spot_img
Homeຂ່າວພາຍ​ໃນBosch ຕອບໂຈດໃຫ້ບັນດາບໍລິສັດ ແລະ ຜູ້ປະກອບການທາງດ້ານເຄຫະສະຖານຕ່າງໆ

Bosch ຕອບໂຈດໃຫ້ບັນດາບໍລິສັດ ແລະ ຜູ້ປະກອບການທາງດ້ານເຄຫະສະຖານຕ່າງໆ

Published on

ໃນວັນທີ 22 ມີນາ 2019 ທີ່ໂຮງແຮມຄາວພລາຊາ ນະຄອນຫລວງວຽງຈັນ ບໍລິສັດ BOSCH ໄດ້ຈັດງານສຳມະນາພາຍໃຕ້ຫົວຂໍ້ “Like A Bosch” ຕອບໂຈດໃຫ້ບັນດາບໍລິສັດ ແລະ ຜູ້ປະກອບການທາງດ້ານເຄຫະສະຖານຕ່າງໆ ພ້ອມທັງວາງສະແດງສິນຄ້າຫລາກຫລາຍລາຍການ.

ທ່ານ ຍິດມິງຈັນ ( yit ming chan) ປະທານບໍລິສັດ BOSCH ໄດ້ກ່າວວ່າ:ບໍລິສັດ BOSCH ໄດ້ເຂົ້າມາໃນຕະຫຼາດ ສປປ ລາວແຕ່ປີ 2012 ໃນນາມຫ້ອງການຜູ້ຕາງໜ້າຈົນມາເຖິງເດືອນ ມິນາ 2018 BOSCH ໄດ້ເປີດບໍລິສັດຂຶ້ນຢ່າງເປັນທາງການ ຢູ່ ສປປ ລາວ ເຊິ່ງໃຫ້ບໍລິການຜະລິດຕະພັນຕ່າງໆໃຫ້ແກ່ອຸດສາຫະກໍາລວມທັງເຄື່ອງລົດຍົນ, ຕຶກອາຄານແລະການກໍ່ສ້າງ, ໄຟຟ້ານ້ໍາຕົກ, ບໍແຮ່ ແລະ ໂຮງງານ ນອກຈາກນັ້ນຍັງໃຫ້ບໍລິການອາໄຫຼ່ລົດຍົນສໍາລັບຍານພາຫະນະລົດເບົ່າ ແລະ ລົດໜັກ ພ້ອມທັງການບໍລິການແລະອຸປະກອນສໍາລັບງານສ້ອມແປງ.

ໃນນີ້ ສປປ ລາວເປັນຕະຫຼາດທີ່ມີສັກຍະພາບສູງໃນພາກພື້ນອາຊີຕາເວັນອອກສຽງໃຕ້ ແລະ ເປັນປະເທດໄດ້ພັດທະນາຢ່າງຕໍ່ເນື້ອງໂດຍສະເພາະແມ່ນຂະແໜງພະລັງງານໄຟຟ້າ ແລະ ຂຸດຄົ້ນບໍ່ແຮ່. ພວກເຮົາເຊື່ອໝັ້ນວ່າບໍລິສັດຈະສືບຕໍ່ຂະຫຍາຍຕົວຄຽງຄູ່ກັບການພັດທະນາປະເທດຊາດ. ການສໍາມະນາຄັ້ງນີ້ ນັກສໍາມະກອນມາຈາກຫລາຍພາກສ່ວນຄື: ມະຫາວິທະຍາໄລແຫ່ງຊາດລາວ(ມຊ), ສູນພັດທະນາສີມືແຮງງານນະຄອນຫລວງວຽງຈັນ ແລະ ຜູ້ປະກອບການຈາກບໍລິສັດຕ່າງໆທົ່ວນະຄອນຫລວງວຽງຈັນ ເຊິ່ງໃນງານສໍາມະນາຄັ້ງນີ້ຜູ້ເຂົ້າຮ່ວມໄດ້ຮັບຟັງການບັນຍາຍຈາກວິທະຍາກອນຈາກບໍລິສັດBOSCH ພ້ອມທັງຊົມການວາງສະແດງຜະລິດຕະພັນຈາກບໍລິສັດ BOSCH ລາວ .

ໃນງານດັ່ງກ່າວ ບໍລິສັດ BOSCH ລາວ ຍັງໄດ້ມອບອຸປະກອນເຄື່ອງໄຟຟ້າມືອາຊີບໃຫ້ ຄະນະວິສະວະກຳສາດ ຈາກ ມຊ ແລະ ສູນພັດທະນາສີມືແຮງງານນະຄອນຫລວງວຽງຈັນ ເພື່ອໃຫ້ເປັນສືການຮຽນ-ການສອນ.

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...