜ່ນດິນໄຫວຊຶ່ງວັດແທກລະດັບແຮງສັ່ນສະ ເທືອນໄດ້ 6,8 ທີ່ແຂວງນີງາຕະ ແລະ ຢາມາກາຕະ ຂະນະທີ່ເກີດຄື້ນສຶນາມິໃນລະດັບຄວາມສູງ 1 ແມັດໃນແຂວງສຶຣຸໂອກະ ຢາມາກາຕະ ແລະ ເກາະເອວາທີ່ແຂວງນີງາຕະ.

ໂດຍທາງການຍີ່ປຸ່ນໄດ້ປະກາດເຕືອນໄພໃຫ້ປະຊາຊົນອົບພະຍົບອອກຈາກພື້ນທີ່ແຄມຝັ່ງບໍລິເວນດັ່ງກ່າວ ຂະນະນີ້ຍັງບໍ່ມີລາຍງານວ່າມີຜູ້ບາດເຈັບ ຫຼື ເກີດຜົນກະທົບຈາກຄື້ນສຶນາມິໃນຄັ້ງນີ້.

 

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: thairath

ບົດຄວາມຫຼ້າສຸດ

ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາ

ໃນວັນທີ 19 ພະຈິກ 2026, ຄະນະທີມງານສະເພາະກິດເມືອງແປກ ແຂວງຊຽງຂວາງ ໄດ້ຊີ້ແຈງເຫດການປາຕາຍເປັນຈໍານວນຫລາຍໃນນໍ້າຫ້ວຍຫີນລາຍ ລະຫວ່າງຊາຍແດນບ້ານຍວນ ແລະ ບ້ານໂພນງາມເໜືອ ເມືອງແປກ ແມ່ນເກີດມາຈາກ ບຸກຄົນລັກລອບແຊ່ແຮ່ຄໍາທີ່ບໍ່ຖືກຕ້ອງຕາມກົດໝາຍ ຢູ່ບ້ານໂພນງາມເໜືອ....

ໂດຍຕອບສະໜອງຄໍາເຊື້ອເຊີນຂອງສະຫາຍ ຢູນ ເຈີງ ໂຮ, ລັດຖະມົນຕີກະຊວງພົວພັນເສດຖະກິດກັບຕ່າງປະເທດ ແຫ່ງ ສປປ ເກົາຫຼີ, ສະຫາຍ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ...

ໄລຍະ 9 ເດືອນ ປີ 2026, ແຂວງອັດຕະປື ກໍ່ຄືພະແນກໂຍທາທິການ ແລະ ຂົນສົ່ງແຂວງ ໄດ້ເປັນເຈົ້າການຕິດຕາມ ແລະ ຄວບຄຸມຄຸນນະພາບໂຄງການກໍ່ສ້າງ-ສ້ອມແປງຂົວ-ທາງ ທີ່ເປັນໂຄງການສືບຕໍ່ ຈໍານວນ...

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...