spot_img
Homeຂ່າວທ້ອງຖິ່ນຟອນເພັດຊະລາດ ແລະ ນຳສະເໜີກ່ຽວກັບມາດຕະຖານເວັບໄຊ ຂອງລັດຖະບານ

ຟອນເພັດຊະລາດ ແລະ ນຳສະເໜີກ່ຽວກັບມາດຕະຖານເວັບໄຊ ຂອງລັດຖະບານ

Published on

ສູນບໍລິຫານລັດດ້ວຍເອເລັກໂຕຣນິກ, ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ໄດ້ນຳສະເໜີ ກ່ຽວກັມາດຕະຖານເວັບໄຊ (website) ໃນການປັບປຸງຟອນເພັດຊະລາດຂອງລັດຖະບານ.

ກອງປະຊຸມສຳມະນາການນຳສະເໜີ ກ່ຽວກັບມາດຕະຖານເວັບໄຊ ໄດ້ຈັດຂື້ນທີ່ນະຄອນຫຼວງວຽງວັນ ໃນວັນທີ 29 ມີນາ 2019. ການສຳມະນາຄັ້ງນີ້, ພາຍໃຕ້ການເປັນປະທານຂອງທ່ານ ທະວີສັກ ມະໂນທັມ ຫົວໜ້າສູນບໍລິຫານລັດ ດ້ວຍເອເລັກໂຕຣນິກ, ໂດຍມີບັນດາຜູ້ຕາງໜ້າຈາກບັນດາກະຊວງ ແລະ ຫ້ອງການລັດຕ່າງໆ 60 ກວ່າຄົນເຂົ້າຮ່ວມ.

ທ່ານ ທະວີສັກ ມະໂນທັມ ກ່າວວ່າ: ຈຸດປະສົງໃນການສຳມະນາຄັ້ງນີ້, ແມ່ນເພື່ອນໍາສະເໜີກ່ຽວກັບຄວາມເປັນມາໃນການພັດທະນາ ຟອນພາສາລາວເພັດຊະລາດ, ບັນດາມາດຕະຖານຕົວອັກສອນ ແລະ ການພີມພາສາລາວ ລວມເຖິງການນຳສະເໜີ ບັນດາເຄື່ອງມື ແລະ ເຕັກນິກຂອງການສ້າງຟອນພາສາລາວ, ການພັດທະນາລະບົບການແປພາສາໄມໂຄຣຊອບ (Microsoft Translator Hub) ເພື່ອໃຫ້ພາສາລາວ ເຂົ້າໄປຢູ່ໃນລະບົບການແປຂອງໄມໂຄຣຊອບ, ມາດຕະຖານເວັບໄຊ ຂອງພາກລັດຖະບານ ແລະ ຮູບແບບເວັບໄຊຂອງລັດຖະບານ ທີ່ທາງກະຊວງໄປສະນີ, ໂທລະຄົມມະນາ ຄົມ ແລະ ການສື່ສານໄດ້ຮ່ວມກັນພັດທະນາກັບ ບໍລິສັດ ໄຊເບີເຣຍ ທີ່ມີຄວາມສະຖຽນ ແລະ ປອດໄພ.

ການສຳມະນາໃນຄັ້ງນີ້, ບັນດານັກສຳມະນາກອນ ໄດ້ປະກອບຄຳຄິດຄຳເຫັນໃສ່ຮ່າງມາດຕະຖານຕົວໜັງສື ແລະ ເວັບໄຊຂອງພາກລັດ, ເຊິ່ງຈະເປັນຜົນປະໂຫຍດສູງສຸດ ໃນການກໍານົດແຜນພັດທະນາຟອນພາສາລາວ ກໍຄື ມາດຕະຖານເວັບໄຊຂອງພາກລັດ ໃຫ້ສົມບູນ ແລະ ມີປະສິດທິພາບ ລວມທັງສະໜອງໄດ້ທຸກຄວາມຕ້ອງການ ຂອງການນຳໃຊ້ໃນຕໍ່ໜ້າ.

ຂຽນໂດຍ: ແຟນຊິສ ສະຫວັນຄຳ

ບົດຄວາມຫຼ້າສຸດ

ຈັບສາຍປາຕີ້ຄໍລະເຈັ້້ນ 9 ຄົນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.

ປກສ ແຂວງບໍ່ແກ້ວ ມ້າງຄະດີແກ້ງມົ້ວສຸ່ມຢາເສບຕິດ ຈຳນວນ 9 ຄົນ ຈັດປາຕີ້ຄໍລະເຈັ້ນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ. ໃນຄັ້ງວັນທີ 26 ມີນາ 2025 ຜ່່ານມາ,...

ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ໃນການອຳນວຍຄວາມສະດວກ ໃນໄລຍະປີໃໝ່ລາວ 2025

ເພື່ອສະກັດກັ້ນອຸບັດເຫດ ກົມຕຳຫຼວດຈະລາຈອນ ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ຕັ້ງຈຸດກວດກາ 143 ຈຸດ ຕາມແຕ່ລະເສັ້ນທາງ ໄລຍະປີໃໝ່ລາວ. ທ່ານ ພັອ ຄໍາສອນ ສີດາວົງ ຫົວໜ້າກົມຕຳຫລວດຈະລາຈອນ,...

ລະທຶກ! ເຮືອສະປີດໂບ໊ດເກີດໄຟໄໝ້ກາງທະເລອັນດາມັນ ປະເທດໄທ

ເລັ່ງອົບພະຍົບຜູ້ໂດຍສານ ຈາກເຫດໄຟໄໝ້ເຮືອສະປີດໂບ໊ດ ບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ. ສຳນັກຂ່າວຕ່າງປະເທດລາຍງານ ເຫດໄຟໄໝ້ເຮືອສະປີດໂບ໊ດບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ ໃນເວລາປະມານ 09:10 ນາທີ ຂອງວັນທີ 1 ເມສາ...

ເພີ່ມຂຶ້ນຕໍ່ເນື່ອງເຫຍື່ອແຜ່ນດິນໄຫວທີ່ມຽນມາ ຫຼ້າສຸດມີຜູ້ເສຍຊີວິດກວ່າ 2,056 ຄົນ

ສະຖານະການແຜ່ນດິນໄຫວໃນມຽນມາຍັງໜ້າເປັນຫ່ວງ ເຈົ້ານ້າທີ່ຕ້ອງເລັ່ງທຳການຄົ້ນຫາ ແລະ ຊ່ວຍຜູ້ລອດຊີວິດອອກມາຈາກໃຕ້ຊາກອາຄານ ຫຼັງຈາກ້າວເຂົ້າສູ່ມື້ທີ 4 ນັບຕັ້ງແຕ່ເກີດເຫດເມື່ອວັນທີ 28 ມີນາ 2025. ສຳນັກຂ່າວຕ່າງປະເທດລາຍນງານໃນວັນທີ 1 ເມສາ 2025 ນີ້,...