Homeຂ່າວພາຍ​ໃນແຈ້ງການສັ່ງຫ້າມບໍ່ໃຫ້ໂຄສະນາເຄື່ອງດື່ມທາດເຫຼົ້າທຸກປະເພດ

ແຈ້ງການສັ່ງຫ້າມບໍ່ໃຫ້ໂຄສະນາເຄື່ອງດື່ມທາດເຫຼົ້າທຸກປະເພດ

Published on

ອີງຕາມກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ ສະບັບເລກທີ 54/ສພຊ ລົງວັນທີ 19 ທັນວາ 2014. ອີງຕາມດຳລັດນາຍົກລັດຖະມົນຕີວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງກະຊວງວຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ສະບັບເລກທີ 95/ນຍ ລົງວັນທີ 09 ມີນາ 2017 ແລະ ອີງຕາມແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 175/ຫສນຍ.ກຄສ ລົງວັນທີ 1 ກຸມພາ 2018.

ໂດຍເນື້ອໃນຂອງແຈ້ງການສະບັບດ່ັ່ງກ່າວແມ່ນໄດ້ສັ່ງຫ້າມບໍ່ໃຫ້ມີການນຳສະເໜີສື່ໂຄສະນາສິນຄ້າເຄື່ອງດື່ມທີ່ມີທາດເຫຼົ້າທຸກປະ ເພດ ທັງນີ້ ກໍເພື່ອຄວາມເປັນເອກະພາບ ແລະສະເໝີພາບໃນການປະຕິບັດກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ ແລະ ລະບຽບການຕ່າງໆທີ່ວາງອອກ.

ພ້ອມນີ້ ໃນເນື້ອໃນຂອງແຈ້ງການຍັງລະບຸອີກວ່າ ໃຫ້ບັນດາບໍລິສັດ ລັດວິສາຫະກິດ ບໍລິສັດເອກະຊົນ ຜູ້ປະກອບການຜະລິດ ນຳເຂົ້າ-ສົ່ງອອກ ຈຳໜ່າຍ ແລະ ບໍລິສັດປະກອບການໂຄສະນາ ອອກແບບຜະລິດຕະພັນ ຕິດຕັ້ງປ້າຍ ໃຫ້ຢຸດຕິການໂຄສະນາເຄື່ອງ ດື່ມທີ່ມີທາດເຫຼົ້າທຸກປະເພດ ເປັນຕົ້ນແມ່ນການຜະລິດປ້າຍ ຕິດຕັ້ງປ້າຍໂຄສະນາຢູ່ຕາມເສັ້ນທາງ ແລະສະຖານທີ່ຕ່າງໆ ການໂຄ ສະນາທາງສື່ທຸກປະເພດ ແລະ ກິດຈະກຳສົ່ງເສີມການຂາຍ (ສາວເຊຍເບຍ) ແລະ ອື່ນໆທີ່ຖືເປັນການຊັກຊວນໃຫ້ມີການດື່ມ ທັງນີ້ ໃຫ້ຂະແໜງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວທົ່ວປະເທດຈົ່ງເປັນເຈົ້າການຕິດຕາມຈັດຕັ້ງປະຕິບັດ ແລະ ແກ້ໄຂບັນຫາກ່ຽວກັບການໂຄສະນາ ແລະ ການໂຄສະນາເຄື່ອງດື່ມທີ່ມີທາດເຫຼົ້າປະເພດຕ່າງໆໃຫ້ເປັນເອກະພາບ.

ຢ່າງໃດກໍດີ ສຳລັບແຈ້ງການທີ່ໄດ້ປະກາດອອກມາສະບັບນີ້ ກໍຍັງບໍ່ໄດ້ກຳນົດວ່າຕ້ອງປະຕິບັດ ຫຼື ນຳໃຊ້ວັນເດືອນປີໃດ ແຕ່ຖ້າຫາກມີການນຳໃຊ້ຢ່າງເປັນທາງການແລ້ວກໍອາດຈະສົ່ງຜົນກະທົບໃນຫຼາຍດ້ານ ໂດຍສະເພາະກໍແມ່ນສື່ສິ່ງພິມທີ່ໄດ້ຮັບການສະໜັບສະ ໜູນຫຼັກຈາກບໍລິສັດເຄື່ອງດື່ມບາງປະເພດຊຶ່ງຖືເປັນແຫຼ່ງລາຍຮັບຫຼັກ ລວມເຖິງກິດຈະກຳຕ່າງໆທາງສັງຄົມທີ່ໄດ້ຮັບການສະໜັບ ສະໜູນຈາກບັນດາບໍລິສັດເຄື່ອງດື່ມຕ່າງໆ ດັ່ງນັ້ນ ກໍລໍຖ້າຕິດຕາມໄປພ້ອມໆກັນວ່າແຈ້ງການສະບັບນີ້ຈະອອກມາປະກາດນຳໃຊ້ຢ່າງເປັນທາງການມື້ໃດ ແລະ ຈະສົ່ງຜົນກະທົບຕໍ່ພາກສ່ວນໃດ?.

 

ຮຽບຮຽງ: ສະຫະລັດ ວອນທິວົງໄຊ

ຮູບພາບ: ຈາກ Facebook

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...