spot_img
Homeຂ່າວພາຍ​ໃນມອບ-ຮັບວຽກງານອາຫານໂຮງຮຽນໃນ 5 ເມືອງແຂວງອຸດົມໄຊ

ມອບ-ຮັບວຽກງານອາຫານໂຮງຮຽນໃນ 5 ເມືອງແຂວງອຸດົມໄຊ

Published on

ໃນວັນທີ 15 ພຶດສະພາ 2019 ທີ່ເມືອງໄຊ  ແຂວງອຸດົມໄຊ ໄດ້ມີພິທີມອບ-ຮັບວຽກງານອາຫານໃຫ້ແກ່ບັນດາໂຮງຮຽນໃນ 5 ເມືອງ ໂດຍເຂົ້າຮ່ວມທ່ານ ຄໍາຜາຍ ສີສະຫວັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ສົມຈິດ ປັນຍາສັກ ຮອງເຈົ້າແຂວງ ອຸດົມໄຊ ແລະ ທ່ານ ທ່ານ ເດວິດ ເບສເລ, ຜູ້ອຳນວຍການໃຫຍ່ ອົງການອາຫານໂລກ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ເດວິດ ເບສເລ ໄດ້ກ່າວວ່າ: “ການມອບ-ຮັບວຽກງານອາຫານທ່ຽງໃນໂຮງຮຽນຄັ້ງນີ້ເປັນນິມິດໝາຍອັນດີທີ່ສະແດງໃຫ້ເຫັນຜົນສຳລັດໃນການເຮັດວຽກຮ່ວມກັນເພື່ອຈຸດປະສົງອັນດຽວກັນຄື: ຊ່ວຍເຫຼືອນັກຮຽນໃຫ້ມີໂພຊະນາການ, ສຸຂະພາບ ແລະ ການສຶກສາທີ່ດີໃນວັນນີ້ເພື່ອເປັນໜໍ່ແໜງທີ່ດີຂອງປະເທດຊາດໃນອານາຄົດ. ນີ້ແມ່ນຂໍ້ພິສູດທີ່ລັດຖະບານລາວ, ອົງການອາຫານໂລກ, ຄູ່ຮ່ວມພັດທະນາ ແລະ ຜູ້ໃຫ້ທຶນຕ່າງໆໄດ້ສຸມໃສ່ທຸກໆວຽກງານກ່ຽວກັບອາຫານທ່ຽງໃນໂຮງຮຽນໃນໄລຍະຜ່ານມາ”

ອົງການອາຫານໂລກໄດ້ເຮັດວຽກຢູ່ ສປປ ລາວ ມາໄດ້ 45 ປີແລ້ວ. ເພື່ອເປັນການປັບດັດໃຫ້ແທດເໝາະກັບສະພາບຄວາມເປັນຈິງ ແລະ ນະໂຍບາຍສົ່ງເສີມອາຫານທ່ຽງໃນໂຮງຮຽນທີ່ໄດ້ຮັບອານຸມັດໃຊ້ໃນເດືອນ ພຶດສະພາ 2014, ອົງການອາຫານໂລກໄດ້ຫັນປ່ຽນຈາກການຈັດຕັ້ງປະຕິບັດວຽກງານອາຫານທ່ຽງໃນໂຮງຮຽນມາເປັນການໃຫ້ຄວາມຊ່ວຍເຫຼືອການສ້າງຂີດຄວາມສາມາດໃຫ້ແກ່ລັດຖະບານ ແລະ ຊຸມຊົນແທນ. ອົງການອາຫານໂລກມີແຜນຈະມອບ-ຮັບວຽກງານອາຫານທ່ຽງໃນໂຮງຮຽນທັງໝົດໃນປີ 2021.

ຕັ້ງແຕ່ມື້ເປີດສົກຮຽນໃໝ່ເດືອນ ກັນຍາ ປີນີ້ເປັນຕົ້ນໄປ, ລັດຖະບານລາວຈະສະໜອງເງິນງົບປະມານ 0.10 ໂດລ້າ (800 ກີບ) ຕໍ່ຄົນຕໍ່ຄາບ ໃຫ້ແກ່ 800 ໂຮງຮຽນ, ເຊິ່ງລວມເອົາໂຮງຮຽນທີ່ອົງການອາຫານໂລກໄດ້ມອບ-ຮັບຈຳນວນ 515 ແຫ່ງ. ອົງການອາຫານໂລກຍັງຈະສືບຕໍ່ໃຫ້ການຊ່ວຍເຫຼືອເພື່ອສ້າງຂີດຄວາມສາມາດ ແລະ ການເປັນເຈົ້າການໃຫ້ແກ່ລັດຖະບານເພື່ອການພັດທະນາແບບຢືນຢົງ ເຊີງປະກອບມີ: ການຕໍ່ນໍ້າເຂົ້າໃສ່ໂຮງຮຽນ, ວຽກງານພື້ນຖານດ້ານສຸຂານາໄມ ແລະ ສຸຂະພິບານຂອງໂຮງຮຽນ, ສວນຄົວຂອງໂຮງຮຽນ, ສວນຄົວເຮືອນຮົ່ມຂອງຊຸມຊົນ, ໜອງປາ ແລະ ອື່ນໆ.

ສໍາລັບ 5 ເມືອງປະກອບມີ: ເມືອງໄຊ, ເມືອງ ນາໝໍ້ ເມືອງງາ ເມືອງຫລາ ແລະ ເມືອງແບງ.

ຂຽນໂດຍ: ບຸນມີ ບຸນມີໄຊ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...