spot_img
Homeຂ່າວພາຍ​ໃນລັດຖະບານປະກາດໃຫ້ຍົກເລີກປູກກ້ວຍຢູ່ນະຄອນຫຼວງວຽງຈັນ

ລັດຖະບານປະກາດໃຫ້ຍົກເລີກປູກກ້ວຍຢູ່ນະຄອນຫຼວງວຽງຈັນ

Published on

ກະຊວງກະສິກຳ ແລະ ປ່າໄມ້ ໄດ້ປະກາດໃຫ້ຍົກເລີກການປູກກ້ວຍທີ່ນັກລົງທຶນກຳລັງບຸກເບີກເນື້ອທີ່ໃໝ່ຈຳນວນ 600-700 ເຮັກຕາ ຢູ່ນະຄອນຫຼວງວຽງຈັນ ສ່ວນຈຳນວນເນື້ອທີ່ຊຶ່ງໄດ້ປູກ ແລະ ໃຫ້ຜົນຜະລິດແລ້ວນັ້ນໃຫ້ຫັນເປັນກະສິກໍາສະອາດ ອ້າງຈາກການໃຫ້ສຳພາດຂອງ ທ່ານ ບຸນຂວາງ ຄຳບຸນເຮືອງ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ວັນທີ 21 ພຶດສະພາ 2019 ທີ່ກະຊວງກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ.

ປັດຈຸບັນ ມີນັກລົງທຶນໄດ້ໄປເຊົ່າດິນນຳປະຊາຊົນໂດຍກົງໂດຍບໍ່ໄດ້ຮັບອະນຸຍາດຈາກພາກສ່ວນກ່ຽວຂ້ອງ ໃນເນື້ອທີ່ 600-700 ເຮັກຕາ ຢູ່ເຂດເມືອງນາຊາຍທອງ ເຂດນ້ຳຫຸມ ອີ່ໄລເໜືອ ແລະ ແສນດິນ ເພື່ອປູກກ້ວຍສົ່ງອອກຕ່າງປະເທດ ຊຶ່ງພາຍຫຼັງລົງເກັບກໍາຂໍ້ມູນຕົວຈິງເຫັນວ່າແມ່ນຄວາມຈິງ ທັງນີ້ ລັດຖະບານຈະບໍ່ອະນຸຍາດໃຫ້ສືບຕໍ່ປູກ ເນື່ອງຈາກວ່າເນື້ອທີ່ດັ່ງກ່າວແມ່ນຢູ່ໃກ້ຊຸມ ຊົນ ແລະ ໃກ້ແມ່ນ້ຳສາຍຫຼັກທີ່ໃຊ້ຫຼໍ່ລ້ຽງຊີວິດຊາວນະຄອນຫຼວງວຽງຈັນ ແລະ ເຂດໃກ້ຄຽງຫຼາຍແສນຄົນ ຊຶ່ງອາດສົ່ງຜົນກະທົບທາງດ້ານລົບຕໍ່ກັບການດຳລົງຊີວິດຂອງປະຊາຊົນ ສັດບົກ-ສັດນ້ຳ ລວມເຖິງສະພາບແວດລ້ອມ ແລະ ອື່ນໆ.

ທ່ານຮອງລັດຖະມົນຕີກ່າວຢ້ຳວ່າ ຖ້າຫາກຍັງມີການລະເມີດຄຳສັ່ງ ຫຼື ຍັງສືບຕໍ່ປູກກໍຈະຖືກຕັດຖີ້ມພ້ອມທັງປັບໃໝ ແລະ ປະຕິ ບັດຕາມລະບຽບກົດໝາຍຢ່າງເຂັ້ມງວດ ເນື່ອງຈາກວ່າການປູກກ້ວຍຊະນິດດັ່ງກ່າວແມ່ນໄດ້ນຳໃຊ້ສານເຄມີທີ່ຖືກສັ່ງຫ້າມເຂົ້າໃນຂະບວນປູກ ເປັນຕົ້ນແມ່ນຢາຂ້າຫຍ້າ ຢາຂ້າແມງ ຢາຂ້າເຊື້ອເຫັດ ແລະ ອື່ນໆ ທີ່ເປັນອັນຕະລາຍຕໍ່ສຸຂະພາບ ແລະ ສິ່ງແວດລ້ອມທັງທາງກົງ ແລະ ທາງອ້ອມ.

ສຳລັບເນື້ອທີ່ຊຶ່ງໄດ້ບຸກເບີກໄປແລ້ວນັ້ນ ທາງພາກລັດກໍຄືຂະແໜງການທີ່ກ່ຽວຂ້ອງໄດ້ແນະນຳໃຫ້ບັນດານັກລົງທຶນຫັນໄປປູກພືດກະສິກຳຊະນິດອື່ນທົດແທນ ແລະ ສຳລັບເນື້ອທີ່ຊຶ່ງໄດ້ປູກ ແລະ ໃຫ້ຜົນຜະລິດແລ້ວ ກໍໃຫ້ຫັນເປັນກະສິກຳສະອາດ ຊຶ່ງຈະມີເຈົ້າ ໜ້າທີ່ຕິດຕາມກວດກາຢ່າງໃກ້ຊິດ ທັງນີ້ ໃນໄລຍະຜ່ານມາປະຊາຊົນລາວຈຳນວນບໍ່ໜ້ອຍໄດ້ຮັບຜົນກະທົບຈາກການນຳໃຊ້ສານເຄມີຕ້ອງຫ້າມທີ່ບັນດານັກລົງທຶນລັກລອບນຳເຂົ້າມາເພື່ອນຳໃຊ້ເຂົ້າໃນຂະບວນການປູກກ້ວຍ.

ນັບແຕ່ປີ 2014 ເປັນຕົ້ນມາ ນະຄອນຫຼວງວຽງຈັນມີເນື້ອທີ່ປູກກ້ວຍທັງໝົດ 533 ເຮັກຕາ ຢູ່ເຂດເມືອງສັງທອງ ນາຊາຍທອງ ແລະ ເມືອງປາກງື່ມ ໃນນັ້ນ ໃຫ້ຜົນຜະລິດແລ້ວ 333 ເຮັກຕາ ຂະນະທີ່ທົ່ວປະເທດມີເນື້ອທີ່ປູກກ້ວຍທັງໝົດ 26.000 ກວ່າເຮັກຕາ ຊຶ່ງສ້າງລາຍຮັບຈາກການສົ່ງອອກໄດ້ຫຼາຍກວ່າ 200 ລ້ານໂດລາຕໍ່ປີ ພາຍຫຼັງທີ່ມີແຈ້ງການ ແລະ ຄຳສັ່ງຈາກລັດຖະບານເມື່ອປີ 2017 ກ່ຽວກັບການຍົກເລີກການນຳໃຊ້ສານເຄມີຕ້ອງຫ້າມຕ່າງໆ ກໍເຫັນວ່າຈໍານວນເນື້ອທີ່ການປູກກ້ວຍມີທ່າອ່ຽງຫຼຸດລົງ ຊຶ່ງເມື່ອປີ 2018 ຜ່ານມາເຫຼືອພຽງ 20.400 ເຮັກຕາ ແລະ ປີ 2019 ມີພຽງ 15.000 ເຮັກຕາ.

 

 

ໂດຍ: ສະຫະລັດ ວອນທິວົງໄຊ

ບົດຄວາມຫຼ້າສຸດ

ຈັບສາຍປາຕີ້ຄໍລະເຈັ້້ນ 9 ຄົນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.

ປກສ ແຂວງບໍ່ແກ້ວ ມ້າງຄະດີແກ້ງມົ້ວສຸ່ມຢາເສບຕິດ ຈຳນວນ 9 ຄົນ ຈັດປາຕີ້ຄໍລະເຈັ້ນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ. ໃນຄັ້ງວັນທີ 26 ມີນາ 2025 ຜ່່ານມາ,...

ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ໃນການອຳນວຍຄວາມສະດວກ ໃນໄລຍະປີໃໝ່ລາວ 2025

ເພື່ອສະກັດກັ້ນອຸບັດເຫດ ກົມຕຳຫຼວດຈະລາຈອນ ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ຕັ້ງຈຸດກວດກາ 143 ຈຸດ ຕາມແຕ່ລະເສັ້ນທາງ ໄລຍະປີໃໝ່ລາວ. ທ່ານ ພັອ ຄໍາສອນ ສີດາວົງ ຫົວໜ້າກົມຕຳຫລວດຈະລາຈອນ,...

ລະທຶກ! ເຮືອສະປີດໂບ໊ດເກີດໄຟໄໝ້ກາງທະເລອັນດາມັນ ປະເທດໄທ

ເລັ່ງອົບພະຍົບຜູ້ໂດຍສານ ຈາກເຫດໄຟໄໝ້ເຮືອສະປີດໂບ໊ດ ບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ. ສຳນັກຂ່າວຕ່າງປະເທດລາຍງານ ເຫດໄຟໄໝ້ເຮືອສະປີດໂບ໊ດບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ ໃນເວລາປະມານ 09:10 ນາທີ ຂອງວັນທີ 1 ເມສາ...

ເພີ່ມຂຶ້ນຕໍ່ເນື່ອງເຫຍື່ອແຜ່ນດິນໄຫວທີ່ມຽນມາ ຫຼ້າສຸດມີຜູ້ເສຍຊີວິດກວ່າ 2,056 ຄົນ

ສະຖານະການແຜ່ນດິນໄຫວໃນມຽນມາຍັງໜ້າເປັນຫ່ວງ ເຈົ້ານ້າທີ່ຕ້ອງເລັ່ງທຳການຄົ້ນຫາ ແລະ ຊ່ວຍຜູ້ລອດຊີວິດອອກມາຈາກໃຕ້ຊາກອາຄານ ຫຼັງຈາກ້າວເຂົ້າສູ່ມື້ທີ 4 ນັບຕັ້ງແຕ່ເກີດເຫດເມື່ອວັນທີ 28 ມີນາ 2025. ສຳນັກຂ່າວຕ່າງປະເທດລາຍນງານໃນວັນທີ 1 ເມສາ 2025 ນີ້,...