Homeຂ່າວພາຍ​ໃນລາວຟອດເປີດໂຕລົດລຸ້ນ "ທຣານຊິດ" ຢ່າງເປັນທາງການ

ລາວຟອດເປີດໂຕລົດລຸ້ນ “ທຣານຊິດ” ຢ່າງເປັນທາງການ

Published on

ເມື່ອວັນທີ 16 ພຶດສະພາຜ່ານມາ ທີ່ຫໍວັດທະນະທຳແຫ່ງຊາດ ນະຄອນຫຼວງວຽງຈັນ ບໍລິສັດ ລາວຟອດ ຊີຕີ ໄດ້ຈັດພິທີເປີດໂຕລົດລຸ້ນໃໝ່ ຟອດທຣານຊິດ (Transit) ຢ່າງເປັນທາງການ ເຂົ້າຮ່ວມພາຍໃນງານມີຕາງໜ້າຝ່າຍຂາຍ ແລະ ພາກສ່ວນກ່ຽວຂ້ອງຂອງບໍລິສັດ ລາວຟອດ ຊີຕີ ມີບັນດາແຂກຖືກເຊີນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ຟອດທຣານຊິດ ເປັນລົດລຸ້ນໃໝ່ຫຼ້າສຸດທີ່ມາພ້ອມຄວາມທັນສະໄໝ ມີ 15 ບ່ອນນັ່ງ ຊຶ່ງມາພ້ອມເກຍກະປຸກ 6 ສະປີດ ມີລະບົບການຊົງຕົວທີ່ປອດໄພໃນເວລາເຂົ້າໂຄ້ງ ບ່ອນນັ່ງຂອງຜູ້ໂດຍສານມີເນື້ອທີ່ກວ້າງຂວາງ ພ້ອມນີ້ ກໍມີລະບົບແອທີ່ມີສະເພາະແຕ່ລະບ່ອນນັ່ງ ລວມເຖິງກ້ອງເຊັນເຊີ້ໜ້າ-ຫຼັງ ແລະ ລະບົບຄວາມປອດໄພອີກຫຼາຍຢ່າງທີ່ມີລວມຢູ່ໃນລົດລຸ້ນ ຟອດທຣານຊິດ ສຳລັບລາຄາເລີ່ມຕົ້ນແມ່ນຢູ່ທີ່ 45.000 ໂດລາ ພິເສດ ສະເພາະເດືອນພຶດສະພາ 2019 ນີ້ ລາວຟອດໄດ້ຈັດໂປຣໂມເຊິນເປີດໂຕດ້ວຍລາຄາ 42.000 ໂດລາ.

ບັນດາທ່ານທີ່ສົນໃຈຢາກສຳຜັດ ຫຼື ເປັນເຈົ້າຂອງ ຟອດທຣານຊິດ ກໍສາມາດຕິດຕໍ່ສອບຖາມລາຍລະອຽດໄດ້ທີ່ສູນຈຳໜ່າຍຟອດທຸກສາຂາທົ່ວປະເທດ ສະເພາະນະຄອນຫຼວງວຽງຈັນສາມາດສອບຖາມໄດ້ທີ່ໝາຍເລກໂທສະລັບ (021) 241 ​108.

 

 

ໂດຍ: ສະຫະລັດ ວອນທິວົງໄຊ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...