Homeຂ່າວພາຍ​ໃນຄາດຄະເນ! ອາດບໍ່ພົບຜູ້ລອດຊີວິດເຫດເຮືອຫຼົ້ມທີ່ແມ່ນ້ຳດານູບ

ຄາດຄະເນ! ອາດບໍ່ພົບຜູ້ລອດຊີວິດເຫດເຮືອຫຼົ້ມທີ່ແມ່ນ້ຳດານູບ

Published on

ທາງການຮົງກາຣີໄດ້ອອກມາຖະແຫຼງວ່າ ອາດບໍ່ມີຄວາມຫວັງທີ່ຈະພົບຜູ້ລອດຊີວິດທີ່ຍັງສູນຫາຍອີກ 21 ຄົນຈາກເຫດເຮືອລ່ອງແມ່ນ້ຳດານູບຂອງກຸ່ມນັກທ່ອງທ່ຽວ ສ.ເກົາຫຼີ ຕຳກັບເຮືອສຳລານຂະໜາດໃຫຍ່ສົ່ງຜົນໃຫ້ເຮືອຂອງນັກທ່ອງທ່ຽວ ສ.ເກົາຫຼີ ຈົມກາງແມ່ນ້ຳດານູບ ເຫດການດັ່ງກ່າວເກີດຂຶ້ນເມື່ອວັນທີ 29 ພຶດສະພາຜ່ານມາ ຊຶ່ງມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 7 ລາຍ ຂະນະທີ່ເຈົ້າໜ້າທີ່ໄດ້ກັກຕົວກັບຕັນເຮືອສຳລານໄວ້ສືບສວນ.

ຂະນະທີ່ທີມນັກດຳນ້ຳກອງທັບບົກກໍໄດ້ເຂົ້າຮ່ວມປະຕິບັດການຄົ້ນຫາຜູ້ສູນຫາຍຢ່າງຮີບດ່ວນຊຶ່ງການຄົ້ນຫາກໍເຕັມໄປດ້ວຍອຸປະສັກ ສ່ວນກະຊວງການຕ່າງປະເທດຂອງ ສ.ເກົາຫຼີ ກໍໄດ້ຖະແຫຼງວ່າ ເຮືອທີ່ມີຊື່ວ່າ ເມີຣເມດ ຊຶ່ງເປັນເຮືອນຳທ່ຽວລ່ອງແມ່ນ້ຳດານູບ ມີນັກທ່ອງທ່ຽວຊາວ ສ.ເກົາຫຼີ ທັງໝົດ 33 ຄົນ ແຍກເປັນນັກທ່ອງທ່ຽວ 30 ຄົນ ແລະ ຄົນນຳທ່ຽວ 3 ຄົນ ທັງນີ້ ຜູ້ທີ່ເສຍຊີວິດທັງ 7 ລາຍແມ່ນຊາວ ສ.ເກົາຫຼີ ແລະ ນີ້ກໍຖືເປັນອຸບັດເຫດທາງເຮືອທີ່ຮຸນແຮງທີ່ສຸດໃນຮົງກາຣີ.

ສ່ວນປະທານາທິບໍດີ ມຸນ ແຈ-ອິນ ຂອງ ສ.ເກົາຫຼີ ກໍໄດ້ສັ່ງການໃຫ້ລັດຖະບານດຳເນີນການທຸກວິທີທາງເພື່ອປະຕິບັດການຊ່ວຍເຫຼືອສຳລັບຜູ້ປະສົບເຄາະຮ້າຍ ແລະ ລັດຖະບານໄດ້ສົ່ງເຈົ້າໜ້າທີ່ 18 ຄົນເດີນທາງໄປຍັງນະຄອນບູດາເປສ ປະເທດຮົງກາຣີເພື່ອຮ່ວມປະຕິບັດການຊ່ວຍເຫຼືອ.

ຂະນະທີ່ ທ່ານ ວິກເຕີຣ ອໍຣບານ ນາຍົກລັດຖະມົນຕີຂອງຮົງກາຣີກໍໄດ້ສົ່ງສານສະແດງຄວາມເສຍໃຈຢ່າງສູງເຖິງປະທານາທິບໍດີ ມຸນ ແຈ-ອິນ ແລະ ຈະໃຫ້ຄວາມຮ່ວມມືກັບລັດຖະບານ ສ.ເກົາຫຼີ ຢ່າງໃກ້ຊິດກ່ຽວກັບອຸບັດເຫດໃນຄັ້ງນີ້ ແລະ ການຄົ້ນຫາຜູ້ປະສົບເຄາະຍັງຈະດຳເນີນຕໍ່ໄປ.

 

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: REUTERS 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...