spot_img
Homeຂ່າວທ້ອງຖິ່ນປິດຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ຊຸດທີ I ປີ 2019 ທີ່ເມືອງໝື່ນ

ປິດຊຸດຝຶກອົບຮົມກົດໝາຍໄລຍະສັ້ນ 45 ວັນ ຊຸດທີ I ປີ 2019 ທີ່ເມືອງໝື່ນ

Published on

ໃນຕອນເຊົ້າຂອງວັນທີ 29 ພືດສະພາ 2019 ນີ້ ທີ່ເມືອງໝື່ນ ແຂວງວຽຈັນໄດ້ຈັດພິທີປິດຊຸດຝຶກອົບຮົມກົດໝາຍໄລຍະສັ້ນ (45 ວັນ) ໃຫ້ແກ່ເລຂາພັກບ້ານ ແລະ ການຈັດຕັ້ງບ້ານຊຸດທີ I ປະຈຳປີ 2019 ທີ່ສະໂມສອນຫ້ອງວ່າການປົກຄອງເມືອງໝື່ນ ແຂວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ກອງສີ ອຸດົມ ຫົວໜ້າພະແນກຍຸຕິທຳ ແຂວງວຽງຈັນ ທ່ານ ພູວອນ ບຸນວິໄລ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆໝື່ນ ມີຄະນະປະຈຳພັກເມືອງ ຫົວໜ້າຫ້ອງການ ພ້ອມທັງນັກສຳມະນາກອນຈາກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ວຽງຢາງ ນາວປາວ ຫົວໜ້າຫ້ອງການຍຸຕິທຳເມືອງໄດ້ຂຶ້ນຜ່ານບົດສະຫຼຸບການເຄື່ອນໄຫວວຽກງານຍຸຕິທຳຮາກຖານ ແລະ ກ່າວປິດຊຸດຝຶກອົບຮົມຢ່າງເປັນທາງການ ໂດຍທ່ານໃດ້ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນກ່ຽວກັບວຽກງານທຸກດ້ານຢູ່ຂັ້ນຮາກຖານ ເຮັດທົດລອງວຽກງານ 3 ສ້າງຕາມຂະບວນການຍຸຕິທຳ ຊຶ່ງໄດ້ຮັບການຈັດຕັ້ງປະຕິບັດໄປພ້ອມກັບຂະບວນການກໍ່ສ້າງຮາກຖານບ້ານ ກຸ່ມພັດທະນາ ເພື່ອຮັບປະກັນຄວາມສະເໝີພາບທາງດ້ານກົດໝາຍ ທັງເຮັດໃຫ້ປະຊາຊົນເຂົ້າໃຈເຖິງສິດ ແລະ ພັນທະຂອງຕົນຕາມກົດໝາຍ ໃນນັ້ນ ມີນັກສຳມະນາກອນທັງໝົດ 50 ຄົນ ຍິງ 3 ຄົນ ຊຶ່ງມາຈາກຂະແໜງການຂອງແຕ່ລະບ້ານ ສຳລັບຫຼັກສູດການຝຶກອົບຮົມໃຊ້ເວລາ 45 ວັນ ໃນນັ້ນ ມີ 22 ໜ່ວຍກິດ ມີ 360 ຊົ່ວໂມງ ມີ 4 ພາກຮຽນຄື ພາກຮຽນທີ I ພາກທິດສະດີການເມືອງ ພາກຮຽນທີ II ພາກກົດໝາຍ ພາກຮຽນທີ III ແມ່ນເຕັກນິກການແຕ່ງເອກະສານ ແລະ ພາກທີ IV ວຽກງານຍຸຕິທຳເດັກ ຫຼັງຈາກນັ້ນກອງປະຊຸມກໍໄດ້ຜ່ານຂໍ້ຕົກລົງຂອງຫົວໜ້າສະຖາບັນຍຸຕິທຳແຫ່ງຊາດສະບັບເລກທີ 954/ກຍ.ສຍຊ ລົງວັນທີ 7 ພຶດສະພາ 2019 ວ່າດ້ວຍການມອບ-ຮັບໃບຢັ້ງຢືນໃຫ້ແກ່ຜູ້ສຳເລັດການບຳລຸງກົດໝາຍຂັ້ນພື້ນຖານໄລຍະສັ້ນ 45 ວັນຢູ່ທີ່ເມືອງໝື່ນ.

ໂອກາດດັ່ງກ່າວ ທ່ານ ກອງສີ ອຸດົມ ກໍໄດ້ໃຫ້ກຽດຂຶ້ນກ່າວມອບໃບຢັ້ງຢືນໃຫ້ແກ່ນັກສຳມະນາກອນຈຳນວນ 50 ຄົນ ພ້ອມທັງຮັບຟັງການໂອ້ລົມຂອງ ທ່ານ ພູວອນ ບຸນວິໄລ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆໝື່ນ ຊຶ່ງທ່ານໄດ້ຮຽກຮ້ອງມາຍັງນັກສຳມະນາກອນທຸກຄົນຈົ່ງນຳເອົາບົດຮຽນທີ່ໄດ້ຝຶກອົບຮົມໃນຄັ້ງນີ້ໄປນຳໃຊ້ປະຕິປະຕົວຈິງ ລົງເລິກເຂົ້າສູ່ຮາກຖານໃຫ້ສຳເລັດໃນໜ້າທີ່ວຽກງານຂອງຕົນ ພ້ອມທັງມອບໃບຍ້ອງຍໍໃຫ້ແກ່ນັກສຳມະນາກອນດີເດັ່ນ ມີຄວາມຫ້າວຫັນຕໍ່ການຮໍ່າຮຽນຈຳນວນ 16 ຄົນ.

 

 

ຂ່າວ: ເມືອງໝື່ນ

ບົດຄວາມຫຼ້າສຸດ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...