spot_img
Homeຂ່າວການສຶກສາມະຫາວິທະຍາໄລແຫ່ງຊາດສະເໜີຫລາຍບັນຫາໃຫ້ລັດຖະບານຊ່ວຍແກ້ໄຂ

ມະຫາວິທະຍາໄລແຫ່ງຊາດສະເໜີຫລາຍບັນຫາໃຫ້ລັດຖະບານຊ່ວຍແກ້ໄຂ

Published on

 

ໃນວັນທີ 6 ຕຸລານີ້, ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດພິທີສະເຫລີມສະຫລອງວັນຄູແຫ່ງຊາດຂຶ້ນ, ໂດຍການໃຫ້

ການເຂົ້າຮ່ວມຂອງທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີ, ທ່ານ ດຣ. ພັນຄຳ ວິພາວັນ ຮອງນາຍົກລັດຖະ

ມົນຕີ, ລັດຖະມົນຕີວ່າການກະຊວງສຶກສາທິການ ແລະ ກິລາ, ມີບັນດາທ່ານອະທິການບໍດີພ້ອມຄູອາຈານ ແລະ

ນັກສຶກສາເຂົ້າຮ່ວມນັ້ນ, ທ່ານ ສຈ. ດຣ. ສຸກກົງແສງ ໄຊຍະເລີດ ອະທິການບໍດີມະຫາວິທະຍາໄລແຫ່ງຊາດໄດ້ຮັບ

ກຽດຂຶ້ນລາຍງານ ໂດຍໄດ້ສັງເກດຄືນບົດບາດຜົນງານຂອງຄູອາຈານຕະຫລອດໄລຍະທີ່ຜ່ານມາ ພ້ອມທັງສະເໜີ

ຄວາມຈຳເປັນມາຍັງລັດຖະບານ ເພື່ອຊອກສ່ອງທາງແກ້ໄຂໃນການພັດທະນາມະຫາວິທະຍາໄລຂອງຕົນໃຫ້ມີບາດ

ກ້າວໃນການຂະຫຍາຍຕົວຕາມລຳດັບ.

 

ບັນດາຂໍ້ສະເໜີດັ່ງກ່າວລວມມີ 4 ບັນຫາສຳຄັນເປັນຕົ້ນດຳລັດ 071 ວ່າດ້ວຍການຈັດຕັ້ງເຄື່ອນໄຫວຂອງມະຫາ

ວິທະຍາໄລແຫ່ງຊາດ ແລະ ດຳລັດ 033 ວ່າ ດ້ວຍຕຳແໜ່ງວິຊາການຂອງຄູສອນ ມະຫາວິທະຍາໄລແຫ່ງຊາດ ແລະ

ສະຖາບັນການສຶກສາຊັ້ນສູງຕ່າງໆ (ສະບັບປັບປຸງທີ່ຍັງບໍ່ທັນໄດ້ຮັບການອະນຸມັດເທື່ອ); ຂໍເພີ່ມອັດຕາເບ້ຍລ້ຽງ

ໃຫ້ແກ່ນັກສຶກສາໃນແຜນ ທີ່ມາຮຽນຢູ່ມະຫາວິທະຍາໄລ ເພາະຜ່ານມາແມ່ນໄດ້ຮັບ 70.000 ກີບ/ເດືອນ/ຄົນ, ອີງ

ໃສ່ຄ່າຄອງຊີບແລ້ວເຫັນວ່າບໍ່ສອດຄ່ອງກັບສະພາບຕົວຈິງ; ຂໍເພີ່ມງົບປະມານສຳລັບອຸປະກອນຮັບໃຊ້ໃນການ

ທົດລອງ ແລະ ວຽກງານຄົ້ນຄວ້າວິທະຍາສາດ, ການກໍ່ສ້າງໂຄງລ່າງພື້ນຖານ ແລະ ການຍົກລະດັບພະນັກງານຄູອາ

ຈານ. ຫາກບັນດາຂໍ້ສະເໜີດັ່ງກ່າວໄດ້ຮັບການຕອບສະ ໜອງ ແລະ ແກ້ໄຂເທົ່າທີ່ຄວນແລ້ວຈະເປັນສ່ວນສຳຄັນ

ໃນເຂົ້າໃນການປະຕິບັດ ແຜນຍຸດທະສາດຂອງມະຫາວິທະຍາໄລແຫ່ງຊາດໄລຍະ II (2016-2020) ໃຫ້ປະສົບກັບ

ຄວາມສຳເລັດເປັນຢ່າງດີ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ຍຶດຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ.

ກອງບັນຊາການ ປກສ ແຂວງບໍ່ແກ້ວ ຍຶດຂອງກາງ ຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ. ໃນຄັ້ງວັນທີ 21...

ປກສ ນະຄອນໄກສອນ ພົມວິຫານ ຈັບຜູ້ສໍ້ໂກງ ແລະ ລັກຊັບ

ເຈົ້າໜ້າທີ່ ປກສ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ຈັບທ້າວ ວັນນະລາດ ອາຍຸ 55 ປີ ອາຊີບກຳມະກອນ ເຊື້ອຊາດ-ສັນຊາດລາວ ບ້ານເກີດໂພນໄຊ ເມືອງໂພນໂຮງ...

ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ.

ກ້ອນກຳລັງສວນສະໜາມ ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ. ວັນທີ 19 ເມສາ 2025 ນີ້, ກ້ອນກໍາລັງສວນສະໜາມ ກອງທັບປະຊາຊົນລາວ ໄດ້ເດີນທາງເຂົ້າຮ່ວມພິທີສະເຫຼີມສະຫຼອງ...

7 ວັນອັນຕະລາຍ ໃນໄລຍະບຸນປີໃໝ່ເກີດອຸບັດຕິເຫດທົ່ວປະເທດ 313 ຄັ້ງ ເສຍຊີວິດທັງໝົດ 26 ຄົນ

ເສຍຊີວິດ 26 ຄົນ ຈາກອຸບັດຕິເຫດທີ່ເກີດຂຶ້ນທົ່ວປະເທດ 313 ຄັ້ງ ໃນໄລຍະບຸນປີໃໝ່ລາວ 2025. ພັອ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫຼງຕໍ່ສື່ມວນຊົນ...