spot_img
Homeຂ່າວພາຍ​ໃນເວິລແບັງອະນຸມັດ 40 ລ້ານໂດລາ ສະໜັບສະໜູນການເຕີບໂຕແບບຍືນຍົງ

ເວິລແບັງອະນຸມັດ 40 ລ້ານໂດລາ ສະໜັບສະໜູນການເຕີບໂຕແບບຍືນຍົງ

Published on

ເມື່ອວັນ​ທີ 28 ພຶດສະພາ 2019 ທີ່ນະຄອນ​ວໍຊິງຕັນ ອາເມຣິກາ ຄະນະກໍາມະການບໍລິຫານງານຂອງທະນາຄານໂລກໄດ້ອະນຸມັດສິນເຊື່ອມູນຄ່າ 40 ລ້ານໂດລາເພື່ອສະໜັບສະໜູນຮູບແບບການເຕີບໂຕແບບຍືນຍົງຂອງ ສປປ ລາວ ແຜນງານດ້ານນະໂຍບາຍການພັດທະນາການເຕີບໂຕສີຂຽວໃນໄລຍະສອງ ສົ່ງເສີມການປະຕິຮູບເພື່ອເສີມສ້າງຄວາມເຂັ້ມແຂງໃຫ້ແກ່ຄວາມຍືນຍົງທາງດ້ານການເງິນ ງົບປະມານ ແລະ ການເງິນການທະນາຄານ ລວມເຖິງເຊື່ອມສານບັນດາຫຼັກການ ວ່າດ້ວຍການເຕີບໂຕສີຂຽວເຂົ້າໃນການວາງແຜນການພັດທະນາ.

ທ່ານ ກິແກ້ວ ຈັນທະບູລີ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ກ່າວວ່າ ແຜນງານດັ່ງກ່າວແມ່ນສອດຄ່ອງກັບວິໄສທັດ ວ່າດ້ວຍການເຕີບໂຕສີຂຽວຂອງລັດຖະບານ ສປປ ລາວ ຕາມທີ່ໄດ້ກ່າວໄວ້ຢ່າງຊັດເຈນຢູ່ໃນແຜນພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດ ຄັ້ງທີ 8 ແລະ ຍຸດທະສາດການເຕີບໂຕສີຂຽວແຫ່ງຊາດ 2030 ສະບັບໃໝ່ ພ້ອມນີ້ ການຫັນປ່ຽນໄປສູ່ຮູບແບບການພັດທະນາທີ່ມີສີຂຽວຂຶ້ນສາມາດຊ່ວຍໃຫ້ການເຕີບໂຕທາງເສດຖະກິດອັນເຂັ້ມແຂງຂອງ ສປປ ລາວ ໃຫ້ມີຄວາມຍືນຍົງ ແລະ ເຮັດໃຫ້ປະເທດມີຄວາມທົນທານຕໍ່ການປ່ຽນແປງທາງດ້ານສະພາບດິນຟ້າອາກາດ ແຜນງານສະໜັບສະໜູນການປະຕິ ຮູບທາງດ້ານນະໂຍບາຍເພື່ອເຊື່ອມສານເອົາຫຼັກການ ວ່າດ້ວຍການເຕີບໂຕສີຂຽວເຂົ້າໄປມີບົດບາດຢູ່ໃນທົ່ວທຸກຂະແໜງເຊັ່ນ ເຮັດໃຫ້ພື້ນຖານໂໂຄງລ່າງມີຄວາມທົນທານຕໍ່ຄວາມສ່ຽງທາງດ້ານສະພາບດິນຟ້າອາກາດ ຄຸ້ມຄອງມົນລະພິດທີ່ເປັນອັນຕະລາຍຕໍ່ສຸ ຂະພາບ ແລະ ກໍາລັງການຜະລິດຂອງຄົນ ປັບປຸງການຄຸ້ມຄອງແຫຼ່ງນໍ້າ ປ່າໄມ້ ແລະ ເຂດປ່າສະຫງວນ ຮູບແບບການເຕີບໂຕທີ່ເນັ້ນຄວາມສະອາດ ແລະ ມີການນໍາໃຊ້ຊັບພະຍາກອນຢ່າງມີປະສິດທິຜົນຫຼາຍກວ່າເກົ່າ ທັງຍັງຊ່ວຍປະຊາຊົນທີ່ທຸກຍາກຜູ້ທີ່ບໍ່ສາມາດປ້ອງກັນຕົວເອງໄດ້ຈາກມົນລະພິດ ຄວາມສ່ຽງທາງດ້ານສະພາບດິນຟ້າອາກາດ ແລະ ການຕັດໄມ້ທໍາລາຍປ່າ.

ທ່ານ ນາງ ແອລເລັນ ໂກສະຕິນ ຜູ້ອໍານວຍການທະນາຄານໂລກປະຈໍາມຽນມາ ກໍາປູເຈຍ ແລະ ສປປ ລາວ ກ່າວວ່າ ການເຕີບໂຕສີຂຽວສາມາດນໍາໂອກາດໃໝ່ໆມາສູ່ປະຊາຊົນລາວ ພ້ອມກັບການປົກປັກຮັກສາສິ່ງແວດລ້ອມ ແລະ ສຸຂະພາບຂອງຄົນ ສປປ ລາວ ໄດ້ອະນຸມັດການປະຕິຮູບທີ່ສໍາຄັນຫຼາຍໆຢ່າງ ລວມເຖິງການສ້າງຕັ້ງສວນອຸທິຍານແຫ່ງຊາດແຫ່ງທໍາອິດຂອງປະເທດ ການອອກກົດໝາຍສະບັບໃໝ່ ວ່າດ້ວຍນໍ້າ ເພື່ອປັບປຸງການຄຸ້ມຄອງລຸ່ມແມ່ນໍ້າ ການສະກັດກັ້ນການຕັດໄມ້ຜິດກົດໝາຍ ແລະ ການຄຸ້ມຄອງມົນລະພິດ ດັ່ງນັ້ນ ພວກເຮົາມີຄວາມຍິນດີທີ່ຈະສະໜັບສະໜູນຄວາມພະຍາຍາມເຫຼົ່ານີ້  ພ້ອມກັບການເສີມຂະຫຍາຍຄວາມຍືນຍົງທາງດ້ານງົບປະມານ ແລະ ການເງິນຂອງປະເທດ ແຜນງານດັ່ງກ່າວຍັງໄດ້ຊ່ວຍເຫຼືອ ສປປ ລາວ ໃນການແກ້ໄຂບັນຫາທາງດ້ານໜີ້ສິນ ແລະ ການຂາດດຸນທາງດ້ານການເງິນ ໂດຍການສະໜັບສະໜູນກອບວຽກການເງິນໄລຍະກາງທີ່ເລັ່ງໃສ່ປັບປຸງການສ້າງລາຍຮັບ ເສີມສ້າງຄວາມເຂັ້ມແຂງໃຫ້ແກ່ການຄຸ້ມຄອງໜີ້ສິນ ການຄຸ້ມຄອງການເງິນຂອງລັດ ແລະ ເສີມຂະ    ຫຍາຍສະຖຽນລະພາບຂອງຂະແໜງການເງິນ.

 

 

ຂ່າວ: ສະຫະລັດ ວອນທິວົງໄຊ

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...