spot_img
Homeຂ່າວຕ່າງປະເທດສະຫລາມງັບນັກໂຕ້ຄື້ນຊາວອົດສະຕາລີ ອາການສາຫັດ ແຂນຂາຂາດບິ່ນ!

ສະຫລາມງັບນັກໂຕ້ຄື້ນຊາວອົດສະຕາລີ ອາການສາຫັດ ແຂນຂາຂາດບິ່ນ!

Published on

 

ເກີດເຫດສະຫລາມຈູ່ໂຈມທຳຮ້າຍນັກໂຕ້ຄື້ນອາການສາຫັດ ບໍລິເວນນອກຊາຍຝັ່ງຂອງອົດສະຕາລີ ດ້ານແຟນ

ສາວຊ໊ອກຖືກຫາມສົ່ງໂຮງໝໍທັງສອງ.

 

ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 3 ຕຸລານີ້ວ່າ ນັກຫລິ້ນກະດານໂຕ້ຄື້ນເຄາະຮ້າຍລາຍດັ່ງກ່າວຊື່ວ່າ ຍອນ

ພອນລາດ ອາຍຸ 23 ປີ ໄດ້ຮັບບາດເຈັບສາຫັດ ໂດຍເຂົາຖືກສະຫລາມກັດຈົນແຂນຂ້າງໜຶ່ງຂາດຕ່ອງແຕັ່ງແຕ່ບໍລິ

ເວນຂໍ້ສອກລົງໄປ ສ່ວນຂໍ້ມືອີກເບື້ອງໜຶ່ງກໍຖືກກັດຂາດ, ນອກຈາກນັ້ນ ຂາຂ້າງໜຶ່ງຂອງເຂົາຍັງຢູ່ໃນສະພາບທີ່

ເກືອບຈະຂາດອອກເຊັ່ນກັນ.  ໃນຕອນທີ່ເຂົາໄດ້ຮັບການຊ່ວຍເຫລືອຂຶ້ນມາຈາກນ້ຳ ແລະ ນຳສົ່ງໂຮງໝໍນັ້ນ ແຟນ

ສາວຂອງເຂົາກໍໄດ້ຖືກຫາມສົ່ງໂຮງໝໍເຊັ່ນດຽວກັນ ຈາກອາການຊ໊ອກທີ່ເຫັນເຫດການດັ່ງກ່າວ.

 

ເຈົ້າໜ້າທີ່ຕຳຫລວດອົດສະຕາລີລະບຸວ່າ ຜູ້ເຄາະຮ້າຍລາຍນີ້ຖືກສະຫລາມທີ່ຄາດວ່າເປັນສະຫລາມຂາວຍັກ ເຂົ້າຈູ່

ໂຈມບໍລິເວນອ່າວໄວລີ ເຊິ່ງຢູ່ທາງຕອນໃຕ້ຂອງລັດ ອົດສະຕາລີຕາເວັນຕົກ ທີ່ມີລາຍງານພົບການເຄື່ອນໄຫວຂອງ

ສະຫລາມຂາວຍັກເພີ່ມຂຶ້ນ ຕະຫລອດຫລາຍອາທິດທີ່ຜ່ານມາ.

 

557000011749003

 

ບົດຄວາມຫຼ້າສຸດ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...

ໄປບໍ່ລອດ! ເຈົ້າໜ້າທີ່ອຸທະຍານ ແຫ່ງປະເທດໄທ ຈັບກຸມຄົນລາວ 2 ຄົນ ລັກລອບຂາຍຊາກສັດປ່າ

ເຈົ້າໜ້າທີ່ໄທ ຈັບກຸມ 2 ຊາວລາວ ກຽມລັກລອບຄ້າຂາຍຊາກສັດປ່າຫຼາຍກວ່າ 101 ກິໂລກຼາມ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ມິຖຸນາ 2025 ຜ່ານມາ, ເຈົ້າໜ້າທີ່ກົມອຸທະຍານແຫ່ງຊາດ ສັດປ່າ ແລະ...