Homeຂ່າວພາຍ​ໃນເອສເທິນ ອາຣດ ແກເລີຣີ ແອນ ອະຄາເດມີ ເປີດຫ້ອງສະແດງຮູບພາບ

ເອສເທິນ ອາຣດ ແກເລີຣີ ແອນ ອະຄາເດມີ ເປີດຫ້ອງສະແດງຮູບພາບ

Published on

ເປີດຢ່າງເປັນທາງການສຳລັບຫ້ອງວາງສະແດງຮູບພາບທີ່ສ່ອງແສງໃຫ້ເຫັນເຖິງສິລະປະວັດທະນະທຳທີ່ເກີດຈາກຈິນຕະນາການ ແລະ ຈິດວິນຍານ.

ທ່ານ ບຸນໂປນ ໂພທິສານ ນັກແຕ້ມຮູບອິດສະຫຼະ ກ່າວວ່າ ຮູບພາບທີ່ນຳມາສະແດງໃນຄັ້ງນີ້ແມ່ນມີແຮງບັນດານໃຈມາຈາກລາຍລາວທີ່ເນັ້ນສະເພາະຮູບພາບ ແລະ ຄວາມງາມຂອງແມ່ຍິງລາວໂດຍສະເພາະ ຊຶ່ງໃນຄໍເລັກເຊິນນີ້ແມ່ນໃຊ້ເວລາປະມານ 6 ເດືອນໃນການສ້າງສັນຮູບພາບປະມານ 40 ພາບທີ່ນຳມາສະແດງໃນຄັ້ງນີ້.

ບັນດາທ່ານທີ່ສົນໃຈກໍສາມາດເຂົ້າໄປຊົມໄດ້ທີ່ຫ້ອງສະແດງບ້ານເກົ້າຍອດ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ຊຶ່ງງານຄັ້ງນີ້ເລີ່ມແຕ່ວັນທີ 17-25 ພຶດສະພາ 2019 ຫຼື ໂທສອບຖາມໄດ້ທີ່ໝາຍເລກໂທລະສັບ (020) 5809 6984  ຫຼື ທາງແຟນເພຊ Facebook/Eastern Art Gallery And Academy.

 

 

ໂດຍ: ສະຫະລັດ ວອນທິວົງໄຊ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...