spot_img
Homeຂ່າວທ້ອງຖິ່ນແຈ້ງການ! 5 ບ້ານໃນເມືອງໄຊທານີໃຫ້ໂຈະການເຄື່ອນໄຫວຕ່າງໆກ່ຽວກັບທີ່ດິນ

ແຈ້ງການ! 5 ບ້ານໃນເມືອງໄຊທານີໃຫ້ໂຈະການເຄື່ອນໄຫວຕ່າງໆກ່ຽວກັບທີ່ດິນ

Published on

ພະ​ແນ​ກຊັບພະຍາກອນທໍາ​ມະ​ຊາດ ​ແລະ ສິ່ງ​​ແວດ​ລ້ອມ ນະຄອນຫຼວງ​ວຽງ​ຈັນ ​ໄດ້​ອອກ​ແຈ້ງ​ການ, ສະບັບເລກທີ 1634/ພຊສ.ນວ, ລົງວັນທີ 25 ກຸມພາ 2019 ​ໃຫ້​ໂຈະ​ການ​ຊື້​ຂາຍ, ການ​ມອບ​​ໂອນ, ຄໍ້າປະກັນກູ້ຢືມ ແລະ ການເຄື່ອນໄຫວຕ່າງໆກ່ຽວກັບທີ່ດິນ.

ເພື່ອຈັດຕັ້ງຜັນຂະຫຍາຍຕາມຂໍ້ຕົກລົງ ທ່ານລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ສະບັບເລກທີ 4403/ກຊສ ລົງວັນທີ 17 ສິງຫາ 2018 ໃຫ້ໄດ້ຖືກຈັດຕັ້ງປະຕິບັດ.

ພະ​ແນ​ກຊັບພະຍາກອນທໍາ​ມະ​ຊາດ ​ແລະ ສິ່ງ​​ແວດ​ລ້ອມ ນະຄອນຫຼວງ​ວຽງ​ຈັນ ອອກແຈ້ງການມາ​ຍັງ​ອົງການ​ຈັດ​ຕັ້ງ​ລັດ, ບຸກຄົນ, ນິຕິບຸກຄົນ, ພະນັກ​ງານ, ທະຫານ, ຕໍາ​ຫຼວດ ​ແລະ ປະຊາຊົນ ທີ່​ໄດ້​ຄຸ້ມ​ຄອງ​ນໍາ​ໃຊ້​ທີ່​ດິນ​ໃນ​ຂອບ​ເຂດ 5 ບ້ານ​ຄື: ບ້ານດົງໂດກ, ຕານມີໄຊ, ນາທົ່ມ, ສະພັງມຶກ ​ແລະ ບ້ານໜອງວຽງຄຳ ​ເມື​ອງ​ໄຊ​ທານີ ນະຄອນຫຼວງ​ວຽງ​ຈັນ ​ແມ່ນ​ໃຫ້​ໂຈະ​ການ​ຊື້​ຂາຍ, ການ​ມອບ​ໂອນ, ​ເອົາ​ໄປ​ຄໍ້າປະກັນ ​ແລະ ​ເຄື່ອ​ນ​ໄຫວ​ຕ່າ​ງໆ​ກ່ຽວ​ກັບ​ທີ່​ດິນ.

 

 

 

 

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: ພະ​ແນ​ກຊັບພະຍາກອນທໍາ​ມະ​ຊາດ ​ແລະ ສິ່ງ​​ແວດ​ລ້ອມ ນະຄອນຫຼວງ​ວຽງ​ຈັນ

ບົດຄວາມຫຼ້າສຸດ

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...

ສະຖານທູດຕວັກກີໃນລາວຈັດງານວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ

ໃນວັນທີ 15/07/2025, ທີ່ ນະຄອນຫຼວງວຽງຈັນ ສະຖານທູດຕວັກກີໃນລາວໄດ້ຈັດງານເນື່ອງໃນວັນປະຊາທິປະໄຕ ແລະ ສາມັກຄີແຫ່ງຊາດ ໂດຍ ທ່ານ ນາງ ໂອຢ່າ ຢ່າຊາຣ ( Oya...

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025

ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ປີ 2025 ກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີI ປີ 2025 ອັດລົງໃນຕອນບ່າຍວັນທີ 16 ກໍລະກົດ 2025 ທີ່ຫໍປະຊຸມແຫ່ງຊາດ ພາຍຫລັງດຳເນີນມາເປັນເວລາ...