144 ຄົນເຂົ້າຮ່ວມສອບເສັງລະດັບຊາດປະຈໍາສົກຮຽນ 2018- 2019

ວັນທີ 26 ມີນາ 2019 ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດສອບເສັງແຂ່ງຂັນນັກຮຽນເກັ່ງຂັ້ນມັດທະຍົມສຶກສາລະດັບຊາດ ຊັ້ນມໍ4 ແລະ ມໍ7 ປະຈຳສົກຮຽນ 2018-2019 ຂຶ້ນທີ່ສະໂມສອນໃຫຍ່ມະຫາວິທະຍາໄລແຫ່ງຊາດ ໂດຍມີນັກສອບເສັງເຂົ້າຮ່ວມທັງໝົດ144 ຄົນໃນນັ້ນ ມ 4 ມີ72 ຄົນ, ມ 7 ມີ 72 ຄົນ.

ທ່ານ ນາງ ປອ.ສີສຸກ ວົງວິຈິດ ຫົວໜ້າກົມສາມັນສຶກສາ ຮອງປະທານການສອບເສັງແຂ່ງຂັນນັກຮຽນເກັ່ງລະດັບຊາດ ປະຈຳສົກຮຽນ 2018-2019 ກ່າວໃຫ້ຮູ້ວ່າ: ການສອບເສັງແຂ່ງຂັນນັກຮຽນເກັ່ງລະດັບຊາດຂັ້ນມັດທະຍົມສຶກສາ ເປັນໜຶ່ງກິດຈະກຳບູລິມະສິດທີ່ສຳຄັນຂອງກະຊວງສຶກສາທິການ ແລະ ກິລາ ທີ່ໄດ້ຈັດຂຶ້ນເປັນປະຈຳທຸກໆປີ ໃນນັ້ນຊັ້ນມໍ4 ໄດ້ຈັດສອບເສັງເປັນປີທີ 10 ແລະ ມໍ7 ເປັນປີທີ 9 ເພື່ອສົ່ງເສີມ ແລະ ຊຸກຍູ້ຂະບວນການສອນດີ-ຮຽນເກັ່ງຢູ່ໂຮງຮຽນມັດທະຍົມສຶກສາໃນຂອບເຂດທົ່ວປະເທດໃຫ້ມີບັນຍາກາດຟົດຟື້ນ ແລະ ມີລັກສະນະແຂ່ງຂັນ, ສ້າງໂອກາດໃຫ້ນັກຮຽນໄດ້ສະແດງອອກດ້ານຄວາມຮູ້-ຄວາມສາມາດ, ດ້ານພອນສະຫວັນ ແລະ ຫົວຄິດປະດິດສ້າງຂອງນັກຮຽນ.

ສຳລັບການສອບເສັງໃນຄັ້ງນີ້ ມີນັກຮຽນເກັ່ງທີ່ເປັນຕົວແທນຂອງນະຄອນຫຼວງວຽງຈັນ ແລະ 17 ແຂວງເຂົ້າຮ່ວມ ວິຊາລະ 1ຄົນ, ໃນນັ້ນຊັ້ນມໍ4 ມີທັງໝົດ 72 ຄົນ ຍິງ 32 ຄົນ, ຊັ້ນມໍ7 ມີ 72 ຄົນ ຍິງ 23 ຄົນ ສອບເສັງໃນ 4 ວິຊາຄື: ວິຊາພາສາລາວ-ວັນນະຄະດີ, ຄະນິດສາດ, ຟີຊິກສາດ ແລະ ເຄມີສາດ ໃຊ້ເວລາ 120 ນາທີ ສ່ວນມາດຖານການຕັດສິນຜົນການສອບເສັງ ນັກສອບເສັງຕ້ອງຍາດໄດ້ຄະແນນ 7 ຂຶ້ນໄປຈຶ່ງຈະຖືກຮອງຮັບເປັນນັກຮຽນເກັ່ງລະດັບຊາດໄດ້ ຂະນະທີ່ ການປະກາດຜົນການສອບເສັງ ຈະມີຂຶ້ນໃນຕອນບ່າຍວັນສຸກ ວັນທີ 29 ມີນາ 2019 ທີ່ສະໂມສອນໃຫຍ່ມະຫາວິທະຍາໄລແຫ່ງຊາດ.

 

 

 

 

 

 

 

ຂຽນຂ່າວໂດຍ: ແຟນຊິສ ສະຫວັນຄຳ