spot_img
Homeຂ່າວຕ່າງປະເທດໄມໂຄຣຊອຟຄືນຊີບເມົ້າໃນຕຳນານອີກຄັ້ງ!

ໄມໂຄຣຊອຟຄືນຊີບເມົ້າໃນຕຳນານອີກຄັ້ງ!

Published on

ຖືເປັນເລື່ອງລາວດີໆທີ່ເຄີຍເກີດຂຶ້ນເມື່ອດົນນານມາແລ້ວ ເມື່ອໄມໂຄຣຊອຟຊຶ່ງເປັນຜູ້ຜະລິດເມົ້າອັນດັບຕົ້ນໆຂອງໂລກທີ່ໄດ້ນຳເອົາລູກກິ້ງ (wheel) ມາໃຊ້ງານ ຊຶ່ງເມົ້າ IntelliMouse ລຸ້ນທຳອິດເປີດໂຕເມື່ອປີ 1996 ຫຼື ເມື່ອປະມານ 23 ປີກ່ອນ ຈາກນັ້ນ ກໍຕາມມາດ້ວຍເຕັກໂນໂລຊີກວດຈັບດ້ວຍແສງ (optical tracking)  ເມື່ອປີ 1999.

ຂະນະທີ່ເມື່ອປີ 2017 ໄມໂຄຣຊອຟໄດ້ນຳເອົາ IntelliMouse ກັບມາຂາຍອີກຄັ້ງໃນຊື່ Classic IntelliMouse ໂດຍໄດ້ປັບປຸງເຊັນເຊີໃຫ້ມີປະສິດທິພາບໃນການໃຊ້ງານຫຼາຍຂຶ້ນກວ່າເກົ່າ ຊຶ່ງຫຼ້າສຸດໄມໂຄຣຊອຟກໍໄດ້ອັບເກຣດອຸປະກອນດັ່ງກ່າວເປັນ Pro IntelliMouse ໂດຍໄດ້ປັບປຸງການເຮັດວຽກຂອງລະບົບເຊັນເຊີ ໄລຍະ ແລະ ຄວາມໜັກຂອງປຸ່ມກົດ ພ້ອມການສຳຜັດຂອງວັດສະດຸພາຍນອກ ແລະ ປ່ຽນມາໃຊ້ສາຍເມົ້າແບບຖັກ (braided cable) ເພື່ອຄວາມທົນທານຍິ່ງຂຶ້ນ ພ້ອມນີ້ ຍັງສາມາດປັບແຕ່ງສີຂອງໄຟເມົ້າໄດ້ເອງຕາມໃຈຜູ້ໃຊ້.

ຂະນະທີ່ໄມໂຄຣຊອຟຍັງໄດ້ໃຫ້ຮູ້ອີກວ່າ Pro IntelliMouse ຍັງຄົງໄວ້ຊຶ່ງຫຼັກການອອກແບບທີ່ເນັ້ນສະລິລະສາດ (ergonomic) ທີ່ຂຶ້ນຊື່ລືນາມນັບແຕ່ຍຸກທຳອິດ ທັງຍັງໄດ້ອອກແບບເມົ້າໃຫ້ມີນ້ຳໜັກສົມດຸນ ທັງນີ້ Pro IntelliMouse ເປັນເມົ້າແບບ 5 ປຸ່ມ (ມີ 3 ປຸ່ມດ້ານເທິງ ແລະ 2 ປຸ່ມດ້ານຂ້າງ) ມີໃຫ້ເລືອກ 2 ສີຄື Dark Shadow ແລະ Light Shadow ຊຶ່ງມາໃນລາຄາ 59,99 ໂດລາ ຊຶ່ງຈະວາງຂາຍໃນໄວໆນີ້.

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ:Microsoft

ບົດຄວາມຫຼ້າສຸດ

ຍີ່ປຸ່ນທຸບສະຖິຕິໃໝ່! ກວດພົບຄື້ນຄວາມຮ້ອນ ອຸນຫະພູມ 41.8 ອົງສາ ພ້ອມເຕືອນໄພປະຊາຊົນໃຫ້ອອກຈາກພື້ນທີ່ສ່ຽງ

ຍີ່ປຸ່ນທຸບສະຖິຕິອາກາດຮ້ອນສູງສຸດ 41.8 ອົງສາ ເຈົ້າໜ້າທີ່ເລັ່ງອົບພະຍົບປະຊາຊົນ ພ້ອມເຕືອນໂຣກລົມແດດ 44 ແຂວງໃນຍີ່ປຸ່ນ ຂະນະດຽວກັນພາກເໜືອຮັບມືຝົນຕົກໜັກ-ສ່ຽງນ້ຳຖ້ວມຊຸ. ສຳນັກຂ່າວຕ່າງປະເທືດລາຍງານໃນວັນທີ 7 ສິງຫາ 2025 ສຳນັກງານອຸຕຸນິຍົມວິທະຍາຂອງປະເທດຍີ່ປຸ່ນ (Japan Meteorological...

ຄະນະບໍລິຫານງານພັກກະຊວງປ້ອງກັນຄວາມ ສະຫງົບ ສະໄໝທີ VI ປະກອບມີ 27 ສະຫາຍ ຍິງ 1 ສະຫາຍ

ຊົມເຊີຍ ຜົນສຳເລັດກອງປະຊຸມຄັ້ງປະຖົມມະລຶກກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ ໃນຕອນເຊົ້າວັນທີ 6 ສິງຫາ 2025, ສະຫາຍ ພົອ ວິໄລ ຫຼ້າຄຳຟອງ ໄດ້ລາຍງານຜົນຂອງກອງປະຊຸມຄັ້ງປະຖົມມະລຶກຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບ ສະໄໝທີ...

ລາວປະເຊີນບັນຫາພລາສຕິກລົ້ນຕະຫຼາດທ່າມກາງລາຄາຕົກຕໍ່າ

ເສດຖົງຢາງທີ່ເກົ່າໝອງຈົນເກືອບແຍກສີບໍ່ອອກ ບວກກັບຕຸກນໍ້າພລາສຕິກທີ່ຖືກຖິ້ມຊະຊາຍເປັນວົງກວ້າງໃນນະຄອນຫຼວງວຽງຈັນ ເປັນພຽງສ້ຽວໜຶ່ງຂອງເລື່ອງເລົ່າກ່ຽວກັບພລາສຕິກຂອງເມືອງຫຼວງແຫ່ງນີ້. ພາຍໃຕ້ມົນລະມິດທີ່ສາມາດເບິ່ງເຫັນໄດ້ດ້ວຍຕາເປົ່ານີ້ ລ້ວນແຕ່ເຊື່ອງຊ້ອນວິກິດການຂັ້ນຮ້າຍແຮງກວ່າທີ່ຄິດໄວ້. ເນື່ອງຈາກສິ່ງດັ່ງກ່າວໄດ້ກາຍເປັນໄພຂົ່ມຂູ່ຕໍ່ສິ່ງແວດລ້ອມທາງທໍາມະຊາດຂອງລາວ ທັງເປັນໄພຂົ່ມຂູ່ຕໍ່ສຸຂະພາບຂອງຜູ້ຄົນຫຼາຍຮ້ອຍ ທີ່ຕ້ອງເພິ່ງພາການຊື້-ຂາຍສິ່ງເສດເຫຼືອປະເພດພລາສຕິກ. ໃນລະຫວ່າງວັນທີ 5 ຫາ 14 ສິງຫາ, ບັນດາຜູ້ນໍາຈາກຫຼາຍປະເທດໃນໂລກຈະມາເຕົ້າໂຮມກັນທີ່ ເຈນີວາ, ປະເທດສະວິດເຊີແລນ...

ປະກາດ-ແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ແປ້ນຄໍາ ບຸດຈັດແພງ ຮັກສາການແທນເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່)

ມອບ-ຮັບ ໜ້າທີ່ ລະຫວ່າງ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ເກົ່າ) ກັບ ຮັກສາການແທນເລຂາຄະນະບໍລິຫານງານພັກແຂວງ, ຮັກສາການເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່) ປະກາດ ແລະ ມອບ-ຮັບ...