Homeຂ່າວພາຍ​ໃນສຳເລັດກິດຈະກຳ “ເຈົ້າຖີບລົດ ເທົ່າກັບ ຕົ້ນໄມ້ຖືກປູກ”

ສຳເລັດກິດຈະກຳ “ເຈົ້າຖີບລົດ ເທົ່າກັບ ຕົ້ນໄມ້ຖືກປູກ”

Published on

ປິດສາກລົງດ້ວຍຄວາມປະທັບໃຈສຳລັບກິດຈະກຳປັ່ນລົດຖີບຊຶ່ງຈັດໂດຍສະຫະພາບເອີຣົບປະຈຳ ສປປ ລາວ ທີ່ຈັດຂຶ້ນເມື່ອວັນທີ 15 ມິຖຸນາຜ່ານມາ ໂດຍການເຂົ້າຮ່ວມຂອງ ທ່ານ ລີໂອ ຟາເບີ ເອກອັກຄະລັດຖະທູດອີຢູປະຈຳ ສປປ ລາວ (Mr. Leo Faber EU Ambassador) ພ້ອມນີ້ ກໍມີບັນດານັກປັ່ນທັງມືອາຊີບ ແລະ ສະໝັກຫຼິ້ນ (ບໍ່ຈຳກັດເພດ ແລະ ອາຍຸ ເຂົ້າຮ່ວມ 624 ຄົນ).

 

ພາຍໃນງານຍັງມີກິດຈະກຳແຈກເສື້ອສຳລັບນັກປັ່ນທີ່ມາລົງທະບຽນ ຊຶ່ງໃນປີນີ້ຖືເປັນປີທີ 5 ທີ່ທາງສະຫະພາບເອີຣົບໄດ້ຈັດກິດຈະກຳດີໆແບບນີ້ ສຳລັບສະໂລແກນຂອງປີ 2019 ກໍຄື “ເຈົ່າຖີບລົດ ເທົ່າກັບ ຕົ້ນໄມ້ຖືກປູກ”.

ທັງນີ້ ແມ່ນເລີ່ມຕົ້ນທີ່ສຳນັກງານສະຫະພາບເອີຣົບ ແລະ ຈົບຢູ່ທີ່ປະຕູໄຊ ລວມໄລຍະທາງ 20 ກີໂລແມັດ.

 

 

ໂດຍ: ສະຫະລັດ ວອນທິວົງໄຊ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...