spot_img
Homeຂ່າວທ້ອງຖິ່ນວິທີສົມມາພໍ່ແມ່ ຫຼື ຜູ້ອາວຸໂສຢ່າງຖືກຕ້ອງ ທີ່ລູກ-ຫຼານຄວນຮູ້ໄວ້

ວິທີສົມມາພໍ່ແມ່ ຫຼື ຜູ້ອາວຸໂສຢ່າງຖືກຕ້ອງ ທີ່ລູກ-ຫຼານຄວນຮູ້ໄວ້

Published on

ເນື່ອງໃນເທດສະການບຸນປີໃໝ່ລາວໃກ້ຈະມາຮອດ ການສົມມາພໍ່ແມ່ເພື່ອເປັນສິຣິມົງຄຸນໃຫ້ແກ່ຊີວິດ ຄວາມຈິງແລ້ວແມ່ນສາມາດເຮັດໄດ້ທຸກເວລາຕາມທີ່ຕົນຕ້ອງການ ແລະ ອີງໃສ່ຄວາມສະດວກຂອງຕົນເອງ ແລະ ຜູ້ເປັນພໍ່ແມ່ ບໍ່ຈຳເປັນເຈາະຈົງໃສ່ແຕ່ວັນເທດສະການປີໃໝ່ເທົ່ານັ້ນ ແຕ່ຍ້ອນຄ່ານິຍົມຂອງຄົນໃນສັງຄົມທີ່ນິຍົມກັນປະຕິບັດການສົມມາພໍ່ແມ່ໃນວັນປີໃໝ່.

ການສົມມາພໍ່ແມ່ ເພື່ອຂໍຂະມາລາໂທດເປັນໜຶ່ງໃນສິ່ງທີ່ລູກທຸກຄົນຄວນເຮັດ ເມື່ອເວລາຕົນປະພຶດຕົນບໍ່ດີກັບຜູ້ເປັນພໍ່-ແມ່ ຫຼື ຍາດຜູ້ໃຫຍ່ ບໍ່ວ່າຈະເປັນການກະທຳທາງກາຍ, ວາຈາ ທີ່ສົ່ງຜົນທາງດ້ານຈິດໃຈ ເພາະມັນມັນຍັງສະແດງໃຫ້ເຫັນຄວາມສຳນຶກບຸນຄຸນຂອງພໍ່ແມ່ທີ່ລ້ຽງດູຕົນເອງມາໃຫ້ໃຫຍ່ກ້າໜ້າບານ ເຊິ່ງການສົມມາພໍ່ແມ່ນັ້ນເຮົາຕ້ອງກຽມຫຍັງແນ່ມາຮູ້ຈັກໄປພ້ອມກັນເລີຍ 

ສິ່ງທີ່ຕ້ອງກຽມ 

1. ຂັນ 5 ດອກໄມ້ ແລະ ທຽນ
2. ຝ້າຍຜູກແຂນ
3. ສິ້ນຜືນແພວາ (ເຄື່ອງນຸ່ງຖືທີ່ຈະມອບໃຫ້ພໍ່ແມ່) ແລະ ເງິນຈຳນວນໜຶ່ງ ຖ້າກໍລະນີຜູ່ບໍ່ມີກໍ່ເລືອກເອົາອັນໃດອັນໜຶ່ງກໍ່ໄດ້
4. ນ້ຳອົບນ້ຳຫອມ

ໝາຍເຫດ: ກໍລະນີບໍ່ໄດ້ກຽມຫຍັງອາດຈະເປັນຍ້ອນເງື່ອນໄຂບໍ່ພ້ອມ ຫຼື ດ້ວຍເຫດອັນໃດກໍ່ແລ້ວແຕ່ຫາກທ່ານມີຈຸດປະສົງ ມີຄວາມຕັ້ງໃຈຈິງແທ້ ພຽງແຕ່ທ່ານຍໍມືນົບຕັ້ງຈິດໃຈໃຫ້ຢູ່ໃນຄວາມບໍລິສຸດ ກ່າວຂໍຂະມາລາໂທດແກ່ພໍ່ແມ່ດ້ວຍວາຈາອອກມາຈາກໃຈຈິງແລ້ວກົ້ມກາບໄຫວ້ພວກເພິ່ນທີ່ຕັກ ຫຼື ຕີນຂອງເພິ່ນເທົ່ານີ້ກໍ່ໄດ້ແລ້ວ

ບົດໂດຍ: ບຸດສະດີ ສາຍນໍ້າມັດ

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...