Homeຂ່າວພາຍ​ໃນລະຫວ່າງວັນທີ 14-17 ມີນາ 2019! ກຽມຮັບມືກັບຝົນຕົກ, ລົມພັດແຮງ

ລະຫວ່າງວັນທີ 14-17 ມີນາ 2019! ກຽມຮັບມືກັບຝົນຕົກ, ລົມພັດແຮງ

Published on

ກົມອຸຕຸນິຍົມ ແລະ ອຸທົກກະສາດ ຄາດຄະເນສະພາບອາກາດ ໃນໄລຍະວັນທີ 14-17 ມີນາ 2019 ບໍລິເວນຄວາມກົດດັນອາກາດສູງຂອງອາກາດເຢັນຈາກປະເທດຈີນຈະແຜ່ລົງມາປົກຫຸ້ມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກຳລັງປານກາງ, ສົມທົບກັບກະແສລົມຕາເວັນອອກ-ຕາເວັນອອກສຽງໃຕ້ພັດປົກຄຸມ, ເຊິ່ງຈະເຮັດໃຫ້ອາກາດໂດຍທົ່ວໄປເຢັນ ແລະ ອາກາດຈະໜາວເຢັນໃນຕອນກາງຄືນ ຫາ ຕອນເຊົ້າ ພ້ອມມີໝອກບາງປົກຫຸ້ມຢູ່ແຂວງພາກເໜືອ, ແຂວງ ໄຊສົມບູນ ແລະ ເຂດພູພຽງບໍລະເວນ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ ແລະ ໃນຕອນບ່າຍອາກາດຍັງສືບຕໍ່ຮ້ອນຢູ່ ແຂວງພາກກາງ ແລະ ພາກໃຕ້.

ພາກເໜືອດ້ານຕາເວັນອອກ:​ ໃນໄລຍະວັນທີ 14-17 ມີນາ 2019 ອາກາດຈະໜາວເຢັນລົງ 1 ຫາ 3 ອົງສາ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ແຂວງ ຊຽງຂວາງ.

ພາກເໜືອດ້ານຕາເວັນຕົກ: ໃນໄລຍະວັນທີ 14-17 ມີນາ 2019 ອາກາດຈະໜາວເຢັນລົງ 1 ຫາ 2 ອົງສາ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ແຂວງ ຫຼວງພະບາງ ແລະ ໄຊຍະບູລີ.

ພາກກາງ: ໃນໄລຍະວັນທີ 14-17 ມີນາ 2019 ອາກາດຈະເຢັນລົງໃນຕອນກາງຄືນ ຫາ ຕອນເຊົ້າພ້ອມຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍຢູ່ບາງທ້ອງຖິ່ນແຂວງ ຄຳມ່ວນ ແລະ ສະຫວັນນະເຂດ ພ້ອມຈະມີລົມພັດແຮງເປັນບາງໂອກາດ.

ສະເພາະແຂວງ ໄຊສົມບູນ, ເຂດຫຼັກ 20,​ ເມືອງ ວຽງທອງ ແລະ ເມືອງ ນາກາຍ: ໃນໄລຍະວັນທີ 14-17 ມີນາ 2019 ອາກາດຈະເຢັນລົງໃນຕອນເຊົ້າ ພ້ອມມີລົມພັດແຮງເປັນບາງໂອກາດ.

ພາກໃຕ້: ໃນໄລຍະວັນທີ 14-17 ມີນາ 2019 ອາກາດຈະເຢັນລົງໃນຕອນກາງຄືນ ຫາ ຕອນເຊົ້າພ້ອມຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍຢູ່ບາງທ້ອງຖິ່ນແຂວງ ສາລະວັນ ແລະ ຈຳປາສັກ.

ສະເພາະເຂດພູພຽງບໍລະເວນ: ໃນໄລຍະວັນທີ 14-17 ມີນາ 2019 ອາກາດຈະໜາວເຢັນລົງ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງບໍລິເວນ.

ນະຄອນຫຼວງວຽງຈັນ: ໃນໄລຍະວັນທີ 14-17 ມີນາ 2019 ອາກາດຈະເຢັນລົງໃນຕອນກາງຄືນ ຫາ ຕອນເຊົ້າພ້ອມຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍມີລົມພັດແຮງຢູ່ບາງບໍລິເວນ.

ຄຳເຕືອນ: ໃນໄລຍະວັນທີ 14-17 ມີນາ 2019 ບໍລິເວນຄວາມກົດດັນອາກາດສູງຂອງອາກາດເຢັນຈາກປະເທດຈີນຈະແຜ່ລົງມາປົກຫຸ້ມຢູ່ທົ່ວທຸກພາກຂອງປະເທດລາວ, ສົມທົບກັບກະແສລົມຕາເວັນອອກ-ຕາເວັນອອກສຽງໃຕ້ຈະມີກຳລັງແຮງເພີ່ມຂຶ້ນພັດປົກຄຸມດ້ວຍກຳລັງປານກາງ, ເຊິ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງ, ຟ້າເຫຼື້ອມ,​ໝາກເຫັບຕົກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

 

 

 

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ:​ ກົມອຸຕຸນິຍົມ ແລະ ອຸທົກກະສາດ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...