Homeຂ່າວພາຍ​ໃນສປປ ລາວ ມີມູນຄ່າການສົ່ງອອກ 1,31 ຕື້ໂດລາ ພາຍໃຕ້ສິດທິພິເສດທາງການຄ້າ

ສປປ ລາວ ມີມູນຄ່າການສົ່ງອອກ 1,31 ຕື້ໂດລາ ພາຍໃຕ້ສິດທິພິເສດທາງການຄ້າ

Published on

ປີ 2018 ມູນຄ່າການສົ່ງອອກພາຍໃຕ້ສິດທິພິເສດທາງການຄ້າຂອງ ສປປ ລາວ ບັນລຸໄດ້ປະມານ 1,31 ຕື້ໂດລາ ກວມເອົາ 24.30% ຂອງມູນຄ່າການສົ່ງອອກທັງໝົດ ຊຶ່ງມີມູນຄ່າ 5,41 ຕື້ໂດລາ ອີງຕາມສູນຂໍ້ມູນ-ຂ່າວສານທາງດ້ານການຄ້າຂອງ ສປປ ລາວ ເມື່ອອາທິດຜ່ານມາ ສ່ວນມູນຄ່າການນຳເຂົ້າພາຍໃຕ້ສິດທິພິເສດທາງການຄ້າປະຕິບັດໄດ້ພຽງ 613,83 ລ້ານໂດລາກວມເອົາ 10.80% ຂອງມູນຄ່າການນໍາເຂົ້າທັງໝົດຂອງ ສປປ ລາວ ທີ່ມີມູນຄ່າ 5,84 ຕື້ໂດລາ.

ທັງນີ້ ກົມການນໍາເຂົ້າ ແລະ ສົ່ງອອກ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ສຳເລັດການສັງລວມສະຖິຕິການນຳ​ເຂົ້າ-ສົ່ງອອກ ພາຍໃຕ້ສິດທິພິເສດທາງການຄ້າປະຈໍາ​ປີ 2018 ​ໃນ​ນັ້ນ ການນຳເຂົ້າ ແລະ ສົ່ງອອກ ພາຍໃຕ້ສິດທິພິເສດທາງການຄ້າແບ່ງ​ອອກ​ເປັນ 02 ​ຮູບແບບ​​ຄື ​ແບບ​ຝ່າຍ​ດຽວ (ລະບົບສິດທິພິເສດທົ່ວໄປ ຫຼື ​​​Generalized System of Preferences: GSP) ​ແລະ ​ແບບ​ຕອບ​ແທນ​ກັນ ຫຼື ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ (ສັນຍາການຄ້າເສລີ ຫລື Free Trade Agreement: FTA).

ບັນດາປະເທດທີ່ ສປປ ລາວ ​ສົ່ງ​ອອກ​ພາຍໃຕ້ສິດທິພິເສດທາງການຄ້າມີທັງໝົດ 37 ປະ​ເທດ ໃນ​ນັ້ນ ປະ​ເທດ​ທີ່ມີ​ການ​ສົ່ງ​ອອກ​ໄປຫຼາຍກວ່າໝູ່ແມ່ນ ​ໄທ ສສ ຫວຽດນາມ ​ແລະ ສ​ປ ຈີນ ມູນ​ຄ່າ​ປະມານ 425,86 ລ້ານໂດ​ລາ​ 332,85 ລ້ານໂດ​ລາ​ ​ແລະ 250,95 ລ້ານໂດ​ລາ​ຕາມ​ລຳດັບ  ຊຶ່ງກຸ່ມສິນຄ້າທີ່ສົ່ງອອກຫຼາຍກວ່າໝູ່ສາມອັນດັບຕົ້ນແມ່ນກຸ່ມສິນຄ້າອຸດສາຫະກຳ ມີມູນຄ່າປະມານ 637,56 ລ້ານໂດລາ ຮອງລົງມາແມ່ນກຸ່ມສິນຄ້າພືດກະສິກຳ ມູນຄ່າປະມານ 406,94 ລ້ານໂດລາ ແລະ ກຸ່ມສິນຄ້າຜະລິດຕະພັນແຮ່ທາດ ມູນຄ່າປະມານ 89,50 ລ້ານໂດລາ.

ສ່ວນປະເທດທີ່ ສປປ ລາວ ​ນໍາ​ເຂົ້າ​ພາຍໃຕ້ສິດທິພິເສດທາງການຄ້າມີທັງໝົດ 39 ປະ​ເທດ ໃນນັ້ນ ປະ​ເທດ​ທີ່​ ສປປ ລາວ ມີ​ການນຳ​ເຂົ້າຫຼາຍກວ່າໝູ່​ ແມ່ນ ​ໄທ ສປ ຈີນ ​ແລະ ສສ.ຫວຽດນາມ ມູນ​ຄ່າ​ການ​ນຳ​ເຂົ້າປະມານ 329,04 ລ້ານໂດ​ລາ​ 79,58 ລ້ານໂດ​ລາ​ ​ແລະ 76,39 ລ້ານ ​ໂດ​ລາ​ຕາມ​ລຳດັບ ສຳລັບສາມກຸ່ມສິນຄ້າທີ່ມີມູນຄ່າການນຳເຂົ້າຫຼາຍກວ່າໝູ່ແມ່ນກຸ່ມສິນຄ້າພາຫະນະຊິ້ນສ່ວນ ແລະ ອາໄຫຼ່ ມູນຄ່າ 369,16 ລ້ານໂດລາ ກຸ່ມສິນຄ້າເຄື່ອງກໍ່ສ້າງ ມູນຄ່າ 85,41 ລ້ານໂດລາ ແລະ ກຸ່ມສິນຄ້າເຄື່ອງນຸ່ງຫົ່ມ ເຄື່ອງໃຊ້ສອຍປະຈຳວັນ ມູນຄ່າ 64,14 ລ້ານໂດລາ.

ຢ່າງໃດກໍດີ ການ​ສົ່ງ​ອອກ​ພາຍ​ໃຕ້​ສິດທິ​ພິ​ເສດ​ທາງ​ການ​ຄ້າ​ແບບຝ່າຍ​ດຽວ ​ແລະ ​ແບບຕອບ​ແທນ​ກັນ ​ກໍເຫັນ​ວ່າການ​ນຳ​ໃຊ້ສິດທິ​ພິ​ເສດແບບຝ່າຍ​ດຽວແມ່ນມີ​ມູນຄ່າ​ພຽງ 278,60 ລ້ານ​ໂດ​ລາ​ ​ຂະນະ​ທີ່ການ​ສົ່ງ​ອອກ​ແບບ​ຕອບ​ແທນ​ກັນປະຕິບັດໄດ້ 1,03 ຕື້ໂດ​ລາ​ ​ການ​ສົ່ງ​ອອກ​ແບບ​ຕອບ​ແທນ​ກັນກວມ​ເອົາ​ອັດຕາ​ສ່ວນຫຼາຍກວ່າ​ການ​ສົ່ງ​ອອກ​ແບບຝ່າຍດຽວຊຶ່ງສູງ​ເຖິງ 78.77%.

 

ໂດຍ: ສະຫະລັດ ວອນທິວົງໄຊ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...