spot_img
Homeຂ່າວພາຍ​ໃນລັດຖະມົນຕີຕ່າງປະເທດຕ້ອນຮັບຜູ້ປະສານງານ ສປຊ ຄົນໃໝ່

ລັດຖະມົນຕີຕ່າງປະເທດຕ້ອນຮັບຜູ້ປະສານງານ ສປຊ ຄົນໃໝ່

Published on

ເມື່ອວັນທີ 3 ພຶດສະພາ 2019 ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ແລະ ຍື່ນຈົດໝາຍແຕ່ງຕັ້ງຂອງ ທ່ານ ນາງ ຊາຣາ ເຊເກນເນສ ໂທເຣັຟເຊັນ (Ms. Sara Sekeness-Tollefsen) ເພື່ອມາດຳລົງຕຳແໜ່ງເປັນຜູ້ປະສານງານຂອງອົງການສະຫະປະຊາຊາດຄົນໃໝ່ປະຈຳ ສປປ ລາວ.

ໂອກາດດັ່ງກ່າວ ທ່ານລັດຖະມົນຕີກະຊວງການຕ່າງປະເທດກໍໄດ້ສະແດງຄວາມຍິນດີ ແລະ ຕ້ອນຮັບ ລວມທັງຕີລາຄາສູງຕໍ່ຜູ້ປະສານງານຂອງອົງການ ສປຊ ຄົນໃໝ່ປະຈຳ ສປປ ລາວ ຊຶ່ງຖືເປັນຜູ້ທຳອິດພາຍຫຼັງທີ່ອົງການສະຫະປະຊາຊາດໄດ້ມີການປະຕິຮູບກົນໄກການເຮັດວຽກຂອງຕົນ ໂດຍສະເພາະແມ່ນການແຍກຫ້ອງການຜູ້ປະສານງານຂອງອົງການ ສປຊ ອອກຈາກອົງການ ສປຊ ເພື່ອການພັດທະນາຢ່າງຂາດຕົວ ທັງນີ້ ກໍເພື່ອຍົກບົດບາດວຽກງານປະສານງານຂອງ ສປຊ ໃນລະດັບຊາດໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງກວ່າເກົ່າ.

ພ້ອມນີ້ ທ່ານ ສະເຫຼີມໄຊ ກໍໄດ້ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການນຳພາຂອງ ທ່ານ ນາງ Sara ອົງການ ສປຊ ແລະ ອົງການເຄືອຂ່າຍປະຈຳ ສປປ ລາວ ຈະເພີ່ມທະວີການຮ່ວມມື ແລະ ສືບຕໍ່ໃຫ້ການສະໜັບສະໜູນແກ່ ສປປ ລາວ ໃນການຈັດຕັ້ງປະຕິບັດບັນດາວຽກງານທີ່ເປັນບູລິມະສິດຂອງລັດຖະບານ ໂດຍສະເພາະແມ່ນວຽກງານລຶບລ້າງຄວາມທຸກຍາກ ແລະ ຫຼຸດຜ່ອນຄວາມແຕກໂຕນດ້ານການພັດທະນາໃຫ້ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຂອງລັດຖະບານໃນແຕ່ລະໄລຍະ ແນໃສ່ນຳພາປະເທດຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ລວມທັງການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ແລະ ການກວດກູ້ລະເບີດບໍ່ທັນແຕກຢູ່ ສປປ ລາວ ພ້ອມທັງເຮັດໃຫ້ການພັດທະນາຂອງ ສປປ ລາວ ຄ່ອຍໆຍັບເຂົ້າໃກ້ລະດັບການພັດທະນາຂອງພາກພື້ນ ແລະ ສາກົນ.

ວາລະດັ່ງກ່າວ ທ່ານ ນາງ ຊາຣາ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງຄະນະລັດຖະບານລາວ ແລະ ສະແດງຄວາມຂອບໃຈມາຍັງລັດຖະບານແຫ່ງ ສປປ ລາວ ທີ່ໄດ້ອະນຸມັດໃຫຕົນມາປະຕິບັດໜ້າທີ່ຢູ່ ສປປ ລາວ ພ້ອມນັ້ນ ຍັງໄດ້ໃຫ້ຄຳໝັ້ນສັນຍາວ່າຈະສືບຕໍ່ເພີ່ມທະວີບົດບາດຂອງຕົນໃນການປະສານງານ ແລະ ເປັນຂົວຕໍ່ໃຫ້ແກ່ການຮ່ວມມື ແລະ ເຮັດວຽກຢ່າງໃກ້ຊິດລະຫວ່າງອົງການເຄືອຂ່າຍ ສປຊ ແລະ ລັດຖະບານລາວໃນການຈັດຕັ້ງປະຕິບັດແຜນງານຕ່າງໆທີ່ເປັນບູລິມະສິດໃຫ້ໄດ້ຮັບໝາກຜົນທີ່ດີໃນຕໍ່ໜ້າ.

 

ໂດຍ: ສະຫະລັດ ວອນທິວົງໄຊ

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...