spot_img
Homeຂ່າວພາຍ​ໃນ2018 ກວດພົບການສໍ້ລາດບັງຫຼວງຢູ່ສະຖາບັນການເງິນຫຼາຍກວ່າ 100 ຕື້ກີບ

2018 ກວດພົບການສໍ້ລາດບັງຫຼວງຢູ່ສະຖາບັນການເງິນຫຼາຍກວ່າ 100 ຕື້ກີບ

Published on

ທ່ານ ທອງ​ລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີ​ແຫ່ງ​ ສປປ ລາວ ​ໄດ້ຕອບຄຳຊັກ​ຖາມຂອງສະມາຊິກສະພາແຫ່ງຊາດຫຼາຍໆ​ບັນຫາ​ໃນກອງປະຊຸມສະໄໝສາມັນເທື່ອທີ 7 ສະພາແຫ່ງຊາດ ຊຸດທີ VIII ​ ພ້ອມຍົກ​ໃຫ້​ເຫັນ​ບັນ​ຫາ​ສໍ້​ລາດ​ບັງ​ຫຼວງ ​ແລະ ສາມາດ​ກວດ​ພົບ​​ເຫັນ​ຢູ່​ສະ​ຖາ​ບັນການ​ເງິນ​ຝາກ​ປະ​ຍັດກະຊວງໄປສະນີໂທລະຄົມມະນາຄົມ ແລະ ການສື່ສານ (ປທສ ) ຈໍານວນ 100 ກວ່າ​ຕື້​ກີບ.

​ໂດຍ​ທ່ານນາຍົກ​ລັດຖະມົນຕີໄດ້ກ່າວວ່າ ລັດຖະບານໄດ້ມອບໝາຍໃຫ້ອົງການກວດກາລັດຖະບານເຮັດໜ້າທີ່ກວດກາການສໍ້ລາດບັງຫຼວງ ແລະ ການກະທຳຜິດຂອງພະນັກງານຢ່າງຈິງຈັງ ຊ່ຶ່ງໃນໄລຍະຜ່ານມາຖ້າມີການລາຍງານວ່າມີການກະທຳຜິດຢູ່ບ່ອນໄດ້ກໍໄດ້ແຕ່ງຕັ້ງຄະນະລົງເກັບກຳຂໍ້ມູນ ແລະ ກວດກາ ກໍລະນີພົບເຫັນ ແລະ ມີຫຼັກຖານກໍໄດ້ປະຕິບັດວິໄນຕໍ່ພະນັກງານຕາມກົດໝາຍ ແລະ ລະບຽບການຢ່າງເຂັ້ມງວດ ຕົວຢ່າງ ໄດ້ກວດເຫັນການກະທຳຜິດຢູ່ສະຖາບັນການເງິນຝາກປະຢັດ ກະຊວງໄປສະນີໂທລະຄົມມະນາຄົມ ແລະ ການສື່ສານ ໂດຍພົບເຫັນຜົນເສຍຫາຍທັງໝົດ 100.481 ຕື້ກີບ ໃນນີ້ ໄດ້ເກັບກູ້ຄືນໄດ້ແລ້ວ 51.310 ຕື້ກວ່າກີບ ພ້ອມນີ້ ກໍໄດ້ປະຕິບັດວິໄນຕໍ່ພະນັກງານທີ່ກະທຳຜິດຕາມລະບຽບການ ໄດ້ກວດເຫັນການກະທຳຜິດຢູ່ສາງທ່ານາແລ້ງ ພົບເຫັນຜົນເສຍຫາຍທັງໝົດ 37,540 ຕື້ກີບ 42,406 ລ້ານບາດ ແລະ 107 ລ້ານກວ່າໂດລາ ສາມາດເກັບກູ້ແລ້ວ 18,507 ຕື້ກີບ ແລະ ມອບໃຫ້ພາກສ່ວນກ່ຽວຂ້ອງ ແລະ ແຂວງສືບຕໍ່ເກັບກູ້ຄືນໃຫ້ໝົດ (ໂດຍມີການຕິດຕາມຊຸກຍູ້ຂອງອົງການກວດກາລັດຖະບານ) ພ້ອມນີ້ ກໍໄດ້ປະຕິບັດວິໄນຕໍ່ພະນັກງານທີ່ກະທຳຜິດຕາມລະບຽບການ.

ການເກັບກູ້ຊັບສິນຂອງລັດຄືນດັ່ງກ່າວໃນກໍລະນີໄດ້ຄືນມາບໍ່ທັນຄົບກໍໄດ້ປະຕິບັດຫຼາຍວິທີ ເປັນຕົ້ນແມ່ນການອາຍັດຊັບສິນຂອງຜູ້ກະທຳຜິດ ແລະ ໃຫ້ທົດແທນຄືນພາຍຫຼັງທີ່ສານໄດ້ຕັດສິນຕາມກົດໝາຍ ດ້ວຍຮູບການໃຊ້ແທນດ້ວຍເງິນສົດ ພາຫະນະ ທີ່ດິນ ແລະ ຊັບສິນອື່ນໆທີ່ມີມູນຄ່າເທົ່າທຽມກັນ.

 

 

 

 

ໂດຍ: ສະຫະລັດ ວອນທິວົງໄຊ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...