Homeຂ່າວພາຍ​ໃນລາວ-ຈີນ ເພີ່ມທະວີການຮ່ວມມືວຽກງານວັດທະນະທໍາ ແລະ ທ່ອງທ່ຽວ

ລາວ-ຈີນ ເພີ່ມທະວີການຮ່ວມມືວຽກງານວັດທະນະທໍາ ແລະ ທ່ອງທ່ຽວ

Published on

ເມື່ອ​ວັນ​ທີ 10 ມິຖຸນາ 2019 ຜ່ານມາ ທ່ານ ບໍ່​ແສງ​ຄຳ ວົງ​ດາລາ ລັດຖະມົນຕີ​ກະຊວງ​ຖະ​ແຫຼງຂ່າວ ວັດທະນະທຳ ​ແລະ ທ່ອງ​ທ່ຽວ ​​ໄດ້ຕ້ອນຮັບ ທ່ານ ຈ່າງ ສູ້ (Zhang Xu) ຮອງ​ລັດຖະມົນຕີກະຊວງ​ວັດທະນະທຳ ​ແລະ ທ່ອງ​ທ່ຽວ ​ພ້ອມ​ດ້ວຍ​ຄະນະ ​ເນື່ອງ​ໃນ​ໂອກາດ​ເດີນທາງ​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກຢູ່ ສປປ ລາວ ​ລະຫວ່າງ 7-10 ມິຖຸນາ 2019.

​​ທ່ານ ບໍ່​ແສງ​ຄຳ ວົງ​ດາລາ ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ຕ້ອນຮັບ ​ແລະ ຕີ​ລາຄາ​ສູງຕໍ່​ ທ່ານ ຈ່າງ ສູ້ ທີ່​ໄດ້​​ເດີນທາງ​ມາຢ້ຽມຢາມ ​ແລະ ນຳພາ​ຄະນະ​ສິລະ​ປະກັນ​ຟູ ໄທ​ເກັກ​ ​ເຊົ້າ​ຫຼິນ ​ແຂວງ​ເຫີໜານ ສປ ຈີນ ມາສະ​ແດງ​ໃຫ້​ປະຊາຊົນ​ລາວ​ໄດ້​ຮັບ​ຊົມໃນ​ຄ່ຳ​ຄືນ​ວັນ​ທີ 9 ມິຖຸນາທີ່ຜ່ານມາ ​ຖື​ເປັນ​ການ​ປະກອບສ່ວນອັນ​ສຳຄັນເຂົ້າ​ໃນ​ວຽກງານໂຄສະ​ນາ​ການທ່ອງທ່ຽວ ລາວ-​ຈີນ 2019 ​ໃຫ້​ມີ​ບັນຍາ ກາດຄຶກຄື້ນເບີ​ກບານ​ມ່ວນ​ຊື່ນ ​ເຮັດ​ໃຫ້​ປະຊາຊົນ​ສອງ​ຊາດ​ລາວ-​ຈີນ​ໄດ້​ຮັບ​ຮູ້ ແລະ ​ເຂົ້າ​ໃຈ​ກວ້າງຂວາງ​ຍິ່ງ​ຂຶ້ນ ໂອກາດດຽວກັນ ​ທັງສອງ​ຝ່າຍກໍ​ໄດ້​ປຶກສາ​ຫາລືກ່ຽວກັບ​ການຈັດ​ຕັ້ງປະຕິບັດບັນດາ​ກິດຈະກຳທີ່​ໄດ້​ກຳນົດ​ໄວ້​ຈົນ​ເຖິງ​ທ້າຍປີ 2019 ຕື່ມອີກ. ​

​​ໂອກາດ​ດຽວກັນ ທ່ານ ຈ່າງ ສູ້  ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈຕໍ່​ ທ່ານ ບໍ່​ແສງ​ຄຳ ວົງ​ດາລາ ທີ່​ໄດ້​​ໃຫ້ການ​ຕ້ອນຮັບ​ຢ່າງອົບ​ອຸ່ນໃນຄັ້ງ​ນີ້ພ້ອມ​​ຢືນ​ຢັນວ່າຈະ​ສືບ​ຕໍ່​ໃນ​ການຈັດ​ຕັ້ງ​ປະຕິບັດ​ບັນດາ​ກິດຈະກຳ​ປີ​ທ່ອງ​ທ່ຽວ ລາວ-​ຈີນ 2019 ​ໃຫ້​ມີ​ຜົນສຳ​ເລັດ​ຕາມ​ຄາດໝາຍ.

 

 

 

 

ໂດຍ: ສະຫະລັດ ວອນທິວົງໄຊ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...