Homeຂ່າວທ້ອງຖິ່ນລັດກວດພົບຜູ້ມີພຶດຕິກຳສໍ້ລາດບັງຫຼວງຫຼາຍກວ່າພັນຄົນ

ລັດກວດພົບຜູ້ມີພຶດຕິກຳສໍ້ລາດບັງຫຼວງຫຼາຍກວ່າພັນຄົນ

Published on

ເມື່ອວັນທີ 19 ມີນາ 2019 ທີ່ຜ່ານມາ ອີງຕາມບົດສະຫລຸບ ວຽກງານກວດກາທົ່ວປະເທດ ປະຈຳປີ 2018 ຂອງຄະນະກວດກາສູນກາງພັກ ໄດ້ລາຍງານວ່າ ກວດກາພົບເຫັນພຶດຕິກຳ ທີ່ເປັນການສໍ້ລາດບັງຫຼວງ 105 ເປົ້າໝາຍ, ພົບເຫັນຜົນເສຍຫາຍ 846,44 ຕື້ກີບ, 309,97 ລ້ານບາດ, 599.074 ໂດລາສະຫະລັດ, 32.000 ຢວນ, ເກັບກູ້ຄືນໄດ້ 370,29 ຕື້ກີບ, 24,25 ລ້ານບາດ, 262.000 ໂດລາສະຫະລັດ, 32.000 ຢວນ.

ນອກຈາກນີ້, ກວດກາ ຜູ້ທີ່ມີພຶດຕິກຳສໍ້ລາດບັງຫຼວງທັງໝົດ 1.285 ຄົນ. ໃນນີ້, ມີພະນັກງານຂອງລັດ 970 ຄົນ, ຜູ້ປະກອບການ 315 ຄົນ, ກວດກາພົບເຫັນຜູ້ທີ່ມີພຶດຕິກຳສໍ້ລາດບັງຫຼວງ ທັງໝົດ 1.002 ຄົນ. ຖືກປະຕິບັດວິໄນດ້ານບໍລິຫານ 849 ຄົນ, ສືບສວນ-ສອບສວນ 153 ຄົນ, ໄດ້ສະຫລຸບສຳນວນຄະດີສົ່ງໄອຍະການ 113 ຄົນ, ໄອຍະການຖະແຫລງໃຫ້ສານ 61 ຄົນ, ສານຕັດສິນແລ້ວ 55 ຄົນ.

 

 

 

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ:​ ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...