spot_img
Homeຂ່າວພາຍ​ໃນ2018 ​ທົ່ວ​ປະ​ເທດ​ເກີດ​​ອຸ​ບັດ​ເຫດ​ທັງ​ໝົດ 5 ພັນ​ກວ່າ​ຄັັ້ງ

2018 ​ທົ່ວ​ປະ​ເທດ​ເກີດ​​ອຸ​ບັດ​ເຫດ​ທັງ​ໝົດ 5 ພັນ​ກວ່າ​ຄັັ້ງ

Published on

ປີ 2018 ທົ່​ວ​ປະ​ເທດ​ເກີດ​ອຸ​ບັດ​ເຫດ​ທັງ​ໝົດ 5.984 ຄັ້ງ, ຖ້າ​ທຽ​ບ​ໃສ່​ປີ​ຜ່າ​ນ​ມາ​ຫລຸດ​ລົງ 2 % ເຊິ່ງ​ໃນ​ນັ້ນ,ມີ​ພາ​ຫະ​ນະ​ເປ່​ເພ 10 ພັນ​ກວ່າ​ຄັນ, ຄົນ​ໄດ້​ຮັບ​ບາດ​ເຈັບ 9 ພັນ​ກວ່າ​ຄົນ ແລະ ເສຍ​ຊີ​ວິດ 995 ຄົນ ເຊິ່ງ​ຕົວ​ເລກ​ດັ່ງ​ກ່າວ​ໄດ້​ເປີດ​ເຜີຍ​ໃນ​ງານ​ຖະ​ແຫຼງ​ຂ່າວການ​ຈັດ​ສັບ​ປະ​ດ​າ​ແຫ່ງ​ຊາດ ດ້ານ​ຄວາມ​ປອດ​ໄພ​ທາງ​ຖະ​ໜົນ​ປະ​ຈຳ​ປີ 2019 ໃນ​ວັນ​ທີ 1 ເມ​ສາ 2019 ທີ່​ກົມ​ຂົນ​ສົ່ງ ກະ​ຊວງ​ໂຍ​ທາ​ທິ​ການ ແລະ ຂົນ​ສົ່ງ ໂດຍ​ມີ ທ່ານ ວິ​ໄລ​ພັນ ໄຊ​ຍະ​ວົງ, ຮອງ​ຫົວ​ໜ້າ​ເລ​ຂາ ຄະ​ນະ​ກຳ​ມະ​ການ​ແຫ່ງ​ຊາດ ​ດ້ານ​ຄວາມ​  ປ​ອດ​ໄພ​ທາງ​ຫລວງ, ທ່ານ ແກ້ວ​ມາ​ລາ ແສງ​ທອງ ຮອງ​ຫົວ​ໜ້າ​ກົມ​ຕຳ​ຫລວດ​​ຈະ​ລາ​ຈອນ ກະ​ຊວງ​ປ້ອງ​ກັນ​ຄວາມ​ສະ​ຫງົບ ຄ​ະ​ນະ​ກຳ​ມະ​ການ​ແຫ່ງ​ຊາດ​ດ້ານ​ຄວາມ​ປອດ​ໄພ​ທາງ​ຫຼວງ ພ້ອມ​ດ້ວຍ​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.

ທ່ານ ວິ​ໄລ​ພັນ ໄຊ​ຍະ​ວົງ ໄດ້​ກ່າວ​ວ່າ: ການ​ຈັດ​ງານ​ສັບ​ປະ​ດາ​ແຫ່ງ​ຊາດ​ດ້ານ​ການ​ຂັ​ບ​ຂີ່​ປອດ​ໄພ​ທາງ​ຖະ​ໜົ​ນ​ຄັ້ງ​ນີ້​ຈະ​ຈັດ​ຂຶ້ນ​ລະ​ຫວ່າງວັນ​ທີ 1-7 ເມ​ສາ 2019 ເພື່ອ​ປຸກ​ລະ​ດົມ​ໃຫ້​ທຸກ​ພ​າກ​ສ່ວນ ແລະ ທຸກ​ຊັ້ນ​ຄົນ​ໃນ​ສັງ​ຄົມ​ໃຫ້​ຄວາມ​ສຳ​ຄັນ​ໃນ​ການ​ປະ​ຕິ​ບັດ​ກົດ​ລະ​ບຽບ​ຈະ​ລາຈອນ​ເວ​ລາ​ຂັບ​ຂີ່​ຕາມ​ທ້ອງ​ຖະ​ໜົ​ນ ແລະ ເຫັນ​ເຖິງ​ໄພ​ອັນ​ຕະ​ລາຍ​ຈາກ​ການ​ເກີດ​ອຸ​ບັດ​ເຫດ ເຊິ່ງ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ເປັນ​ຈຳ​ນວນ​ຫຼວ​ງ​ຫຼາຍ​ຕໍ່​ຊີ​ວິດ ແລະ ຊັບ​ສິນ.

ງານ​ສັບ​ປະ​ດາ​ຄັ້ງ​ນີ້ ​ມີ​ກິດ​ຈະ​ກຳ​ຫຼາກ​ຫຼາຍ​ລາຍ​ການ​ເປັນ​ຕົ້ນ:

  • ວັນ​ທີ 1 ເມ​ສາ​ເປັນ​ຕົ້ນ​ໄປ​ຈະ​ມີ​ການ​ໂຄ​ສະ​ນາ​ຄວາມ​ປອດ​ໄພ​ຕາມ​ທ້ອງ​ຖະ​ໜົນ​ຜ່ານ​ສື່​ຕ່າງໆ.
  • ວັນ​ທີ 4 ເມ​ສາ ຈະຈັດ​ກິດ​ຈະ​ກຳ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ​ລາວ.
  • ວັນ​ທີ 5 ເມ​ສາ​ຈະ​ຈັດ​ກິ​ດ​ຈະ​ກຳ​ຢູ່​ວິ​ທະ​ຍາ​ໄລ​ການ​ຊ່​າງ​ປາ​ກ​ປາ​ສັກ.
  • ວັນ​ທີ 6 ເມ​ສາ ເວ​ລາ 5-8 ໂມງ​ເຊົ້າ ທີ່​ສວນ​ສາ​ທາ​ລະ​ນະ​ປະ​ຕູ​ໄຊ ໄດ້​ມີ​ພິ​ທີ​ໂຮມ​ຊຸມ​ນຸມ​ເພື່ອ​ສະ​ເຫຼີມ​ສະ​ຫຼອງ​ສັບ​ປະ​ດາດ້ານ​ຄວາມ​ປອດ​ໄພ​ທາງ​ຖະ​ໜົນ​ພາຍ​ໃຕ້​ຄຳ​ຂັວນ: ຊີ​ວິດ​ປອດ​ໄພ​ຮ່ວມ​ໃຈ​ປ້ອງ​ກັນ​ອຸ​ບັດ​ເຫດ.

ສຳ​ລັ​ບ​ສະ​ຖິ​ຕິ​ອຸ​ບັດ​ເຫດ​ປີ 2018 ຖ້າ​ທຽບ​ໃສ່​ປີ 2017 ມີ​ອັດ​ຕາ​ການ​ເພີ່​ມ​ຂຶ້ນ 2%, ສ່ວນ​ພາ​ຫະ​ນະ​ເປ່​ເພປີ 2018 ແມ່ນ 10.582 ຄັນ ທຽບ​ໃສ່ ​ປີ 2017 ແມ່ນ​ຫຼຸດ​ລົງ 159 ຄັນ, ອັດ​ຕາ​ຄົນ​ໄດ້​ຮັບ​ບາດ​ເຈັບ ປີ 2018 ແມ່ນ 9.372 ຄົນ ທຽບ​ໃສ່​ປີ 2017 ແມ່ນ​ຫຼຸດ​ລົງ 268 ຄົນ ແລະ ອັດ​ຕາ​ການ​ເສຍ​ຊ​ີ​ວິດ​ປີ 2018 ແມ່ນ 995 ຄົນ​ທຽບ​ໃສ່​ປີ 2017 ຫຼຸດ​ລົງ 58 ຄົນ.

ຂຽນໂດຍ: ແຟນຊິສ ສະຫວັນຄຳ

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...