spot_img
Homeຂ່າວພາຍ​ໃນຜົນການວັດແທກຝຸ່ນລະອອງ PM 2.5 ຂອງນະຄອນຫຼວງວຽງຈັນ ປະຈໍາ ວັນທີ 22/03/2019

ຜົນການວັດແທກຝຸ່ນລະອອງ PM 2.5 ຂອງນະຄອນຫຼວງວຽງຈັນ ປະຈໍາ ວັນທີ 22/03/2019

Published on

ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ສະຖາບັນ ຄົ້ນຄ້ວາ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
ລາຍງານສະພາບ ຜົນການວັດແທກຝຸ່ນລະອອງ PM 2.5 ປະຈໍາ ວັນທີ 22/03/2019 ຈາກຂໍ້ມູນສະ​ຖາ​ນີ​ວັດ​ແທກຝຸ່ນລະອອງ PM 2.5 ຂອງສະຖາບັນ ຄົ້ນຄວ້າ ຊັບພະຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມທີ່ ກົມ​ອຸ​ຕຸນິ​ຍົມ​ ແລະ ອຸ​ທົກ​ກະ​ສາດ ໄດ້ຊີ້ໃຫ້ເຫັນວ່າຄ່າ​ຝຸ່ນ​ລະ​ອອງ PM-2.5, ໃນວັນທີ 20 ທີ່ຜ່ານມາມີຄ່າແມ່ນຫຼຸດລົງ ຄ່າທີ່ໄດ້ແມ່ນຕໍ່າກວ່າມາດຕະຖານສິ່ງແວດລ້ອມແຫ່ງຊາດ ເຊິ່ງຄ່າທີ່ວັດແທກໄດ້ສະເລ່ຍແມ່ນ 48.1 µg/m, ສໍາຫຼັບ ໃນມື້ນີ້ເລີ້ມຕັ້ງແຕ່ 01:00 ໂມງເຊົ້າທີ່ຜ່ານມາ ຫາ 07:00 ໂມງເຊົ້າ ວັດແທກໄດ້ສະເລ່ຍແມ່ນ 56.2 µg/m.  ຄ່າຕໍ່າສຸດແມ່ນ ເວລາ 01:00 ໂມງເຊົ້າ ແມ່ນ 45.2 µg/m ແລະ  ຄ່າສູງສຸດແມ່ນ ເວລາ 07:00 ໂມງເຊົ້າ ແມ່ນ 77.3 µg/m. ການຈັດລະດັບຄຸນນະພາບອາກາດທີ່ມີຜົນກະທົບຕໍ່ສຸຂະພາບຕັ້ງແຕ່ເຊົ້າຂອງມື້ນີ້ສະເລ່ຍຖືວ່າຢູ່ໃນລະດັບດີປານກາງ.

ຮຽບຮຽງຂ່າວ:​ ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...