spot_img
Homeຂ່າວພາຍ​ໃນເອກອັກຄະລັດຖະທູດ ສປປ ລາວ ຍື່ນສານແຕ່ງຕັ້ງຕໍ່ປະທານາທິບໍດີ ສີລັງກາ

ເອກອັກຄະລັດຖະທູດ ສປປ ລາວ ຍື່ນສານແຕ່ງຕັ້ງຕໍ່ປະທານາທິບໍດີ ສີລັງກາ

Published on

ໃນວັນທີ 6 ພຶດສະພາ 2019 ທີ່ທໍານຽບປະທານາທິບໍດີນະຄອນຫຼວງໂຄລົມໂບ ປະເທດສີລັງກາ ທ່ານ ບຸນແນມ ຈວງຫອມ ໄດ້ຍື່ນສານແຕ່ງຕັ້ງຕໍ່ ທ່ານ ໄມຕຣີພາລາ ສີຣິເຊນາ (Maithripala SIRISENA) ປະທານາທິບໍດີແຫ່ງສາທາລະນະລັດ ປະຊາທິປະໄຕ ສັງຄົມນິຍົມສີລັງກາ ເພື່ອດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳສາທາລະນະລັດ ປະຊາທິປະໄຕ ສັງຄົມນິຍົມສີລັງກາ ໂດຍມີສຳນັກງານສະຖານທູດຕັ້ງຢູ່ນະຄອນຫຼວງນິວເດນລີ ປະເທດອິນເດຍ.

ທ່ານເອກອັກຄະລັດຖະທູດໄດ້ສະແດງຄວາມຂອບໃຈຢ່າງສູງ ແລະ ຖືເປັນກຽດຢ່າງຍິ່ງທີ່ທ່ານປະທານາທິບໍດີໄດ້ໃຫ້ກຽດຮັບສານແຕ່ງຕັ້ງດັ່ງກ່າວ ແລະ ໄດ້ໃຫ້ຄຳໝັ້ນສັນຍາວ່າ ໃນໄລຍະເວລາການປະຕິບັດໜ້າທີ່ການທູດຢູ່ສີລັງການີ້ ຈະພະຍາຍາມປະຕິບັດໜ້າທີ່ສຸດຄວາມສາມາດ ເພື່ອຊຸກຍູ້ສົ່ງເສີມສາຍພົວພັນ ແລະ ມິດຕະພາບທີ່ມີມູນເຊື້ອດີງາມ ຍາວນານ ແລະ ການຮ່ວມມືສອງຝ່າຍໃຫ້ມີບາດກ້າວໃໝ່ ແລະ ຂະຫຍາຍຕົວຂຶ້ນໄປເລື້ອຍໆ ພ້ອມນີ້ ທ່ານເອກອັກຄະລັດຖະທູດລາວກໍໄດ້ນຳເອົາຄຳອວຍພອນໄຊອັນປະເສີດຂອງ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດແຫ່ງ ສປປ ລາວ ຝາກເຖິງທ່ານປະທານາທິບໍດີ ໄມຕຣີພາລາ ສີຣິເຊນາ ຈົ່ງມີສຸຂະພະລານະໄມແຂງແຮງ ມີຄວາມຜາສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ ແລະ ໄດ້ຮັບຜົນສຳເລັດໃນພາລະໜ້າທີ່ ທັງນີ້  ທ່ານເອກອັກຄະລັດຖະທູດລາວຍັງໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຕໍ່ການຊ່ວຍເຫລືອຂອງລັດຖະບານ ແລະ ປະຊາຊົນຊາວສີລັງກາໃນໄລຍະຜ່ານມາກໍຄືການປົກປັກຮັກສາ ແລະ ພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໃນປັດຈຸບັນ.

ທັງນີ້ ສປປ ລາວ ແລະ ສີລັງກາ ໄດ້ສ້າງຕັ້ງສາຍພົວພັນການທູດຮ່ວມກັນເມື່ອວັນທີ 20 ກໍລະກົດ 1965 ຊຶ່ງສາຍພົວພັນດັ່ງກ່າວໄດ້ກາຍເປັນມູນເຊື້ອດີງາມ ຍາວນານ ແລະ ມີການຮ່ວມມືທີ່ຂະຫຍາຍຕົວດີຂຶ້ນເລື້ອຍໆ ໂດຍມີການແລກປ່ຽນ ແລະ ຢ້ຽມ ຢາມຂອງຄະນະຜູ້ແທນໃນລະດັບຕ່າງໆຂອງສອງປະເທດ ມີການຮ່ວມມືກັນໃນຫຼາຍຂະແໜງການເຊັ່ນ ທາງດ້ານສຶກສາ ວັດທະນະທໍາ ເສດຖະກິດ ວິທະຍາ ເຕັກໂນໂລຊີ ແລະ ອື່ນໆ.

ປະເທດສີລັງກາ ມີເນື້ອທີ່ທັງໝົດ 65.610 ກິໂລແມັດຕາແມັດ ມີພົນລະເມືອງ 22,4 ລ້ານກວ່າຄົນ  ເປັນໜຶ່ງໃນບັນດາປະເທດສະມາຊິກສະມາຄົມອາຊີໃຕ້ເພື່ອການຮ່ວມມືຂົງເຂດ ຫຼື (SAARC) ກໍຄືໜຶ່ງໃນບັນດາປະເທດໃນອາຊີໃຕ້ທີ່ມີເສດຖະກິດຂະຫຍາຍຕົວໄວ (GDP 6,4% ແລະ ລາຍຮັບຕໍ່ຫົວຄົນມີ 13,847 ໂດລາເມື່ອປີ 2012) ພາຍຫຼັງສິ້ນສຸດສົງຄາມກາງເມືອງເມື່ອ 10 ປີຜ່ານມາ ໂດຍລັດຖະບານໄດ້ສຸມໃສ່ການພັດທະນາພື້ນຖານໂຄງລ່າງເພື່ອກ້າວເຂົ້າເປັນປະເທດທີ່ມີລາຍຮັບລະດັບປານ ກາງ ແລະ ສາມາດຫຼຸດຜ່ອນຄວາມທຸກຍາກ ຊຶ່ງຍັງເຫຼືອແຕ່ 9% ຂອງພົນລະເມືອງທົ່ວປະເທດ.

 

ໂດຍ: ສະຫະລັດ ວອນທິວົງໄຊ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...