Homeຂ່າວພາຍ​ໃນວິໄລລັດ ເປັນ Miss La Meie 2019

ວິໄລລັດ ເປັນ Miss La Meie 2019

Published on

ສຳລັບລົງແລ້ວສຳລັບເວທີປະກວດ ມິສ ລາແມ ປະຈຳປີ 2019 (Miss La Meie)  ຊຶ່ງຈັດຂຶ້ນເມື່ອວັນທີ 9 ມິຖຸນາຜ່ານມາທີ່ສູນການຄ້າວຽງຈັນເຊັນເຕີ ນະຄອນຫຼວງວຽງຈັນ ໂດຍນາງສາວທີ່ຜ່ານເຂົ້າມາໃນຮອບຊີງຊະນະເລີດແມ່ນມີມີທັງໝົດ 18 ນາງສາວຊຶ່ງມີອາຍຸລະຫວ່າງ 15-23 ປີ.

ໂດຍການເຂົ້າຮ່ວມຂອງ ທ່ານ ສົມສະໜຸກ ມີໄຊ ຮອງປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ ຂອງ ທ່ານ ນາງ ລັດສະໝີ ປະທານກຳມະການບໍລິສັດ ລາແມ ທ່ານ ນາງ ການຈະນາ ກຳມະການບໍລິສັດ ລາແມ ພ້ອມດ້ວຍບັນດາແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ຊຶ່ງຜົນປາກົດວ່າ ນາງ ວິໄລລັດ ພົມມະແສງ ໄດ້ຮັບເງິນລາງວັນ 5.000.000 ກີບ ພ້ອມສາຍສະພາຍ ແລະ ຂອງລາງວັນອື່ນໆ ຮອງອັນດັບ 1 ໄດ້ແກ່ ນາງ ຊະນິຕ້າ ສະແຫວງໂຊກ  ໄດ້ຮັບເງິນລາງວັນອື່ນໆ 2.500.000 ກີບພ້ອມສາຍສະພາຍ ແລະ ຂອງລາງວັນ ອື່ນໆ ແລະ ຮອງອັນດັບ 2 ຕົກເປັນຂອງ ນາງ ອິນທິລາ ຈັນທະຈັກ ໄດ້ຮັບເງິນລາງວັນ ມູນຄ່າ 1.500.000 ກີບພ້ອມສາຍສະພາຍ ແລະ ຂອງລາງວັນຈາກຜູ້ສະໜັບສະໜູນ.

ນອກຈາກນີ້ ພາຍໃນງານຍັງມີກິດຈະກຳລຸ້ນໂຊກແຈກລາງວັນສຳລັບລູກຄ້າທີ່ຊື້ຜະລິດຕະພັນຂອງລາແມ ກໍຈະໄດ້ສິດລຸ້ນຮັບໂຊກຫຼາຍລາງວັນບໍ່ວ່າຈະເປັນ ລົດຈັກ ຮອນດ້າເວບ 100 ສາຍຄໍຄຳ ຕູ້ເຢັນ ໝໍ້ຫູງເຂົ້າ ພັດລົມ ຊຸດເຄື່ອງນອນ ແລະ ອື່ນໆ.

 

 

ໂດຍ: ສະຫະລັດ ວອນທິວົງໄຊ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...