spot_img
Homeຂ່າວພາຍ​ໃນສະພາແຫ່ງຊາດພິຈາລະນາຮ່າງກົດໝາຍ ວ່າດ້ວຍປ່າໄມ້

ສະພາແຫ່ງຊາດພິຈາລະນາຮ່າງກົດໝາຍ ວ່າດ້ວຍປ່າໄມ້

Published on

ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 13 ມິຖຸນາ 2019 ໄດ້ສືບຕໍ່ຄົ້ນຄ້ວາພິຈາລະນາ ແລະ ຮັບຮອງຮ່າງກົດໝາຍ ວ່າດ້ວຍປ່າໄມ້ ສະບັບປັບປຸງ ຊຶ່ງສະເໜີໂດຍ ທ່ານ ລຽນ ທິແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໂດຍໄດ້ແນໃສ່ໃຫ້ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ຮ່ວມປະກອບຄໍາຄິດຄຳເຫັນຕໍ່ກົດໝາຍສະບັບນີ້ ເພື່ອໃຫ້ມີເນື້ອໃນຄົບຖ້ວນ ຮັດກຸມ ແລະ ສົມບູນຂຶ້ນກວ່າເກົ່າ.

ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ຊີ້ໃຫ້ເຫັນວ່າ ກົດໝາຍວ່າດ້ວຍປ່າໄມ້ຖືກຮັບຮອງ ແລະ ປະກາດໃຊ້ໃນປີ 2007 ຜ່ານການປະຕິບັດເຫັນວ່າ ເປັນເຄື່ອງມືພື້ນຖານໃນການຄຸ້ມຄອງ ປົກປັກຮັກສາ ແລະ ພັດທະນາປ່າໄມ້ ອັນພົ້ນເດັ່ນແມ່ນເຮັດໃຫ້ລັດຖະບານສາມາດຈັດສັນເຂດຄຸ້ມຄອງປ່າໄມ້ເປັນ 3 ປະເພດຄືື ປ່າປ້ອງກັນ ປ່າສະຫງວນ ແລະ ປ່າຜະລິດ ທົ່ວປະເທດມີເນື້ອທີ່ທັງໝົດເກືອບ 16 ລ້ານເຮັກຕາ ກວມ 62,2% ຂອງເນື້ອທີ່ປ່າໄມ້ທົ່ວປະເທດ ບົນພື້ນຖານກົດໝາຍສະບັບນີ້ ເຮັດໃຫ້ຂະບວນ ການປູກຈິດສໍານຶກໃຫ້ເຍົາວະຊົນ ແລະ ອານຸຊົນຄົນລຸ້ນຫຼັງມີຄວາມຮັກ ປົກປັກຮັກສາປ່າໄມ້ ແລະ ຂະບວນປູກຕົ້ນໄມ້ນັບທັງພາກລັດ ຜູ້ປະກອບການທັງພາຍໃນ ແລະ ຕ່າງປະເທດ ລວມເຖິງປະຊາຊົນລາວໃຫ້ເປັນຂະບວນຟົດຟື້ນໃນທົ່ວປະເທດ.

ດັ່ງນັ້ນ ຈຶ່ງເຮັດໃຫ້ການຟື້ນຟູປ່າໄມ້ ແລະ ການປູກໄມ້ເພີ່ມຂຶ້ນໃນແຕ່ລະປີ ຢ່າງໃດກໍຕາມ ການປະຕິບັດກົດໝາຍດັ່ງກ່າວໃນໄລຍະຜ່ານມາຍັງມີຫຼາຍດ້ານບໍ່ທັນສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງການຄຸ້ມຄອງ ປົກປັກຮັກສາ ພັດທະນາ ແລະ ສົ່ງເສີມໃຫ້ທົ່ວປວງຊົນເຂົ້າຮ່ວມຢ່າງຫ້າວຫັນ ແລະ ນຳໃຊ້ຢ່າງມີປະສິດທິຜົນ ນອກຈາກນີ້ ກໍຍັງບໍ່ທັນສອດຄ່ອງກັບການຮ່ວມມືສາກົນ ໃນໄລຍະໃໝ່.

ທ່ານ ລຽນ ທິແກ້ວ ກ່າວຕື່ມວ່າ ກົດໝາຍວ່າດ້ວຍປ່າໄມ້ສະບັບປັດຈຸບັນປະກອບມີ 12 ພາກ 13 ໝວດ 130 ມາດຕາ ສ່ວນຮ່າງກົດໝາຍວ່າດ້ວຍປ່າໄມ້ສະບັບປັບປຸງໄດ້ເພີ່ມຂຶ້ນເປັນ 15 ພາກ 16 ໝວດ ແລະ 175 ມາດຕາ ໃນນີ້ ມີການປັບປຸງທັງ ໝົດ 90 ມາດຕາ ເພີ່ມໃໝ່ 56 ມາດຕາ ແລະ ຮັກສາໄວ້ 29 ມາດຕາ ສະເພາະພາກທີ IV ກ່ຽວກັບກິດຈະການປ່າໄມ້ ໄດ້ມີການປັບປຸງໝວດການຄຸ້ມຄອງປ່າໄມ້ເກືອບທຸກມາດຕາ ເປັນຕົ້ນແມ່ນການສຳຫຼວດຂຸດຄົ້ນໄມ້ໃນເຂດປ່າຜະລິດ ເຂດພັດທະນາໂຄງລ່າງ ແລະ ເຄື່ອງປ່າຂອງດົງໃຫ້ມີຄວາມຈະແຈ້ງ ທັງມີການເພີ່ມວຽກງານການຄຸ້ມຄອງປ່າໄມ້ຂັ້ນບ້ານໃຫ້ສອດຄ່ອງກັບທິດນຳ 3 ສ້າງ ແລະ ຍຸດທະສາດປ່າໄມ້ຮອດປີ 2020 ກໍຄືການສົ່ງເສີມ ແລະ ຟື້ນຟູປ່າ.

ຈຸດປະສົງ ແລະ ຄາດໝາຍສຳຄັນໃນການປັບປຸງກົດໝາຍວ່າດ້ວຍປ່າໄມ້ຄັ້ງນີ້ແມ່ນຫັນໄປສູ່ການຄຸ້ມຄອງ ປົກປັກຮັກສາ ແລະ ສົ່ງເສີມການປູກໄມ້ເປັນຕົ້ນຕໍ ທັງສອດຄ່ອງກັບແນວທາງນະໂຍບາຍຂອງພັກໃນໄລຍະໃໝ່ ຕາມທິດການພັດທະນາສີຂຽວ ແລະ ຍືນຍົງ ຕິດພັນກັບການພັດທະນາຊົນນະບົດ ແກ້ໄຂຄວາມທຸກຍາກຕາມທິດສາມສ້າງ ແລະ ສອດຄ່ອງກັບສົນທິສັນຍາສາກົນທີ່ ສປປ ລາວ ເປັນພາຄີ.

 

 

 

 

 

ໂດຍ: ສະຫະລັດ ວອນທິວົງໄຊ

ບົດຄວາມຫຼ້າສຸດ

ແຈ້ງການເປີດການສັນຈອນ ເສັ້ນທາງ ເລກທີ 11 ເຫນືອ, ເລກທີ 13 ໃຕ້ ແລະ ເລກທີ 11 ໃຕ້ ຂອງລົດບັນທຸກຫນັກ

ພະແນກ ໂຍທາທິການ ແລະ ຂົນສົ່ງອອກແຈ້ງການເລື່ອງ: ເປີດການສັນຈອນ ເສັ້ນທາງ ເລກທີ 11 ເຫນືອ, ເລກທີ 13 ໃຕ້ ແລະ ເລກທີ...

ກັກຕົວແກ້ງມົ້ວສຸມນໍ້າກະທ້ອມ ເຂດບ້ານໂພນພິມ ເມືອງທ່າແຂກ ແຂວງຄຳມ່ວນ

ເຈົ້າໜ້າທີ່ ປກສ ແຂວງຄຳມ່ວນໃຫ້ຮູ້ວ່າ: ເວລາປະມານ 22:00 ໂມງ ຂອງວັນທີ 16 ກັນຍາທີ່ຜ່ານມາ, ໄດ້ພົບເຫັນເປົ້າໝາຍ ຈຳນວນ 7 ຄົນ ກຳລັງຄ້າ-ຂາຍ...

ນໍ້າປະປາ ນວ ແຈ້ງ ໄລຍະນີ້ການຜະລິດນຳ້ປະປາບໍ່ສະດວກ ສົ່ງຜົນນໍ້າໄຫຼຄ່ອຍ-ບໍ່ມີນໍ້າ

ອີງຕາມແຈ້ງການຂອງລັດວິສະຫະກິດນໍ້າປະປານະຄອນຫຼວງ ລົງເມື່ອວັນທີ 18 ກັນຍາ 2024 ກ່ຽວກັບການຜະລິດນໍ້າປະປາບໍ່ສະດວກ ແລະ ຈະສົ່ງຜົນກະທົບຕໍ່ປະຊາຊົນຜູ້ຊົມໃຊ້ນໍ້າປະປາ (ລາຍລະອຽດແຈ້ງການລຸ່ມນີ້)  

ແຈ້ງເຕືອນພາຍຸໜຸນເຂດຮ້ອນ ຊູລີກ ຈະຜ່ານສະຫວັນນະເຂດ ຄຳມ່ວນ ບໍລິຄຳໄຊ ວັນທີ 21 ກັນຍາ 2024

ອີງຕາມແຈ້ງການຂອງກົມອຸຕຸນິຍົມ ແລະ ອຸທົກກະສາດລົງເມື່ອວັນທີ 19 ກັນຍາ 2024 ກ່ຽວກັບແຈ້ງເຕືອນໄພ ພາຍຸໜຸນເຂດຮ້ອນ ຊູລີກ (Soulik) ໃນລະຫວ່າງ ວັນທີ 19 –...