Homeຂ່າວທ້ອງຖິ່ນພາສີແຂວງບໍ່ແກ້ວແກ້ໄຂລົດບໍ່ຖືກຕ້ອງໄດ້ 191 ຄັນ

ພາສີແຂວງບໍ່ແກ້ວແກ້ໄຂລົດບໍ່ຖືກຕ້ອງໄດ້ 191 ຄັນ

Published on

ໃນໄລຍະ 5 ເດືອນຕົ້ນປີ 2019 ກອງກວດກາພາສີປະຈຳແຂວງບໍ່ແກ້ວສາມາດແກ້ໄຂຄະດີລົດນໍາເຂົ້າບໍ່ຖືກຕ້ອງໄດ້ທັງໝົດ 191 ຄັນ ໃນນັ້ນ ລົດໃຫຍ່ 137 ຄັນ ລົດຈັກ 54 ຄັນ ແລະ ປັບໃໝຕາມລະບຽບການ ພ້ອມທັງເກັບລາຍຮັບເຂົ້າງົບປະມານແຫ່ງລັດບັນລຸເກືອບ 5 ຕື້ກີບ.

ທ່ານ ສັນສຸສິນ ວົງສາທອນ ຮອງຫົວໜ້າກອງຄຸ້ມຄອງພາສີ I ຫົວໜ້າກອງກວດກາພາສີປະຈຳແຂວງບໍ່ແກ້ວເປີດເຜີຍວ່າ ຜ່ານມາກອງກວດກາພາສີປະຈຳແຂວງບໍ່ແກ້ວໄດ້ເອົາໃຈໃສ່ໃນການກວດກາສິນຄ້າ ຕ້ານ ແລະ ສະກັດກັ້ນການຄ້າຂາຍເຖື່ອນ ຕິດຕາມການເຄື່ອນຍ້າຍສິນຄ້າເຄື່ອງຂອງພາຍໃນຕາມລະບຽບກົດໝາຍທີ່ກຳນົດໄວ້ ປັດຈຸບັນມີພະນັກງານ-ເຈົ້າໜ້າທີ່ພາສີທັງໝົດ 9 ຄົນ ຍິງ 1 ຄົນ ພະນັກງານຊ່ວຍວຽກ 2 ຄົນ ໃນປີ 2019 ໄດ້ຮັບຕົວເລກແຜນການໃນການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດຈໍານວນ 12 ຕື້ກີບ ເພີ່ມຂຶ້ນຈາກ ປີ 2018 ປະມານ 9,25 ຕື້ກີບ ຊຶ່ງໃນໄລຍະ 5 ເດືອນຜ່ານມາກອງກວດກາພາສີແຂວງບໍ່ແກ້ວໄດ້ສືບຕໍ່ແກ້ໄຂຄະດີລົດນໍາເຂົ້າບໍ່ຖືກຕ້ອງດັ່ງກ່າວສຳເລັດຜົນເປັນຢ່າງດີ.

ກອງກວດກາສີພາສີປະຈຳແຂວງບໍ່ແກ້ວສາມາດປະຕິບັດໜ້າທີ່ວິຊາສະເພາະດ້ວຍຄວາມສະດວກໃນການພົວພັນວຽກງານກັບຜູ້ປະກອບການຕ່າາໆ ນັບທັງສາງເກັບມ້ຽນສິນຄ້າເວລາມີການຢຶດສິນຄ້າ ແລະ ອຸປະກອນຮັບໃຊ້ ເປັນຕົ້ນແມ່ນລະບົບເອເລັກໂຕນິກ ເຊື່ອມຕໍ່ກັບກົມພາສີ ນໍາໃຊ້ລະບົບ C2000 ການເຂົ້າຂໍ້ມູນທາງດ້ານພາສີເພື່ອສະຫຼຸບລາຍງານໃຫ້ຂັ້ນເທິງ ການເຂົ້າຂໍ້ມູນຫັກລົບແຜນເພື່ອຄຸ້ມຄອງການລົງທຶນທີ່ໄດ້ຮັບອະນຸຍາດການຍົກເວັ້ນພາສີອາກອນຈາກຄະນະຄຸ້ມຄອງການລົງທຶນຂັ້ນແຂວງ ເພື່ອປະ ກອບເອກະສານທາງດ້ານພາສີຢູ່ດ່ານພາສີບ່ອນນຳເຂົ້າ ທີ່ສໍາຄັນແມ່ນການເອົາໃຈໃສ່ສຶກສາອົບຮົມວຽກງານແນວຄິດ-ການເມືອງ ແກ່ພະນັກງານ ທັງມີການກວດກາ ມີການແບ່ງຄວາມຮັບຜິດຊອບໃນການເວນຍາມຕ້ານການເຄື່ອນໄຫວສະກັດກັ້ນຕາມຈຸດຕ່າງໆທີ່ີມີຄວາມສ່ຽງໃນການລັກລອບສິນຄ້າ ມີການແຕ່ງຕັ້ງໜ່ວຍສະເພາະກິດ ແລະ ບັນຫາອື່ນໆໄປພ້ອມກັນຈຶ່ງເຮັດໃຫ້ການເກັບລາຍຮັບບັນລຸຕາມແຜນການທີ່ວາງໄວ້.

ທ່ານ ສັນສຸສິນ ວົງສາທອນ ໃຫ້ຮູ້ອີກວ່າ ປີ 2019 ກອງກວດກາພາສີແຂວງບໍ່ແກ້ວໄດ້ຮັບຕົວເລກເກັບລາຍຮັບເຂົ້າງົບປະມານລັດເພີ່ມຂຶ້ນຈາກປີ 2018 ສູງພໍສົມຄວນ ແລະ ເປັນສິ່ງທ້າທາຍທີ່ຈະຕ້ອງບຸກບືນສູ້ຊົນ ພ້ອມກັນປະຕິບັດຢ່າງເຂັ້ມງວດ ແລະ ມີຄວາມຮັບຜິດຊອບສູງ ໂດຍສະເພາະສືບຕໍ່ແກ້ໄຂລົດນຳເຂົ້າບໍ່ຖືກຕ້ອງ ນັບທັງລົດທີ່ຕິດປ້າຍລັດບໍລິຫານບຸກຄົນນຳໃຊ້ທີ່ມີຢູ່ໃນສະ ຖິຕິຂອງແຂວງ ແລະ ສືບຕໍ່ແກ້ໄຂລົດທີ່ນຳເຂົ້າມາຮັບໃຊ້ເຂດເສດຖະກິດພິເສດສາມຫຼ່ຽມຄຳທີ່ມີໃນບັນຊີ ປະສານສົມທົບກັບທຸກພາກສ່ວນທີ່ກ່ຽວຂ້ອງເພື່ອເຮັດໜ້າທີ່ວຽກງານຕ້ານ ແລະ ສະກັດກັ້ນການລັກລອບສິນຄ້າໜີພາສີໃຫ້ມີຄວາມເຂັ້ມແຂງ ເພື່ອເຮັດໃຫ້ການຈັດເກັບລາຍຮັບເຂົ້າງົບປະມານໄດ້ຕາມແຜນການ ຫຼື ລື່ນແຜນການ.

 

 

 

ຂໍ້ມູນ: ກະຊວງການເງິນ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...