Homeຂ່າວພາຍ​ໃນລັດຖະບານມອບເບ້ຍລ້ຽງໃຫ້ນັກຮຽນດີ-ຮຽນເກັ່ງ (ເພດຍິງ)

ລັດຖະບານມອບເບ້ຍລ້ຽງໃຫ້ນັກຮຽນດີ-ຮຽນເກັ່ງ (ເພດຍິງ)

Published on

ໂດຍອີງຕາມຂໍ້ມູນຈາກກະຊວງສຶກສາທິການ ແລະ ກີລາ ຊຶ່ງໄດ້ເປີດເຜີຍເມື່ອບໍ່ດົນມານີ້ວ່າ ປີ 2019 ກະຊວງສຶກສາທິການ ແລະ ກີລາຈະສຸມໃສ່ໜ້າວຽກກ່ຽວກັບການຂະຫຍາຍໂອກາດການເຂົ້າເຖິງການຮ່ຳຮຽນຂອງນັກຮຽນໃນສະຖາບັນການສຶກສາຊັ້ນສູງ ລວມທັງຈະສືບຕໍ່ປະຕິບັດນະໂຍບາຍມອບທຶນການສຶກສາໃຫ້ແກ່ນັກຮຽນດີ-ຮຽນເກັ່ງ (ເພດຍິງ) ແລະ ຜູ້ດ້ອຍໂອກາດທີ່ຄອບຄົວ ທຸກຍາກ.

ໃນນັ້ນ 20% ແມ່ນຈະໄດ້ຮັບເບ້ຍລ້ຽງຈາກລັດຖະບານ ໂດຍແບ່ງອອກເປັນ 10% ແມ່ນມອບໃຫ້ມະຫາວິທະຍາໄລຄົ້ນຄວ້າ ແລະ ຄັດເລືອກ ແລະ 10% ແມ່ນຈະມອບໃຫ້ພະແນກສຶກສາທິການ ແລະ ກີລາຂອງແຕ່ລະແຂວງເປັນຜູ້ຄົ້ນຄວ້າ ແລະ ຄັດເລືອກ ສ່ວນທີ່ເຫຼືອ 80% ແມ່ນຈະຕ້ອງໄດ້ຈ່າຍຄ່າຮຽນ.

ພ້ອມນີ້ ກໍຈະສຸມໃສ່ວຽກງານຊຸກຍູ້ແລກປ່ຽນ ແລະ ຮ່ວມມືກັບຕ່າງປະເທດ ໂດຍສະເພາະການແລກປ່ຽນລະຫວ່າງຄູ-ອາຈານ ແລະ ນັກສຶກສາ ເພື່ອພັດທະນາການສຶກສາຊັ້ນສູງໃຫ້ມີຄຸນນະພາບທຽບເທົ່າລະດັບສາກົນ ປັດຈຸບັນ ສປປ ລາວ ມີສະຖາບັນການສຶກສາ ຊັ້ນສູງທັງໝົດ 80 ແຫ່ງ ໃນນັ້ນ ພາກລັດມີ 21 ແຫ່ງ ແລະ ເອກະຊົນມີ 59 ແຫ່ງ.

 

 

ໂດຍ: ສະະຫະລັດ ວອນທິວົງໄຊ

ຮູບພາບ: ວຽງຈັນທາມ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...